ຊາວຊຽງດາໄດ້ຊົດເຊີຍ ບໍ່ຄຸ້ມຄ່າ
2021.04.10

ໂຄງການກໍ່ສ້າງວິທຍາລັຍ ວິທຍາສາດສຸຂພາບ ແລະ ມະຫາວິທຍາລັຍຊູໂຈວ ຈາກຈີນ ຢູ່ ເຂດບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍປະຊາຊົນທີ່ຖືກຜົລກະທົບ ໂຄງການດັ່ງກ່າວ ບອກວ່າທາງໂຄງການ ຈ່າຍຄ່າຊົດເຊີຍບໍ່ສົມເຫດສົມຜົນ.
ສ່ວນເຈົ້າໜ້າທີ່ໂຄງການ ອ້າງວ່າດິນຕອນດັ່ງກ່າວ ເປັນເຂດປ່າທີ່ຣັຖຄຸ້ມຄອງ ຫຼືດິນຂອງຣັຖ. ດັ່ງຊາວບ້ານທີ່ໄດ້ຮັບຜົນກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 09 ເມສາ ວ່າ:
"ກະໃຫ້ຢູ່ແຕ່ໃຫ້ມັນກະບໍ່ສົມເຫດສົມຜົລ ຕາມທີ່ເຄີຍໄດ້ໃຫ້ນັ້ນແຫລະ. ເອົາໄປໝົດແລ້ວເພິ່ນເອົາໝົດແລ້ວ ໃຫ້ເຂົາໝົດແລ້ວ. ຂະເຈົ້າເວົ້າວ່າແມ່ນດິນປ່າສະຫງວນ ຂອງຣັຖ. ເຮົາລະເຮັດຫຍັງບໍ່ໄດ້ ເພາະວ່າຂອງຣັຖບານ ສະມາຊິກຣັຖບານ ມອບໃຫ້ ກະຊວງສາທາ ແລ້ວວ່າຊັ້ນເຮົາກະຮຽກຮ້ອງ ໃຫ້ທາງຣັຖລົງມາກວດສອບ ເບິ່ງຫັ້ນແຫລະ."
ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ໄດ້ກ່າວຕື່ມວ່າຢູ່ເຂດບ້ານນີ້ມີ 10 ຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຊົດເຊີຍ ຈາກໂຄງການດັ່ງກ່າວ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຈ້ງມາວ່າ ຈະຈ່າຍເງິນຄ່າຊົດເຊີຍໃຫ້ 10 ລ້ານກີບ ຫຼັງຈາກບຸນປີໃໝ່ລາວ ທີ່ຈະມາເຖິງນີ້. ແຕ່ລາຄາ ທີ່ແຈ້ງມານີ້ແມ່ນ ຕໍ່າກວ່າຄວາມເປັນຈິງ ຫລາຍຢ່າງໜ້ອຍຕ້ອງ 30 ລ້ານ ກີບຂຶ້ນໄປ. ປັດຈຸບັນ ຕົນໄດ້ສ້າງ ເຮືອນຫລັງໃໝ່ ຈຳເປັນຕ້ອງໄດ້ໃຊ້ເງິນຫຼາຍ.
ຊາວບ້ານຜູ້ທີ່ໄດ້ຮັບຜົນກະທົບ ອີກຄົນນຶ່ງໄດ້ກ່າວວ່າ ໂຄງການຈະມາມ້າງເຮືອນ ໃນວັນທີ 20 ເມສາ ທີ່ຈະມາເຖິງນີ້. ເຖິງແນວໃດ ກໍຕາມຈະບໍ່ຍົກດິນຕອນນີ້ໃຫ້ໂຄງການ ແລະຈະບໍ່ຍ້າຍອອກຈາກດິນຕອນນີ້. ທາງໂຄງການຈ່າຍເງິນ ຄ່າຊົດເຊີຍໃຫ້ພຽງ 3 ລ້ານກີບ ສ່ວນມູລຄ່າທີ່ຕົນຕ້ອງການແມ່ນ 60 ລ້ານກີບ.
