ຣົດໄຟລາວ-ຈີນຄືບໜ້າ ຄ່າຊົດເຊີຍ ຄືບຄານ

ຈໍາປາທອງ
2021.08.18
ຣົດໄຟລາວ-ຈີນຄືບໜ້າ ຄ່າຊົດເຊີຍ ຄືບຄານ ປັດຈຸບັນ ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຄືບໜ້າ ເກືອບ 94% ແລ້ວ
ພາບຈາກ: ວີດີໂອ ພົລເມືອງ

ມາເຖິງປັດຈຸບັນ ການກໍ່ສ້າງທາງຣົດໄຟລາວ-ຈີນ ແຕ່ສະຖານີວຽງຈັນໃຕ້ ທີ່ນະຄອນ ຫຼວງວຽງຈັນ ໄປຫາດ່ານຊາຍແດນສາກົນ ບໍ່ເຕັນ ແຂວງຫຼວງນໍ້າທາ ຄືບໜ້າໄປແລ້ວ 93.82%, ຄາດວ່າຈະສໍາເຣັດ ແລະເປີດໃຊ້ໃນເດືອນທັນວາ ທີ່ຈະມາເຖິງນີ້ ອີງຕາມ ການຣາຍງານ ຂອງຄະນະຄຸ້ມຄອງໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນເດືອນສິງຫານີ້.

ແຕ່ເຣື່ອງການຊົດເຊີຍ ຄວາມເສັຍຫາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບນັ້ນ ເປັນໄປແບບຊັກຊ້າ, ຍັງບໍ່ທັນແລ້ວເທື່ອ ແລະບໍ່ໄດ້ ກໍານົດວ່າ ຈະຈ່າຍຄ່າຊົດເຊີຍນັ້ນ ໃຫ້ແລ້ວເມື່ອໃດ, ມີແຕ່ບອກວ່າ ໃຫ້ປະຊາຊົນລໍຖ້າ ດັ່ງຊາວບ້ານຜູ້ໄດ້ຮັບ ຜົລກະທົບຈາກ ໂຄງການທາງຣົດໄຟ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ສິງຫາ ນີ້ວ່າ:

“ຍັງບໍ່ມີຫຍັງຄືບໜ້າເທື່ອ ຍັງບໍ່ໄດ້ແຈ້ງນ່າ ເຈົ້າ ຍັງລໍຖ້າຢູ່ກະຖາມຢູ່ແຕ່ເພິ່ນບອກໃຫ້ລໍຖ້າກ່ອນ ເພິ່ນກະສິໃຫ້ຢູ່ຕິເບາະ ຫຼືວ່າຈັ່ງໃດ ເພາະວ່າເພິ່ນກະເຮັດ ໃບອິຫຍັງໃຫ້ຄັກແນ່ເດ໋.”

ໃນຂນະດຽວກັນ ຊາວບ້ານອີກຄອບຄົວນຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກທາງໂຄງການເທື່ອນັ້ນກໍເວົ້າ ໃນມື້ດຽວກັນນີ້ວ່າ ເມື່ອບໍ່ດົນມານີ້ ຕົນກໍໄດ້ຖາມໄປ ຍັງພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ເຣື່ອງຄ່າຊົດເຊີຍ ແຕ່ໄດ້ຮັບຄໍາຕອບວ່າ ພາກສ່ວນທີ່ກ່ຽວຂ້ອງ ພວມດໍາເນີນການຢູ່ ຊຶ່ງຕົນກໍໄດ້ແຕ່ຫວັງວ່າ ຈະໄດ້ຮັບຄ່າຊົດເຊີຍ ນັ້ນໃນມໍ່ໆນີ້:

“ໜ້າຈະໄດ້ນ່າ ກະບໍ່ຫຼາຍກະຕາມເອກກະສານ ທີ່ເພິ່ນແຈ້ງມາຫັ້ນ ຄັນອັນນັ້ນກະຊົດເຊີຍໄວເທົ່າໃດກະແຫ່ງດີ.”

ເວົ້າເຣື່ອງຄ່າຊົດເຊີຍ ເຈົ້າໜ້າທີ່ທ່ານນຶ່ງ ທີ່ເຮັດວຽກກ່ຽວກັບການໄກ່ເກັ່ຍ ແລະການຊົດເຊີຍແກ່ຜູ້ໄດ້ ຮັບຜົລກະທົບຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງພາກເໜືອ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ສິງຫາ ນີ້ວ່າ ສໍາລັບຢູ່ເຂດເມືອງຂອງທ່ານ ມາຮອດມື້ນີ້ ກໍຍັງບໍ່ທັນໄດ້ຮັບ ງົບປະມານຈາກທາງຣັຖບານເທື່ອ ເພື່ອນໍາໄປເບີກຈ່າຍ ໃຫ້ຜູ້ໄດ້ຮັບ ຜົລກະທົບ ທີ່ຍັງລໍຖ້າການ ຊົດເຊີຍຢູ່, ແຕ່ເຖິງຢ່າງໃດກໍຕາມ ຕົນກໍຍັງເຊື່ອວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະມອບງົບປະມານ ນັ້ນໃຫ້ພາຍໃນປີນີ້:

“ເພິ່ນຍັງຄົ້ນຄວ້າເຣື່ອງເອກສານ ຍັງເຊັນບໍ່ທັນແລ້ວ ຄືສິບໍ່ກາຍ 2021 ດອກ ມີປະຊຸມຢູ່ນະຄອນຫຼວງວຽງຈັນ ກ່ຽວກັບການເຊັນ ເອກສານ ຝ່າຍນີ້ແຫຼະ.”

