ຊາວປາກຊ່ອງບໍ່ຢາກໃຫ້ ສ້າງເມືອງໃໝ່
2021.01.13
ຊາວເມືອງປາກຊ່ອງ ແຂວງຈຳປາສັກ ບໍ່ເຫັນດີນຳແຜນການ ທີ່ຈະໃຫ້ນາຍທຶນຕ່າງປະເທດ ເຂົ້າມາພັທນາສ້າງເມືອງໃໝ່, ເພາະ ຢ້ານວ່າມາປ່ຽນແບບວິຖີການດຳຣົງຊີວິດຂອງຊາວ ບ້ານທີ່ເພີ່ງພາພາກກະສິກັມ. ໂຄງການດັ່ງກ່າວຕາມຊາວບ້ານໄດ້ຍິນຂ່າວລືວ່າ, ທາງການລາວຈະໃຫ້ນາຍທຶນວຽດນາມ ເຂົ້າມາສັມປະທານທີ່ດິນ ເພື່ອພັທນາສູນການຄ້າ, ແຫຼ່ງ ທ່ອງທ່ຽວ ແລະ ການລົງທຶນອີກ ຫຼາຍດ້ານ. ດັ່ງຊາວບ້ານ ໃນເມືອງປາກຊ່ອງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ມົກຣາ 2021 ວ່າ:
"ມັນມີຂ່າວລືແບບນີ້ມາດົນແລ້ວ, ມາໄດ້ຍິນມາສັກພັກແລ້ວຫັ້ນນ່າ, ຂະເຈົ້າຊິເຮັດໂຄງການໄດ້ມັນຕ້ອງຜ່ານຫຼາຍຂັ້ນຕອນ, ຂັ້ນ ທຳອິດແມ່ນຕ້ອງໃຫ້ຊາວບ້ານເຊັນຍິນຍອມ, ໄດ້ບໍ່ດິນແຕ່ລະຕອນ ເພາະວ່າເອົາມັນກະບໍ່ເອົາໜ້ອຍແນ່ນອນ ຢູ່ແລ້ວ."
ຊາວບ້ານໄດ້ກ່າວຕື່ມວ່າຖ້າທາງການລາວ ຈະໃຫ້ນາຍທຶນຕ່າງປະເທດເຂົ້າມາພັທນາພື້ນທີ່ ເມືອງປາກຊອ່ງບໍ່ວ່າຈຸດໃດຊາວບ້ານ ຮຽກຮ້ອງໃຫ້ຖາມປະຊາຊົນກ່ອນ. ເນື່ອງຈາກດິນ ພາຍໃນເມືອງປາກຊ່ອງ ກໍເຫຼືອໜ້ອຍ, ເຊິ່ງມັນຈະມີຜົລກະທົບຕໍ່ການດຳຣົງຊີວິດ ຂອງປະຊາຊົນ.
ຖ້າໂຄງການພັທນາເມືອງໃໝ່ ໃນເມືອງປາກຊ່ອງເກີດຂຶ້ນ, ຊາວບ້ານກໍອາດຈະບໍ່ມີທາງເລືອກ ກໍຄືກັບຫຼາຍໂຄງການຜ່ານມາກໍຕ້ອງ ໄດ້ປະຕິບັດຕາມ, ດັ່ງຊາວບ້ານ ໃນເມືອງປາກຊ່ອງ ອີກທ່ານນຶ່ງໄດ້ກ່າວວ່າ:
"ອັນນີ້ເຮົາປະຊາຊົນກາຍັງຄິດຍາກຢູ່ໂອ້ຍ; ຈັກຊິເຮັດຈັ່ງໃດບໍ່ລະ, ຖ້າເພິ່ນມາເຮັດລອງເບິ່ງກ່ອນລອງເບິ່ງແຜນເພິ່ນ, ມັນຊິເກີດບໍ່, ຖ້າເກີດກະຍາກຢູຄືອ້າຍວ່າຫັ້ນແຫຼະ."
ໂຄງການສ້າງເມືອງໃໝ່ ໃນເມືອງປາກຊ່ອງ ເຈົ້າໜ້າທີ່ຢັ້ງຢືນວ່າຍັງຢູ່ໃນຣະຫວ່າງການສຶກສາຄວາມເປັນໄປໄດ້, ແລະການສຳຣວດ. ເຊິ່ງຄາດວ່າຈະມີຫຼາຍໂຄງການທີ່ເຂົ້າມາ ພ້ອມກັບການພັທນາເມືອງໃໝ່ ຂອງເມືອງປາກຊ່ອງ. ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
"ໂອໂຕເມືອງຫັ້ນເບາະ, ເພິ່ນກຳລັງສຶກສາຢູ່, ກຳລັງສຳຣວດຢູ່ກະມີ ຫຼາຍບໍຣິສັດ, ຫຼາຍໂຄງການຢູ່ຂະເຈົ້າມາລົງທຶນ, ໂຄງການນີ້ ເຂົ້າມາຫຼາຍໃດ໊ ຕອນນີ້ວຽດນາມ ມາແຣງຕອນນີ້."