"ເອື້ອຍກະບໍ່ໜີແຫລະເອື້ອຍກະຍັງຢູ່ນີ້ແຫລະ ເພາະວ່າໃຫ້ແຕ່ເງິນ 3 ລ້ານກີບ. ເມືອງໃດເອົາເງິນໃຫ້ເງິນ 3 ລ້ານກີບ ມັນຊິໄປ ໄດ້ຫວາຂໍ 60 ລ້ານນຶ່ງນ່າ ເອື້ອຍຂໍນ່າມັນກະວ່າ ເຮົານີ້ຕໍ່ຕ້ານ. ສິເອົາຕຳຣວດມາຈັບ ບໍ່ໃຫ້ຈັກຢ່າງຊິນ່າ ມາໄລ່ໜີລ້າໆ ຊິມາ ເອົາດິນຟຣີຊິມາໃຫ້ເງິນ 3 ລ້ານ ມັນຊິເປັນໄປໄດ້ບໍ່."
ຊາວບ້ານໄດ້ກ່າວຕື່ມວ່າ ຕົນໄດ້ຢູ່ດິນຕອນນີ້ມາຕັ້ງແຕ່ ຮຸ່ນພໍ່-ແມ່ ອີກທັງມີໃບທະບຽນ ແລະ ໃບເສັຽພາສີທີ່ດິນທຸກປີິ. ດັ່ງນັ້ນ ຖ້າໂຄງການຂອງຣັຖບານ ມາທວງເອົາດິນກໍຕ້ອງຈ່າຍ ຄ່າຊົດເຊີຍຢ່າງສົມເຫດສົມຜົນ. ບໍ່ແມ່ນອ້າງຂໍດິນປ່າສະຫງວນຂອງຣັຖ ຄືນແລ້ວກໍຈ່າຍຄ່າ ຊົດເຊີຍສີ່ງປຸກສ້າງຕ່າງໆ ພຽງຈຳນວນໜ້ອຍດຽວເທົ່ານັ້ນ.
ຜູ້ໄດ້ຮັບຜົນກະທົບອີກຄົນນຶ່ງ ທີ່ຢູ່ໃນເຂດດຽວກັນ ກໍໄດ້ຢັ້ງຢືນໄດ້ຄ່າຊົດເຊີຍ ໜ້ອຍເກິນໄປ. ແຕ່ກໍບໍ່ສາມາດຮຽກຮ້ອງເພີ່ມຕື່ມໄດ້ ຍ້ອນວ່າເປັນໂຄງການຂອງຣັຖບານ.
"ຕະກີ້ເພິ່ນເອົາຢູ່ເພິ່ນເຮັດ ກຳແພງເພິ່ນເອົານຳເຮົາຫັ້ນແຫລະ ກະໃຫ້ໜ້ອຍດຽວບໍ່ໄດ້ຫລາຍ. ເພາະດິນເຮົາມັນເປັນດິນບໍ່ມີໜັງສື ເດ້ເພີ່ນແທນໃຫ້ແຕ່ 20-30 ລ້ານ ບໍ່ຫລາຍປະມານ 20ປາຍ ຄູນ 30 ນີ້ແຫລະ."
ຕໍ່ກໍຣະນີດັ່ງກ່າວ ທາງກະຊວງສາທາຣະນະສຸກ ແລະ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມຍັງທີ່ສ່ວນກ່ຽວພັນກັບ ໂຄງນີ້ຍັງບໍ່ໄດ້ອອກມາມີຄຳເຫັນໃດໆ.
