ຊາວບ້ານກັບທີ່ດິນປູກ ກາເຟ ຢູ່ປາກຊ່ອງ
2013.10.25
ປັດຈຸບັນຊາວບ້ານໃນເມືອງປາກຊ່ອງ ແຂວງຈໍາປາສັກ ບໍ່ມີດິນປູກຝັງຍ້ອນບໍຣິສັດເອກກະຊົນ ສໍາປະທານນໍາຣັຖບາລ ເພື່ອເຮັດສວນກາເຟ ເຮັດໃຫ້ເກີດມີການຂັດແຍ່ງກັນ ຊຶ່ງຊາວບ້ານຢາກໃຫ້ຣັຖບາລຊ່ວຍແກ້ໄຂ ເພື່ອໃຫ້ມີທີ່ດິນ ປູກຝັງ ຕາມທີ່ເຄີຍໄດ້ເຮັດມາ:
"2010 ເອກສານຂອງຣັຖບາລເຊັນອອກມາວ່າ ມອບດິນຕອນນີ້ໃຫ້ບໍຣິສັດ ປະຊາຊົນໃນການຈັດຕັ້ງ ເຮົາບໍ່ຮູ້ວ່າ ຣັຖຄຸ້ມຄອງປະຊາຊົນເປັນ ເຈົ້າ ເນາະ ຣັຖປັນດິນປັນດອນ ໃຫ້ເຮົາຮັກສາປູກກາເຟ ສວນກາເຟ ສວນໝາກແໜ່ງເຮົານີ້ລະ ອາຊີບຊາວນາ ອາຊີບຊາວສວນ ເຮົາກໍກິນ ແຕ່ຕົວນັ້ນ ດຽວນີ້ພາກຣັຖເພີ່ນ ຈັກວ່າຊີ່ເວົ້າ ເຂົາເຈົ້າແນວໃດ ໝູ່ເຮົາກໍຢູ່ຊື່ໆ ເຂົ້າຈະກິນກໍບໍ່ມີ".
ທ່ານວ່າ ຕັ້ງແຕ່ປີ 2010 ມາ ຊາວບ້ານໄດ້ຮ້ອງຮຽນເຣື່ອງນີ້ ກັບທາງຣັຖບາລເກືອບ 20 ຄັ້ງ ໝົດເງິນຄ່າເດີນທາງຈາກເມືອງປາກຊ່ອງໄປ ນະຄອນຫລວງວຽງຈັນ ຫລາຍກວ່າ 300 ລ້ານກີບແລ້ວ:
"ໂອຍມັນ ນັບບໍ່ໄດ້ແຫລະທ່ານເອີຍ ຈົນເມື່ອຍແຫລະ ທຽວວຽງຈັນນີ້ 17 ຄັ້ງໝົດເງິນເທົ່າໃດ 297 ລ້ານປາຍ ເງິນປະຊາຊົນເດ".
ບັນຫາກ່ຽວກັບທີ່ດິນປະຊາຊົນ ຢູ່ເມືອງປາກຊ່ອງ ເກີດມີຂຶ້ນມາຕັ້ງແຕ່ປີ 2010 ເມື່ອບໍຣິສັດ Outspan Bolaven ຂອງປະເທສສິງກະໂປ ໄດ້ມາສໍາປະທານທີ່ດິນປູກກາເຟ. ໃນເບື້ອງຕົ້ນ ເຈົ້າແຂວງອອກຂໍ້ຕົກລົງ ໃຫ້ບໍຣິສັດສໍາປະທານພຽງແຕ່ 150 ເຮັກຕາ. ແຕ່ໃນຕົວຈິງບໍຣິ ສັດໄດ້ຂຍາຍເນື້ອທີ່ເກີນນັ້ນ. ເນື້ອທີ່ 150 ເຮັກຕາ ເປັນດິນປູກຝັງຂອງປະຊາຊົນ ບ້ານໜອງເມັກ ບ້ານ ໜອງຕ່ວງ ບ້ານໜອງຫິນ ແລະ ບ້ານໜອງເທືອມ. ເມື່ອຊາວບ້ານບໍ່ມີທີ່ດິນ ທໍາກິນ ກໍພາກັນ ຮຽກຮ້ອງໃຫ້ຣັຖບາລ ເອົາທີ່ດິນນັ້ນ ໃຫ້ປະຊາຊົນຄືນ.
ແຕ່ຫລັງຈາກນັ້ນ ທາງບໍຣິສັດຍິ່ງຂຍາຍ ເນື້ອທີ່ສໍາປະທານຫລາຍຂຶ້ນເປັນ 1,500 ເຮັກຕາ ແລະຂຍາຍຕື່ມ ອີກຮອດ 5,000 ເຮັກຕາ ໃນ ປັດຈຸບັນ. ຊາວບ້ານເວົ້າຕື່ມອີກວ່າ ບໍຣິສັດດັ່ງກ່າວ ໃຫ້ເຂົ້າກິນແກ່ຊາວບ້ານ 20 ຕັນ ເພື່ອໃຫ້ກຸ້ມກິນໃນຣະຍະ 3 ປີ. ແຕ່ປະຊາຊົນຫລາຍ ກວ່າ 1,000 ຄົນ ໃນ 4 ບ້ານ ທີ່ວ່ານັ້ນ ຢາກໄດ້ດິນເຂົາເຈົ້າຄືນ ແລະໃຫ້ບໍຣິສັດຈ່າຍຄ່າຊົດເຊີຍ. ແຕ່ບໍຣິສັດບໍ່ຍອມເອົາດິນຄືນໃຫ້ ແລະ ທັງບໍ່ຍອມຈ່າຍຄ່າຊົດເຊີຍນໍາດ້ວຍ.