ໂຄງການສ້າງເມືອງໃໝ່ ໃນເມືອງປາກຊ່ອງ ຍັງເປັນແຕ່ແນວຄິດ. ເຖິງວ່າໄລຍະຜ່ານມາໄດ້ ເຂົ້າມາສຶກສາຄວາມເປັນໄປແລ້ວ ກໍຕາມແຕ່ປັຈຈຸບັນ ຍັງບໍ່ມີຄວາມຄືບໜ້າ ຕໍ່ໂຄງການ ດັ່ງກ່າວ. ດັ່ງເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນຂອງແຂວງ ຈຳປາສັກ ໄດ້ກ່າວ ຕໍ່ເອເຊັຽເສຣີວ່າ:
"ຍັງເປັນແນວຄວາມຄິດຢູ່, ແຕ່ວ່າມັນກະຍັງບໍ່ທັນສາມາດຕົກລົງກັນໄດ້ຢູ່, ເພາະວ່າເພິ່ນຍັງສຶກສາສຳຣວດນ່າ. ແຕ່ວ່າຄັນຖືກຜົລ ກະທົບແນວໃດໆ ມັນກະຍັງຕ້ອງ ເວົ້າກັນຫຼາຍ ເຕີບຢູ່. ແຕ່ວ່າມາຊ່ວງຫຼັງໆນີ້, ຄືວ່າເພິ່ນຢາກຢຸດເບາະຫຼືວ່າແນວໃດບໍ່ໄດ້ ເຄື່ອນໄຫວຫຍັງ. ເຂົາຊິເຮັດບ້ານໂຕເມືອງໃໝ່ແດ່, ເຮັດເຂດທ່ອງທ່ຽວແດ່, ແຕ່ວ່າທັງນັ້ນທັງນີ້ມັນກະຍັງ ຄວາມເປັນໄປໄດ້ຍາກຢູ່, ຢູ່ເຂດພູພຽງບໍຣິເວນນັ້ນເປັນເຂດ ທີ່ວ່າປູກພືດກາເຟເປັນຫຼັກ."
ທ່ານໄດ້ກ່າວຕື່ມວ່າ ເມືອງປາກຊ່ອງ, ເປັນເມືອງໃຫຍ່ອັນດັບສອງຮອງຈາກນະຄອນປາກເຊ, ມີຣາຍໄດ້ຫຼັກຈາກການປູກກາເຟ, ສົ່ງອອກ ແລະ ພືດກະສິກັມ ຫຼາຍຊນິດ. ສະພາບ ໂດຍຮວມ ກໍເຮັດໃຫ້ຊາວເມືອງປາກຊ່ອງ ມີຣາຍໄດ້ໝັ້ນຄົງ ລ້ຽງຄອບຄົວໄດ້. ຖ້າບໍ່ຈຳເປັນ ກໍບໍ່ຢາກໃຫ້ມີ ການລົງທຶນຫຼາຍ.
ໂຄງການພັທນາ ເມືອງໃໝ່ປາກຊ່ອງ ບໍຣິສັດຮັບຜິດຊອບ ໂຄງການຍັງບໍ່ໄດ້ເປິດເຜິຍວ່າ ບໍຣິສັດຊື່ຫຍັງຮູ້ແຕ່ວ່າ ແມ່ນບໍຣິສັດຂອງ ວຽດນາມ ໄດ້ເຂົ້າມາສຳຣວດ ແລະ ສຶກສາ ຄວາມເປັນໄປໄດ້ ແຕ່ເດືອນມີນາ 2013 ແລະ ສຳຣວດສຳເຣັດ ໃນທ້າຍປີ 2016, ໂດຍທາງການລາວ ເປັນຜູ້ສນັບສນູນແຜນການພັທນາ ດັ່ງກ່າວ.
ນອກຈາກບໍຣິສັດຈາກວຽດນາມ ຍັງມີບໍຣິສັດຈາກຈີນ ທີ່ສົນໃຈເຂົ້າມາສັມປະທານທີ່ດິນທັງ ເມືອງປາກຊ່ອງ ສ້າງເປັນເຂດເສຖກິຈ ໃໝ່ໃຫ້ກາຍເປັນເມືອງທັນສມັຍ ຄົບວົງຈອນ ທັງໂຮງຮຽນ, ໂຮງໝໍ, ສູນການຄ້າ ແລະ ແຫຼ່ງທ່ອງທ່ຽວ.