ຊາວບ້ານຂໍຄ່າຊົດເຊີຍ ທີ່ ເໝາະສົມ

ພູວົງສ໌
2020.12.10
ຊາວບ້ານຂໍຄ່າຊົດເຊີຍ ທີ່ ເໝາະສົມ ສຳນັກງານ ຂອງກຸ່ມບໍຣິສັດກໍ່ສ້າງທາງຣົດໄຟລາວ-ຈີນ ຕັ້ງຢູ່ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ. ຖ່າຍໂດຍ: TS
RFA

ເຖິງວ່າທາງຣົດໄຟ ລາວ-ຈີນ ຈະກໍ່ສ້າງສຳເຣັດໄປ ໂດຍສ່ວນໃຫຍ່ ຫຼືເກືອບ 95% ແລ້ວກໍຕາມ, ແຕ່ກໍຍັງມີຫຼາຍຄອບຄົວ ທີ່ຖືກ ຜົລກະທົບ ຍັງບໍ່ໄດ້ຮັບຄ່າຊົດເຊີຍ.

ຕົກມາຫຼ້າສຸດນີ້, ຍັງມີຊາວບ້ານຫຼາຍຄອບຄົວ ທີ່ຖືກຜົລກະທົບ ຈາກການກໍ່ສ້າງທາງຣົດໄຟລາວ-ຈີນ ຈຸດກໍ່ສ້າງແຕ່ສະຖານີ ວຽງຈັນ ໄປຫາສະຖານີວຽງຈັນໃຕ້ ຫຼືສາງສິນຄ້າ ຈາກກິໂລແມັຕທີ 409 ບ້ານນາແຄ-ບ້ານໂຄກໃຫຍ່ ໄປຫາກິໂລແມັຕທີ 426 ບ້ານທ່ານາແລ້ງ ໃນນະຄອນຫຼວງວຽງຈັນ ກໍຍັງບໍ່ໄດ້ຮັບຄ່າຊົດເຊີຍເທື່ອ ແລະ ອາຈເຮັດໃຫ້ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ໂດຍລວມ ຈະບໍ່ສຳເຣັດຕາມແຜນການ ທີ່ມີກຳນົດ ຈະເປີດນຳໃຊ້ໃນວັນທີ 2 ທັນວາ ປີ 2021 ອັນເນື່ອງມາຈາກການເວນຄືນທີ່ດິນ ແລະ ສິ່ງກີດຂວາງ ຍັງບໍ່ສາມາດແກ້ໄຂໃຫ້ຊາວບ້ານໄດ້.

ອີງຕາມຄວາມເວົ້າ ຂອງຊາວບ້ານ ທ່ານນຶ່ງ ທີ່ເຂດບ້ານດຸງ ເມືອງໄຊເສດຖາ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 8 ທັນວາ ວ່າ ເຖິງວ່າໃນທີ່ສຸດ ຊາວບ້ານສ່ວນໃຫຍ່ ຈຳເປັນຕ້ອງໄດ້ຍອມຕົກລົງ ຫຼີກທາງໃຫ້ໂຄງການ, ແຕ່ຊາວບ້ານຫຼາຍຄົນ ກໍຮູ້ສຶກບໍ່ດີໃຈ ທີ່ດິນພວກຕົນ ຖືກແລວທາງຣົດໄຟ ແລະ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍໃດໆ ທັງທີ່ການກໍ່ສ້າງ ແມ່ນດຳເນີນໄປ ຢ່າງຕໍ່ເນື່ອງ.