ປັດຈຸບັນ ບໍຣິສັດທາງຣົດໄຟ ລາວ-ຈີນ ຈໍາກັດ ໄດ້ເປີດຮັບເອົາພະນັກງານລາວ ໃນຕໍາແໜ່ງບໍາລຸງຮັກສາ ອຸປກອນຕ່າງໆຂອງ ຣົດໄຟ ແລະເປັນພະນັກງານ ໃນສະຖານີຣົດໄຟ ແຕ່ລະ ແຫ່ງຕື່ມອີກ 200 ຄົນ ຊຶ່ງກໍມີຫຼາຍຄົນສົນໃຈ ແລະ ສົ່ງໃບສມັກໄປ ຍັງບໍຣິສັດແລ້ວ ດັ່ງຊາວລາວຜູ້ນຶ່ງ ທີ່ສົນໃຈເຮັດວຽກນັ້ນ ເວົ້າຕໍ່ວິທຍຸເອເຊັຍເສຣີວ່າ:

“ສົນໃຈກ່ຽວກັບວຽກຕໍາແໜ່ງໃດຫວ່າງ ວ່າຊັ້ນເດ໋ ເປັນວຽກກ່ຽວກັບຊ່າງເຊື່ອມ ຫຼືວ່າໄຟຟ້າ ປົກກະຕິເຄີຍເຮັດວຽກກ່ຽວກັບພວກ ໄຟຟ້າ ນີ້ ໄດ້ເຫັນຂະເຈົ້າສົນໃຈຫຼາຍຄົນ.”

ແລະຊາວລາວອີກນາງນຶ່ງ ທີ່ສົນໃຈເຮັດວຽກຄືກັນນັ້ນ ກໍເວົ້າວ່າ ນາງໄດ້ສົ່ງໃບສມັກເຮັດວຽກ ເຖິງບໍຣິສັດແລ້ວ ແຕ່ບໍ່ໄດ້ຣະບຸ ຕໍາແໜ່ງວຽກ ທີ່ຕົນສົນໃຈຢາກເຮັດ ລໍຖ້າໃຫ້ທາງ ບໍຣິສັດ ພິຈາຣະນາຕາມຄວາມເໝາະສົມ:

“ນ້ອງໄດ້ສົ່ງເອກສານໄປ ອີແມວ ໄປແຕ່ວ່າເຂົາຍັງບໍ່ຕອບເທື່ອ ນ້ອງນີ້ກໍເໝາະສົມ ຢູ່ສາຂາໃດກະສິເຮັດຫັ້ນນ່າ ຄັນມີຂແນງໃດ ທີ່ນ້ອງເຮັດໄດ້ຫັ້ນນ່າ ບໍ່ຕ້ອງການກະບໍ່ເປັນຫຍັງ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ປະຈໍາບໍຣິສັດທາງຣົດໄຟ ລາວ-ຈີນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ເວົ້າວ່າ ເຣື່ອງການຮັບສມັກ ພະນັກງານໃນເທື່ອນີ້ ແມ່ນຈະເອົາແຕ່ ພະນັກງານ ທີ່ເປັນຄົນລາວ ເພດຊາຍ ແລະ ຮູ້ຈັກພາສາຈີນ, ຈະໄດ້ຮັບການ ພິຈາຣະນາ ເປັນພິເສດ ສໍາລັບຜູ້ສມັກ ທີ່ໄດ້ຜ່ານການສັກວັກຊິນ ປ້ອງກັນໂຄວິດ-19 ຄົບ 2 ເຂັມແລ້ວ ແລະ ຈະເປີດຮັບສມັກ ໄປຮອດມື້ວັນທີ 30 ກັນຍາ 2021 ນີ້.

ເຣື່ອງການທົດລອງ ແລ່ນຣົດໄຟລາວ-ຈີນ ທາງໂຄງການຣົດໄຟ ໄດ້ເຍີ້ນແຜນທົດລອງແລ່ນ ແຕ່ນະຄອນຫຼວງວຽງຈັນ ຫາຊາຍແດນ ລາວ-ຈີນ ບໍ່ເຕັນ ແຂວງຫຼວງນໍ້າທາ ຈາກແຜນເດີມ ທີ່ວ່າຈະທົດລອງ ໃນເດືອນ ສິງຫາ ນີ້ ໄປໃສ່ເດືອນຕຸລາ ຍ້ອນຫົວລາກຣົດ ແລະ ອຸປກອນຕ່າງໆ ຈາກປະເທດຈີນ ຍັງບໍ່ທັນຂົນມາຮອດລາວ, ແຕ່ກໍຄາດວ່າຈະມາຮອດ ໃນເດືອນ ກັນຍາ ທີ່ຈະມາເຖິງນີ້ ອີງຕາມຣາຍງານ ຂອງ ໜັງສືພິມວຽງຈັນທາຍ ວັນທີ 18 ສິງຫາ 2021.

ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຕັ້ງແຕ່ນະຄອນຫລວງວຽງຈັນ ຫາຊາຍແດນລາວ-ຈີນ ບໍ່ເຕັນ ແຂວງຫລວງນໍ້າທາ ຍາວ 422.4 ກິໂລແມັຕ ມູນຄ່າ ການກໍ່ສ້າງ 5.9 ຕື້ ໂດລາ ສະຫະຣັຖ. ໃນນັ້ນ ມີສະຖານີຣົດໄຟ ທັງໝົດ 32 ແຫ່ງ ຄືສະຖານີຂົນສົ່ງ ຜູ້ໂດຍສານ 10 ແຫ່ງ ແລະ ສະຖານີຂົນສົ່ງ-ເຄື່ອນຖ່າຍ ສິນຄ້າ 22 ແຫ່ງ ຊຶ່ງມີກໍານົດເປີດນໍາໃຊ້ ໃນມື້ວັນທີ 2 ທັນວາ 2021 ກົງກັບວັນສ້າງຕັ້ງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 25, 2021 02:29 PM

ທາງການລາວ ສຸມໃສການກໍ່ສ້າງທາງລົດໄຟ ໃຫ້ແລ້ວທັນກັບການເປີດ ເພື່ອສະຫລອງພ້ອມກັບວັນຊາດທີ 2 ທັນວາ ໂດຍມີການເຮັດວຽກທັງເວັນທັງຄືນ. ສ່ວນການຈ່າຍເງິນຄ່າເສຍຫາຍໃຫ້ປະຊາຊົນ ຍັງຊັກຊ້າຫລາຍ ຈົນປະຊາຊົນທີ່ໄດ້ຮັບຜົນກະທົບ ບໍ່ຮູ້ຈະເຮັດແນວໃດ. ບາງບ່ອນດິນກໍ່ເສຍໄປແລ້ວ ບາງບ່ອນສິ່ງປຸກສ້າງກໍມ້າງໄປແລ້ວ. ຖ້າລົດໄຟເປີດແລ່ນແລ້ວ ເງິນຄ່າຊົດເຊີຍ ກະຊິໄດ້ຢູ່ບໍ່? ເປັນຫຍັງຄືເຮັດໃຫ້ປະຊາຊົນເຮົາ ລຳບາກແທ້. ມາເຖິງປັດຈຸບັນນີ້ ຍັງບໍ່ແນ່ໃຈວ່າ ທາງການລາວ ຈະຮັບຜິດຊອບຄ່າຊົດເຊີຍແທ້ບໍ່ ໃນເມື່ອເງິນກໍ່ບໍ່ມີ ເພາະວ່າ ລາວເຮົາ ກໍ່ຕິດໜີ້ຕ່າງປະເທດຢ່າງຫລວງຫລາຍ ແຕ່ການຕິດໜີ້ ຕ່າງປະເທດ ຕ້ອງໄດ້ໃຊ້ເຂົາ ຖ້າບໍ່ໃຊ້ເຂົາກໍຖືກປັບໃໝ ແຕ່ຖ້າຕິດປະຊາຊົນແລ້ວ ກໍ່ຊິໃຊ້ຢູ່ບໍ່ ເພາະວ່າ ຫລາຍໆໂຄງການ ບໍ່ເຫັນໃຊ້ເລີຍ ເລື່ອນເວລາອອກໄປ ຈາກນັ້ນ ກໍ່ຫາຍງຽບ. ຂໍໃຫ້ລັດຖະບານ ມີຄວາມຈິງໃຈແລະຊື່ສັດ ກັບປະຊາຊົນແດ່ເດີ. ຢ່າສຸເອົາແຕ່ຜົນປະໂຫຍດໃສ່ຕົວເອງຫລາຍ. ໂຄງການໃດກໍ່ຕາມ ຖ້າບໍ່ມີເງິນ ບໍ່ໝັ້ນໃຈ ກໍຢ່າສຸເຮັດຊະ ຢ່າງສຸໃຫ້ປະຊາຊົນເປັນຜູ້ອຸທິດຕົນແລະເສຍສະລະຫລາຍ ເພາະມັນເຮັດໃຫ້ ເຂົາເຈົ້າ ຄອບຄົວເຂົາເຈົ້າລຳບາກແລະລຳບາກໄປຮອດລູກຮອດຫລານ. ຢ່າສຸໃຫ້ປະຫວັດສາດຊ້ຳຮອຍຫລາຍ ຄວນຮຽນຈາກຄວາມຜິດພາດ ທີ່ສ້າງຂຶ້ນມາເອງແດ່ເດີ.