ລາວ-ໄທ ຈະສ້າງຂົວມິຕພາບອີກ


2013.10.28
F-border ຂົງເຂດຊາຍແດນ ແຂວງອຸບົນຣາຊທານີ ແລະ ແຂວງຈໍາປາສັກ
RFA

 

ລາວແລະໄທ ກໍາລັງມີການວາງແຜນ ຈະສ້າງຂົວຂ້າມນໍ້າຂອງ ອີກແຫ່ງໃຫມ່ ຢູ່ຣະຫວ່າງ ແຂວງອຸບົນຣາຊທານີ ກັບແຂວງສາຣະວັນ ຊຶ່ງ ຫວັງວ່າຂົວແຫ່ງນີ້ ຈະສົ່ງເສີມການຄ້າ ແລະການທ່ອງທ່ຽວ ໃນຂົງເຂດ.

ການສຶກສາ ຄວາມເປັນໄປໄດ້ ໃນການສ້າງຂົວ ດັ່ງກ່າວ ໄດ້ມີຂຶ້ນຣະຫວ່າງ ເຈົ້າຫນ້າທີ່ຣະດັບສູງ ຂອງສອງປະເທດ ໃນອາທິດທີ່ຜ່ານມາ. ແຕ່ແຜນການ ທີ່ຈະສ້າງຂົວແຫ່ງນີ້ ໄດ້ເຈຣະຈາກັນມາຊົ່ວຣະຍະນຶ່ງແລ້ວ ແລະບ່ອນທີ່ ຈະສ້າງຂົວໃສ່ນັ້ນ ກໍຍັງກຳລັງພິຈາຣະນາ ກັນຢູ່ໃນ ເວລານີ້.

ແຂວງສາຣະວັນມີຊາຍແດນຕິດກັບ ສາມແຂວງພາກໃຕ້ຂອງລາວເຊັ່ນ ແຂວງ ສວັນນະເຂດ ຈຳປາສັກແລະເຊກອງ ຮວມທັງຊາຍແດນຕິດ ກັບວຽດນາມ. ຊາຍແດນດັ່ງກ່າວຈະເປັນແຫລ່ງການຄ້າ ການລົງທຶນ ແລະການທ່ອງທ່ຽວໃຫມ່ ໃນຂົງເຂດ ເພື່ອຍົກຣະດັບຊິວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ຣະຫວ່າງສາມປະເທດ ຈາກການເຊື່ອມຕໍ່ ການຄົມມະນາຄົມ.

ວ່າງປີຫລັງໆມານີ້ ແຂວງສາຣະວັນໄດ້ປັບປຸງ ຖນົນຫົນທາງ ການຄົມມະນາຄົມ ຣະຫວ່າງແຂວງແລະກັບປະເທດເພື່ອນບ້ານ ໃນຫລາຍຈຸດ ເພື່ອຮອງຮັບການ ເຊື່ອມຕໍ່ຣະຫວ່າງ ເສຖກິດເຫນືອ-ໃຕ້ ແລະຕາວັນອອກ-ຕາເວັນຕົກ ໃນຊ່ວງການ ຮ່ວມກຸ່ມ ຂອງ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015.

ແຂວງສາຣະວັນ ມີດ່ານສາກົນ ແລະດ່ານທັມມະດາ ທີ່ຕິດກັບໄທຫລາຍດ່ານ ແລະ ຕິດກັບວຽດນາມ 3 ດ່ານ ເຫມາະສົມໃນການຄ້າ ແລະ ການທ່ອງທ່ຽວໃນຂົງເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.