“ກະຖືກຫຼາຍຢູ່ໄດ໋, ຖືກດິນເຂົາຫັ້ນແຫຼະ. ກະຊິຕົກລົງໄດ້ລະຕີ໋ ເພາະວ່າເຂົາກະເຮັດມາລະເດ, ແມ່ນແລ້ວ. ແຕ່ວ່າເຂົາມາແທກ ຫັ້ນດົນແລ້ວ ກ່ອນເຂົ້າພັນສາພຸ້ນນ່າ. ແຕ່ວ່າເຂົາກະຕົກລົງແລ້ວໝົດແລ້ວ, ແຕ່ວ່າເຂົາກະມີຫາງສຽງຫຼາຍຢູ່ ຕ່າງແຕ່ວ່າເຂົາ ຕົກລົງແລ້ວກັນແລ້ວ ເຂົາຍົກເລີກບໍ່ໄດ້ແລ້ວ. ຖືກດິນ ເຂົາກະໃຫ້ບໍ່ເຕັມຄ່າ ວ່າຊິໃຫ້ ຄ່າຊົດເຊີຍ, ແຕ່ກະຍັງບໍ່ທັນໄດ້ຈ່າຍ ອີ່ຫຍັງຫັ້ນນ່າ, ແຕ່ວ່າຍັງບໍ່ທັນໄດ້ເງິນຄ່າຊົດເຊີຍ ຈັກຍາມໃດຊິໃຫ້, ຫັ້ນນ່າ. ຊາວບ້ານມັນກະຊິບໍ່ພໍໃຈຫັ້ນແຫຼະ, ຕັ້ງແຕ່ແທກດິນ ເຮັດທາງເຮັດຫຍັງ ກະຍັງເອົາກອງຫຼອນ ເອົາທະຫານມາເລາະກວດເລາະຫຍັງຢູ່.”

ຊາວບ້ານ ໃນເຂດບ້ານໂຄກໃຫຍ່ ເມືອງໄຊທານີ ກໍເວົ້າວ່າ ທ່ານເຫັນຊາວບ້ານບາງສ່ວນ ຍັງບໍ່ໂຍກຍ້າຍອອກຈາກເຮືອນ ຂອງພວກເຂົາ ເພາະໄດ້ຍິນມາວ່າ ຄ່າຊົດເຊີຍເຂົາເຈົ້າໜ້ອຍເກີນໄປ ບໍ່ສົມເຫດສົມຜົລ ແລະ ກໍຍັງບໍ່ໄດ້ ຮັບຄ່າຊົດເຊີຍທີ່ດິນ ຈາກເຈົ້າຂອງໂຄງການເທື່ອ, ແຕ່ການປັກຫຼັກໝາຍ ແລະ ການກໍ່ສ້າງ ແມ່ນດຳເນີນໄປແລ້ວ.

“ດິນຫຼາຍ ເພິ່ນກະຊົດເຊີຍໜ້ອຍ ດິນໜ້ອຍ ເພິ່ນກະຊົດເຊີຍພໍເຈົ້າອອກບ່ອນນີ້ໄປ ເຂົາເຈົ້າກະພໍໃຫ້ເຈົ້າມີເຮືອນສ່ຳເກົ່າຢູ່. ເຮົາກະບໍ່ໄດ້ໄປລົມນຳເຂົາຣາຍລະອຽດເລີຍວ່າ ເຂົາເຈົ້າຊົດເຊີຍແນວໃດ ລະເຂົາເຈົ້າໃຫ້ແນວໃດ? ຮູ້ແຕ່ວ່າ ຢູ່ໃນຫັ້ນກະຍັງມີ 2 ຄອບຄົວ 3 ຄອບຄົວ ທີ່ເຂົາເຈົ້າຍັງຢູ່ປົກກະຕິຢູ່ ແບບບໍ່ໄປໃສ, ແຕ່ວ່າກະເຫັນເຂົາເຈົ້າປັກຫຼັກ ປັກໝາຍແດງອີ່ຫຍັງຮຽບຮ້ອຍແລ້ວ. ແຕ່ເຮົາບໍ່ຮູ້ວ່າ ເຂົາເຈົ້າຊົດເຊີຍແລ້ວ, ແຕ່ວ່າເຂົາເຈົ້າບໍ່ທັນຢາກອອກບໍ ຫຼືວ່າແນວໃດ, ເຮົາກະບໍ່ໄດ້ໄປຖາມໂຕຈິງ. ໂຕນີ້ຄັນວ່າ ຜູ້ໃດຄອບຄອງຫຼາຍ ເຂົາເຈົ້າກະໃຫ້ຕ່ຳຊື່ໆນ່າ, ເຂົາເຈົ້າບໍ່ໄດ້ໃຫ້ຫຼາຍ. ປະມານ 300 ຫາ 400 ບາທໄທຍ ປະມານ 80 ພັນ ຫາ 1 ແສນກີບ, ປະມານນັ້ນ ຄັນວ່າເຈົ້າຄອບຄອງດິນຫຼາຍ.”

