ບ້ານລາດຫໍ້ ຂໍຄ່າຜົລປູກ ເສັຽຫາຍ
2020.12.21
ຊາວບ້ານ ຢູ່ເຂດຈຸດສຸມ ລາດຫໍ້ ເມືອງເຊໂປນ ແຂວງສວັນນະເຂດ ພາກັນຂໍຄວາມເປັນທັມ ຄ່າຊົດເຊີຍແຮງງານ ແລະຜົລປູກ ທີ່ຖືກດຸດຖິ້ມ. ຈາກ ປີ 2011 ໂຄງການຂອງຣັຖບານ ເພື່ອໃຫ້ປະຊາຊົນ ມີຣາຍໄດ້ເພີ່ມ ໄດ້ມອບດິນໃຫ້ ແລະ ອະນຸມັດໃຫ້ ກູ້ຢືມເງິນ ຜູ້ກ່ຽວກໍໄດ້ຢືມເງິນ 7,5 ລ້ານກີບ ມາປູກຢາງພາຣາ, ໝາກກ້ວຍ ແລະ ໝາກນັດ.
ຕົກມາໃນປີ 2015 ໂຄງການພັດປ່ຽນ ໃຫ້ປະຊາຊົນ ມາປູກມັນຕົ້ນ ແລະຕ້ອງການ ເອົາດິນຕອນນີ້ຄືນ ຈຶ່ງໄດ້ດຸດສວນບໍ່ເຫຼືອຫຍັງ, ດັ່ງຊາວບ້ານ ເຂດຈຸມສຸມລາດຮໍ ຜູ້ໄດ້ຮັບ ຜົລກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 21 ທັນວາ 2020 ວ່າ:
“ບຸກລຸກມາ ແຕ່ປີ 2015 ພຸ້ນ 3 ເຮັກຕ້າ ຂ້າພະເຈົ້າ ປູກຢາງບົງ 7 ປີ 1,578 ຕົ້ນ ຂ້ອຍຢືມເງິນທະນາຄານ 7.5 ລ້ານກີບ ຂ້ອຍ ຢາກຮຽກຮ້ອງໂຄງການໂຕນີ້ ໃຫ້ພາກຣັຖ ຊ່ອຍຄືນ ຄ່າບົວຣະບັດຮັກສາ ເຂົາບໍ່ໄດ້ຈ່າຍຈັກກີບ.”
ເຣື່ອງນີ້ເກີດຂຶ້ນ ໃນປີ 2015 ພໍ່ເຖົ້າຂອງຜູ້ກ່ຽວ ໄດ້ແລ່ນເອກສານ, ຂໍໃຫ້ທາງການ ເຊີ່ງໂຄງການ ກໍໄດ້ສົ່ງດິນ ຕອນດັ່ງກ່າວ ຈຳນວນ 3 ເຮັກຕ້າ ຄືນແລ້ວ ປັຈຈຸບັນ ກໍໄດ້ປູກຕົ້ນວິກ. ກໍຍັງເຫຼືອແຕ່ ຄ່າຊົດເຊີຍ ຕົ້ນຢາງພາຣາ, ໝາກນັດ ແລະ ໝາກກ້ວຍ ທີ່ໂຄງການ ໄດ້ມາດຸດນັ້ນ ຖ້າເພິ່ນຊົດເຊີຍ ກໍຈະໄດ້ດອກເບັ້ຍ ແລະຈ່າຍຕົ້ນ ໃຫ້ທະນາຄານ, ດັ່ງຊາວບ້ານ ເຂດຈຸດສຸມລາດຮໍ ໄດ້ກ່າວຕື່ມວ່າ:
“ດຽວນີ້ ເຂົາສົ່ງແຕ່ດິນຫັ້ນ ແລ້ວເອົາໃຫ້ພໍ່ເຖ້າແລ້ວ ພໍ່ເຖົ້າເອົາໃຫ້ເມັຽຂ້ອຍ ປູກໄມ້ວິກຮຽບຮ້ອຍແລ້ວ, ແຕ່ວ່າ ແຮງງານ ປູກຢາງບົງ ເຂົາຍັງບໍ່ສົ່ງ ເຂົາບໍ່ສົນເລີຍ ແຮງ ປີ 2015-2018 ເຂົາໄລ່ລ່າຂ້ອຍ ທັງປືນທັງຫຍັງ ເຂົາຢາກປະຫານຂ້ອຍ ດຽວນີ້ສງົບແລ້ວ.”