ໃນຂນະທີ່ນັກກົດໝາຽ ໄດ້ໃຫ້ຄວາມເຫັນເຣື່ອງຄ່າຊົດເຊີຍ ທີ່ດິນວ່າ ທາງໂຄງການສເນີ ລາຄາຕໍ່າຍ້ອນມີການຊົດເຊີຍ ໃຫ້ພຽງແຕ່ ມູລຄ່າສີ່ງປຸກສ້າງ ແລະ ຄ່າບຸກເບີກ. ແຕ່ບໍ່ໄດ້ໃຫ້ຄ່າ ທີ່ດິນ.
"ການເບິ່ງຂໍ້ມູນທີ່ດິນເຂດນັ້ນ ມັນຫາກເປັນເຂດທີ່ວ່າຣັຖບານບອກວ່າ ເປັນທີ່ດິນຂອງຣັຖ ຕາມເພິ່ນຊົດເຊີຍຫັ້ນ. ແມ່ນເພິ່ນຈະ ຊົດເຊີຍໃຫ້ຄ່າບຸກເບີກ ຄ່າສິ່ງປຸກສ້າງເນາະ ແຕ່ວ່າ ຄ່າທີ່ດິນຫັ້ນ ເພິ່ນຈະບໍ່ໃຫ້ຜ່ານມາເຮົາກາຊ່ວຍແນະນຳເນາະ ເຮັດຄຳຮ້ອງ ທຸກຂໍໃຫ້ກວດກາ ຊົດເຊີຍຂອບເຂດຂອງໂຄງການຄືນຫັ້ນແຫລະ."
ທີ່ມາຂອງທີ່ດິນຕອນດັ່ງກ່າວນີ້ ອີງຕາມການບອກເລົ່າ ຂອງຊາວບ້ານຜ່ານມາ ເປັນດິນຂອງ ສະຫະກອນເມືອງໄຊເສດຖາຕັ້ງ ແຕ່ປີ 1979-1980 ຫລັງຈາກນັ້ນສະຫະກອນ ຖືກຍຸບໄປ ແລ້ວຊາວບ້ານ ຈຶ່ງພາກັນແບ່ງກັນຄຸ້ມຄອງກັນເອງ. ໂດຍທີ່ເຈົ້າໜ້າທີ່ ບໍ່ໄດ້ອອກ ໃບຕາດິນ ຂອບຄຳໃຫ້ອອກໃຫ້ແຕ່ໃບນໍາໃຊ້ທີ່ດິນ ແລະ ໃຫ້ເສັຽພາສີທີ່ດິນແກ່ຣັຖທຸກປີ.
ຕົກມາຮອດປີ 2009 ບໍຣິສັດນໍ້າທາກໍສ້າງ ຂົວ-ທາງ ຈຳກັດ ເຂົ້າມາສັມປະທານພື້ນທີ່ ເຂດນີ້ແຕ່ຖືກຊາວບ້ານ ຄັດຄ້ານບໍ່ຍອມໃຫ້ ພັທນາ. ຕໍ່ມາປີ 2012 ບໍຣິສັດຈີນ ໄດ້ເຂົ້າມາກໍ່ ສ້າງທາງຈາກເສັ້ນທາງ 450 ປີ ຫາ ບ້ານຊຽງດາຮວມໄລຍະ ທາງ 9 ກິໂລແມັດ ແລະ ມີ ການພັທນາພື້ນທີ່ຮອບເສັ້ນທາງ ໃຫ້ກາຍເປັນເຂດພັທນາໃໝ່.
ເຊິ່ງປັດຈຸບັນຢູ່ຣະຫວ່າງ ການກໍ່ສ້າງຫຼາຍໂຄງການ ເຊັ່ນ; ມະຫາວິທຍາລັຍຊູໂຈວ ມະຫາວິທຍາລັຍ ວິທຍາສາດສຸຂພາບ. ບໍຣິສັດ ຫ້າງຮ້ານຕ່າງໆ ສູນການຄ້າຄົບວົງຈອນ ແລະໂຮງໝໍ.