ຊາວບ້ານ ໃນເຂດບ້ານນາຄວາຍ, ເມືອງໄຊເສດຖາ ເລົ່າສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນມື້ດຽວກັນວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງມາແທກດິນເຮືອນສວນ ແລະ ສອບຖາມຂໍ້ມູນທ່ານໝົດແລ້ວ, ແຕ່ກໍຍັງບໍ່ຖືກເອີ້ນ ໄປຕົກລົງຄ່າຊົດເຊີຍເທື່ອ ແລະ ຍັງບໍ່ທັນ ໄດ້ດຳເນີນການໃດໆ ເພາະອາຈເປັນພຽງຈຸດແລວທາງຜ່ານຊື່ໆ ບໍ່ຖືກສະຖານີ.

“ເພິ່ນກະມາໝາຍເອົາຫັ້ນແຫຼະ ເພິ່ນກະມາໝາຍເອົາແລ້ວ, ແຕ່ວ່າເພິ່ນກະຍັງບໍ່ໄດ້ເຮັດຫຍັງເທື່ອ ໝາຍປັກທຸງແດງໄວ້ຊື່ໆ ຍັງບໍ່ໄດ້ເຮັດ ຍັງບໍ່ໄດ້ເອົາ. ເພິ່ນຍັງບໍ່ທັນໄດ້ເວົ້າຫຍັງໝົດ ເພິ່ນມີແຕ່ມາເກັບກຳວ່າ ມີຕົ້ນໄມ້ຈັກຕົ້ນ ມີເຮືອນຈັກຫຼັງ ມີຈັກຕາແມັຕຊື່ໆ ໃບຕາດິນຈັ່ງໃດຈັ່ງໃດຢູ່. ເພິ່ນມີແຕ່ມາເອົາຣາຍລະອຽດຊື່ໆ ກະຍັງບໍ່ວ່າ. ຖືກເຮືອນເຮົາ ຖືກດິນນຳ ຖືກບໍ່ປາ, ເພິ່ນບໍ່ວ່າແນວໃດ ເຮົາກະຈັກຊິເຮັດແນວໃດ? ຄູ່ເທື່ອ ກະຫ້ອງການບ້ານກະຮ້ອງໄປຢູ່ເດເນາະ, ແຕ່ເຂົາກະບໍ່ໄດ້ລົມເຣື່ອງ ຮ້ອງໄປ ໄປເບິ່ງນຳກັນຊື່ໆ, ເຂົາມາເອົາຂໍ້ມູນຊື່ໆນາ ຍັງບໍ່ໄດ້ຊົດເຊີຍຫຍັງໝົດ.”