ໃນໂຄງການໃໝ່ ກະມີລາວຜູ້ດຽວ ທີ່ມີບັນຫາ. ທາງໂຄງການ ກໍໄດ້ອະທິບາຍແລ້ວລາວ ກໍຍັງບໍ່ເຂົ້າໃຈ, ເຊິ່ງລາວ ກໍເປັນຄົນບໍ່ເຕັມ ແລະຢາກໃຫ້ທາງໂຄງການ ຈ່າຍຄ່າຊົດເຊີຍ ຕໍ່ບັນຫານີ້ ທາງຣັຖບານ ຈະບໍ່ຮັບຜິດຊອບ ເພາະໄດ້ລົງທຶນໃຫ້ແລ້ວ, ດັ່ງເຈົ້າໜ້າທີ່ ກະສິກັມ ທີ່ຂໍສງວນຊື່ ແລະຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
“ດິນກາແມ່ນຂອງຣັຖ ບຸກເບີກໃຫ້ຣັຖ ບໍ່ໄດ້ເອົາກະມອບໃຫ້ລາວຄືເກົ່າ ກາໃຫ້ລາວເຮັດເອັງ ນຳໃຊ້ເອງ ຣັຖລົງທຶນ ໃຫ້ອຳນາດ ການປົກຄອງ ເຂົາກາບໍ່ຮັບຜິດຊອບດອກ. ໂຕລາວເວົ້າ ກາຄືຣັຖບຸກເບີກ ດຸດໃຫ້ໄຖໃຫ້ ກາແມ່ນລາວເອັງ ຫັ້ນແຫຼະປູກ.”
ທ່ານໄດ້ກ່າວຕື່ມວ່າ ໂຄງການນີ້ເຣີ່ມປີ 2015 ໂດຍໃຫ້ປະຊາຊົນ ຫັນມາປູກມັນຕົ້ນ, ຕົ້ນວິກ ແລະ ຢາງພາຣາ. ໂດຍເຂດບ້ານ ຈຸດສຸມລາດຫໍ້ ມີເນື້ອທີ່ 127 ເຮັກຕ້າ. ມີບໍຣິສັດ ຊັນເປເປີ້ ຢູ່ເມືອງເຊໂປນ ຮ່ວມລົງທຶນ ດ້ວຍການໃຫ້ພັນຕົ້ນໄມ້ ຊາວບ້ານກ່ອນ. ຫຼັງຈາກໄດ້ຜົລຜລິດແລ້ວ ກໍນໍາໄປຂາຍ ແລ້ວຈະຫັກສ່ວນຕ່າງ ເອົາກັບຊາວບ້ານ.
ຕໍ່ກັບເຣື່ອງດັ່ງກ່າວ ປະຊາຊົນທີ່ໄດ້ຕິດຕາມຂ່າວ ກໍຮູ້ສຶກເຫັນໃຈຊາວສວນ ເພາະຕິດໜີ້ທະນາຄານຫຼາຍ ກໍຄົງຢາກໄດ້ເງິນມາໃຊ້ໜີ້. ດັ່ງປະຊາຊົນ ໄດ້ສະແດງຄວາມເຫັນວ່າ:
“ໂອ້ຍເຫັນໃຈ ຊົນຊາດ ຊົນເຜົ່າເຮົາແລ້ວ. ຄ່າອອກແຮງງານ ປະຊາຊົນນີ້ແລ້ວ ແກ່ຍາວເວລາຫັ້ນນ່າ ດົນໆກໍວ່າທົດແທນ ເຂົາເຈົ້າ ຕິດໜີ້ທະນາຄານ ນະໂຍບາຍຫຼາຍ ທະນາຄານ ກໍບໍ່ຈັກ ຈະເຮັດກາອຸກຄືກັນເດ້."
ສ່ວນພາກສ່ວນທີ່ກ່ຽວຂ້ອງ ດັ່ງເຊັ່ນ ຫ້ອງການປົກຄອງ ເມືອງເຊໂປນ ແລະ ບໍຣິສັດຊັນເປເປີ້ ກໍຍັງບໍ່ທັນ ໄດ້ອອກມາຊີ້ແຈງ ເຣື່ອງ ທີ່ເກີດຂຶ້ນ ມັນຍ້ອນສາເຫດໃດ. ເພາະເຣື່ອງດັ່ງກ່າວ ຕາມຜູ້ໄດ້ຮັບຜົລກະທົບ ເລົ່ານັ້ນ ກໍເກີດມາຫຼາຍປີແລ້ວ ແຕ່ຍັງບໍ່ໄດ້ຮັບ ການ ແກ້ໄຂ.