ໃນຂະນະດຽວກັນ, ຊາວບ້ານ ບ້ານນາຄວາຍ ທ່ານນຶ່ງ ກໍເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເອີ້ນທ່ານໄປເຈຣະຈາຄ່າຊົດເຊີຍແລ້ວ, ແຕ່ກໍຍັງຕ້ອງລໍຖ້າເບິ່ງວ່າ ເງື່ອນໄຂຕ່າງໆ ຈະເໝາະສົມກັນບໍ່, ແຕ່ຖ້າບໍ່ສາມາດຕົກລົງກັນໄດ້ ກໍຈະສເນີໄປຕາມຂັ້ນຕອນຕ່າງໆ ເພື່ອໃຫ້ການຊົດເຊີຍເປັນໄປຢ່າງສົມເຫດສົມຜົລ, ແຕ່ສິ່ງນຶ່ງທີ່ກັງວົນ ກໍແມ່ນຢ້ານວ່າ ເມື່ອເຊັນເອກະສານໄປແລ້ວ ພັດຈະບໍ່ໄດ້ ຮັບເງິນຕາມກຳນົດ ແລະ ຈະຫຼ້າຊ້າອອກໄປດົນ.

“ເອີ່, ເພິ່ນກະແຈ້ງເປັນຣາຍບຸກຄົນມາແລ້ວ ກະມີແຕ່ວ່າ ລາຄາທີ່ເຮົາຕ້ອງໄດ້ ຫຼືວ່າເພິ່ນແຈ້ງມາຫັ້ນນ່າ ເອີ້ນໄປລວມວ່າ ດິນເຈົ້າລາຄາເທົ່ານີ້ ເໝາະສົມບໍ່? ຄັນບໍ່ໄດ້, ເຈົ້າກະສເນີມາເບິ່ງ, ລະເພິ່ນກະຊິພິຈາຣະນາ ລະເຮົາກະຈັ່ງຊິເຮັດໄປຕາມ ຂັ້ນຕອນອີກເທື່ອນຶ່ງ, ອັນນັ້ນນ່າ. ລອງຟັງໆໄປເບິ່ງ ເພາະວ່າມັນກະ ຄັນວ່າບໍ່ໄດ້ ກະຊິສເນີໄປຕາມພາກສ່ວນທີ່ກ່ຽວຂ້ອງຫັ້ນ, ຫາກໍ່ລົງໄປ ມັນຍັງບໍ່ທັນໄດ້ຮັບໝາກຜົລທີ່ວ່າ ເຂົາຕ້ອງການຕອບສນອງເຮົາໄດ້ສ່ຳໃດ? ລະເຮົາຊິໄດ້ຕາມຄວາມຕັ້ງໃຈເຮົາບໍ່ຫັ້ນ, ເຮົາກະຍັງບໍ່ຮູ້ເທື່ອ. ດີແທ້ ຄັນເຮົາເຊັນປຶບມື້ນີ້ ມື້ອື່ນເຮົາກະຕ້ອງແມ່ນໄດ້ຫັ້ນແຫຼະ, ແຕ່ວ່າມັນກະຕ້ອງໄດ້ເຮັດໄປຕາມຂັ້ນຕອນ ແດ່ໜ້ອຍນຶ່ງ. ຄັນໄປເຈຣະຈາກັນຕົກແຕກແລ້ວ ເຂົາເຈົ້າຍັງບໍ່ທົດແທນ ຍັງບໍ່ທັນຫຍັງຫັ້ນນ່າ ເຮົາກະຈັ່ງຄ່ອຍ ຍັງຊິໄດ້ລົມກັນ ອີກເບື້ອງນຶ່ງຫັ້ນແຫຼະ, ອັນນັ້ນຫັ້ນນ່າ.”

ເຊັ່ນດຽວກັນກັບຊາວບ້ານ ເຂດບ້ານດົງໂພສີ ກໍເວົ້າໃນທຳນອງດຽວກັນວ່າ ຊາວບ້ານຫຼາຍຄົນ ທີ່ຍອມເຊັນມອບດິນນາໃຫ້ໂຄງການ ຕາມການຕົກລົງລາຄາກັນແລ້ວ, ແຕ່ໃນໂຕຈິງ ຫຼາຍຄົນຍັງບໍ່ໄດ້ຮັບເງິນຊົດເຊີຍເລີຍ ແລະ ກໍບໍ່ມີຄຳຕອບວ່າ ຈະໄດ້ມື້ໃດ ເພາະເມື່ອຖາມໄປ ກໍເຍີ້ນໄປຕລອດ.

“ບໍ່, ບໍ່ທັນໄດ້ຈັກຄົນນ່າ ນີ້ນ່າ. ມີແຕ່ເຊັນໄປຊື່ໆ ຈັກປີໃດ? ທັມມະດານີ້ ມັນຈະເຮັດ ເຈົ້າຊິລົງມືເຮັດ ທັມມະດາຈ່າຍກ່ອນ, ອັນນີ້ຈັກວ່າຊິໄດ້ຍາມໃດ ເຊັນໄປຢູ່. ຄືຈັ່ງຜູ້ນັ້ນຄືກັນ ເຊັນແຕ່ເດືອນ 5 ພຸ້ນ. ເຊັນໄປແຕ່ເດືອນ 5 ກະຍັງບໍ່ແລ້ວ ເດືອນ 12 ຍັງບໍ່ທັນໄດ້. ຈັກເດືອນໃດລະ ບໍ່ແມ່ນ 6-7 ເດືອນລະບໍບາດນິ່, ມີແຕ່ວ່າຊິໃຫ້ ຈັກຍາມໃດ? ຄືໂຕຢ່າງມັນນັດໄວ້ເດືອນ 1ຈັ່ງຊີ້, ຕົວະຕລອດ ລະກະກາຍໄປ. ຄືຈັ່ງແບບ ວິຊາການມັນຢູ່ຫັ້ນເນາະ ເຂົາກະວ່າເດືອນ 1, ເດືອນ 1 ລະຕໍ່ໄປເລື້ອຍໆລະບາດນິ່. ຄືຈັ່ງວ່າບອກຂ້ອຍໄປເຊັນນີ້, ເອື້ອຍຂ້ອຍວ່ານີ້ ອີກເດືອນ 1 ເຂົາວ່າຊິຈ່າຍ ຈັ່ງຊີ້ແຫຼະ ແບບເອື້ອຍຂ້ອຍ ຕົກລົງລາຄາລະເດ. ອີກເດືອນ 1 ເຂົາວ່າຊິຈ່າຍ, ຂ້ອຍວ່າມັນແມ່ນບໍ, ຂ້ອຍວ່ານ່າ. ຜ່ານມາ, ພວກອີ່ນາຍນັ້ນ ຜົວລາວນາຍພັນ-ນາຍພົລ ຍັງ 5-6 ເດືອນແລ້ວ ລະຍັງບໍ່ໄດ້, ຂ້ອຍວ່າລະນ່າ. ໂອ່, ມັນຄາບ່ອນເຂົາບໍ່ຈ່າຍ, ດຽວນີ້ນ່າ.”

ທ່ານກ່າວຕື່ມວ່າ ສ່ວນໂຕທ່ານເອງ ກໍຍັງບໍ່ທັນໄດ້ໄປເຊັນຮັບເອົາ ຫຼືໄປເຈຣະຈາ ຄ່າຊົດເຊີຍທີ່ດິນເທື່ອ ເພາະທ່ານຍັງກັງວົນວ່າ ລາຄາດິນທີ່ໂຕເອງຈະໄດ້ຮັບ ອາຈຕ່ຳກວ່າຕົ້ນທຶນເດີມ ທີ່ໂຕເອງຊື້ ແລະ ໄດ້ລົງທຶນຖົມ ແລະ ປັບໜ້າດິນແລ້ວ, ອີກທັງທຳເລ ທີ່ດິນຂອງໂຕເອງ ກໍຢູ່ໃນທຳເລທີ່ດີ ຈຶ່ງລໍຖ້າເບິ່ງຜູ້ອື່ນກ່ອນ.

“ດິນເຮົາມັນຖົມ ເຮົາຊື້ດິນມາຖົມ ລະມັນຖືກຣາງຣົດໄຟ. ຍັງບໍ່ທັນໄດ້ຮູ້ເທື່ອ, ດຽວນີ້ນ່າ ເພາະວ່າເຮົາຍັງບໍ່ທັນໄດ້ໄປເຊັນໄປຫຍັງ, ດຽວນີ້ນ່າ. ດິນນາ, ດິນສວນ, ລະກະດິນປຸກສ້າງ ມັນກະຄົນລະຢ່າງເນາະ ຊິໄປຕີສເມີກັນບາດດຽວ ມັນບໍ່ໄດ້ ແມ່ນບໍ່? ສົມມຸດວ່າດິນເຮົາຖົມໝົດ 200 ຫາ 300 ລ້ານເດຊັ້ນ, ຊິໄລ່ໃຫ້ເຮົາລາຄາທໍ່ກັບເຂົາ, ມັນຊິໄດ້? ເຮົາລົງທຶນໝົດບໍ່ແມ່ນໜ້ອຍ. ກະແມ່ນຫັ້ນແຫຼະ, ໄປຊື້ດິນໄປຊື້ດອນ ສົມມຸດເຮົາຍ້າຍ ສົມມຸດຄົນມີດິນໜ້ອຍເດ ໄປຊື້ດິນບ້ານອື່ນມັນບໍ່ໄດ້ ຄັນຊົດເຊີຍສ່ຳຫັ້ນ.”

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງນີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ສອບຖາມ ໄປຍັງບໍຣິສັດທາງຣົດໄຟ ລາວ-ຈີນ ຈຳກັດ ໃນຕອນບ່າຍ ຂອງວັນທີ 8 ແລະ 9 ທັນວາ 2020 ເພື່ອສອບຖາມເຖິງການແກ້ໄຂບັນຫາດັ່ງກ່າວໃຫ້ຊາວບ້ານ ວ່າບໍຣິສັດ ຈະມີການດຳເນີນການຕໍ່ໄປແນວໃດ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍບໍ່ສະດວກ ທີ່ຈະໃຫ້ຄວາມເຫັນຜ່ານທາງໂທຣະສັບ.

ເຖິງຢ່າງໃດກໍດີ, ທ່ານ ດຣ. ບຸນຈັນ ສິນທະວົງ, ຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທັງເປັນຮອງຫົວໜ້າຄນະ ຊີ້ນຳໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ໄດ້ຣາຍງານຕໍ່ກອງປະຊຸມຄົບຄນະ ຄັ້ງທີ 9 ຂອງຄນະຊີ້ນຳໂຄງການກໍ່ສ້າງທາງ ຣົດໄຟລາວ-ຈີນ ເມື່ອວັນທີ 25 ພຶສຈິກາ ທີ່ຜ່ານມາວ່າ ການແກ້ໄຂການເວນຄືນທີ່ດິນ ຫຼືການມອບທີ່ດິນ ໃນທີ່ຈຸດກໍ່ສ້າງ ແຕ່ຊາຍແດນລາວ-ຈີນ ແຂວງຫຼວງນ້ຳທາ ມາຫາສະຖານີວຽງຈັນ ໄລຍະທາງ 409 ກິໂລແມັຕ ສາມາດມອບທີ່ດິນໄດ້ທັງໝົດ 100%, ແຕ່ໃນຈຸດກໍ່ສ້າງສະຖານີຣົດໄຟວຽງຈັນ ໄປຫາຈຸດກໍ່ສ້າງສະຖານີວຽງຈັນໃຕ້ ສາງສິນຄ້າທ່ານາແລ້ງ ໄລຍະທາງ 17 ກິໂລແມັຕນັ້ນ, ສາມາດປະຕິບັດໄດ້ພຽງ 69% ປາຍ ເທົ່ານັ້ນ ແລະ ຈະຕ້ອງໄດ້ສືບຕໍ່ແກ້ໄຂຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.