ຊາວບ້ານຊຽງດາຮ້ອງທຸກ ດິນສວນ ຖືກບຸກເບີກ
2021.02.02

ບໍຣິສັດນໍ້າທາ ກໍ່ສ້າງຂົວ-ທາງ ຈໍາກັດ ໄດ້ເອົາຣົດຈົກ, ພະນັກງານ ແລະ ຄົນງານຈໍານວນນຶ່ງ ໄປບຸກເບີກທີ່ິດິນຊາວບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພິ່ມຕື່ມ ໃນມື້ວັນທີ 1 ກຸມພາ 2021 ນີ້, ແຕ່ຊາວບ້ານ ທີ່ເປັນເຈົ້າຂອງດິນບໍ່ຍອມ, ແລ້ວເກິດການຜິດຖຽງກັນກັບ ພະນັກງານບໍຣິສັດນັ້ນ, ຊຶ່ງໃນທີ່ສຸດທາງຝ່າຍບໍຣິສັດ ຕ້ອງຖອຍກັບໄປ ຍ້ອນຊາວບ້ານເຫັນວ່າ ດິນບ່ອນທີ່ທາງບໍຣິສັດ ມາບຸກເບີກເອົານັ້ນ ບໍ່ແມ່ນດິນທີ່ຢູ່ໃນຂອບເຂດ ໂຄງການຂອງຣັຖບາລ ແຕ່ທາງບໍຣິສັດ ຈະເອົາເຮັດ ໂຄງການ ຂອງຕົນເອງ, ດັ່ງ ຊາວບ້ານຜູ້ຖືກຜົລກະທົບ ນາງນຶ່ງ, ໃນຈໍານວນທັງໝົດປະມານ 200 ຄອບຄົວ ນັ້ນເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 2 ກຸມພາ ນີ້ວ່າ:
“ອັນນີ້ແມ່ນໂຄງການເພິ່ນເຮັດທາງທີ່ວ່າ ໃນຂອບເຂດທີ່ວ່າ ຣັສມີ 200 ແມັດ ທີ່ວ່າຣັຖບານໄດ້ມອບໃຫ້ເພິ່ນ, ເພື່ອຫັນຊັບສິນເປັນ ທຶນ, ແຕ່ວ່າຄືດິນຂອງເອື້ອຍ ມັນເກີນຈາກຣັສມີ 200 ແມັດ ນີ້ປະມານ 800 ເຖິງ 1 ພັນແມັດ ແລ້ວເພິ່ນກະຍັງມາບຸກລຸກເອົາດິນ ປະຊາຊົນ ມັນມີຫຼາຍໆຮອດ 100 ຄອບຄົວ.”
ນາງເວົ້າວ່າ ມາຮອດວັນທີ 2 ກຸມພາ ນີ້ປາກົດວ່າມີຣົດຈົກ ຂອງບໍຣິສັດດັ່ງກ່າວ ເຂົ້າມາບຸກເບີກດິນຂອງຕົນ ແລະຂອງຊາວບ້ານ ຄົນອື່ນໆອີກ, ແຕ່ຊາວບ້ານຫຼາຍຄົນໄດ້ພາກັນ ມາເຝົ້າດິນໝົດມື້ ເພື່ອປ້ອງກັນບໍ່ໃຫ້ ທາງບໍຣິສັດສົ່ງຄົນ ມາບຸກເບີກດິນ ນັ້ນຕື່ມອີກ, ແລະວ່າ ກ່ອນທີ່ບໍຣິສັດດັ່ງກ່າວ ຈະເຂົ້າມາບຸກເບີກດິນຊາວບ້ານນັ້ນ, ກໍບໍ່ໄດ້ມີການເວົ້າເຖິງ ຄ່າຊົດເຊີຍແນວໃດເລີຍ ເຂົ້າມາບຸກເບີກ ແບບບໍ່ຂໍອະນຸຍາດ ທັ້ງໆທີ່ຊາວບ້ານຫຼາຍຄົນ ກໍມີໃບຕາດິນຢູ່.
ນາງເວົ້າຕື່ມວ່າ ໃນໄລຍະຜ່ານມາ ຊາວບ້ານຫຼາຍຄົນໄດ້ຂຽນໃບຮ້ອງທຸກໄປຫາຂັ້ນເທິງ, ທາງສໍານັກງານນາຍົກຣັຖມົນຕຣີໄດ້ມອບ ໃຫ້ເຈົ້າໜ້າທີ່ ອົງການກວດສອບແຫ່ງຣັຖ ມາກວດສອບຂໍ້ຂັດແຍ່ງ ຣະຫວ່າງ ຊາວບ້ານ ແລະ ບໍຣິສັດ, ແຕ່ການກວດສອບນັ້ນ ຍັງບໍ່ສໍາເຣັດ ບໍ່ຮູ້ວ່າວ່າໃຜຜິດໃຜຖືກ ທາງບໍຣິສັດກໍໄດ້ລັກ ບຸກເບີກດິນກ່ອນ ຊຶ່ງຊາວບ້ານເຫັນວ່າ ບໍ່ມີຄວາມເປັນທັມ.
ແລະຊາວບ້ານຜູ້ຖືກຜົລກະທົບອີກນາງນຶ່ງ ກໍເວົ້າວ່າ ທີ່ຜ່ານມາ ທາງພະນັກງານ ຂອງບໍຣິສັດນໍ້າທາ ກໍ່ສ້າງຂົວ-ທາງຈໍາກັດເຄີຍມາ ຂົ່ມຂູ່ຊາວບ້ານ ໃຫ້ຍອມຍົກດິນໃຫ້ບໍຣິສັດ ໂດຍເອົາໂຄງການສ້າງ ມະຫາວິທຍາລັຍ ຊູໂຈວ ແລະ ໂຄງການທີ່ຕິດພັນ ຊຶ່ງເປັນ ໂຄງການຂອງຣັຖບາລ ນັ້ນມາອ້າງ, ແຕ່ຊາວບ້ານຫລາຍຄົນເຫັນວ່າ ທາງບໍຣິສັດນີ້ພຍາຍາມ ຈະເອົາດິນຊາວບ້ານເຂົ້າໂຄງການ ຂອງໂຕເອງ, ດັ່ງນັ້ນຈຶ່ງບໍ່ມີໃຜຍອມ; ດັ່ງທີ່ນາງເວົ້າວ່າ:
“ແບບເອົາອໍານາດ ມາບໍ່ໃຫ້ຊົດເຊີຍດິນຣັດ ໂຄງການຂອງຣັດ ມັນບໍ່ແມ່ນໂຄງການຂອງຣັຖ ປະຊາຊົນກະເວົ້າ ຖ້າໂຄງການ ເຮັດໂຮງໝໍ ເຮັດໂຮງຮຽນ ຂອງຣັຖບານແທ້ ຍິນດີ ອອກໃຫ້ໂລດ ອັນນີ້ເອົາດິນປະຊາຊົນ ລະໄປຂາຍນາຍທຶນ ບ່ອນນັ້ນບ່ອນນີ້ ໃຫ້ເອົາເງິນຜົລປໂຍດ ເຂົ້າຖົງໂຕເອງ ຜູ້ອັປໂຍດ ລະແມ່ນ ປະຊາຊົນ.”
ນາງກ່າວຕື່ມວ່າ ກ່ອນໜ້ານີ້ ມີຊາວບ້ານຈໍານວນບໍ່ໜ້ອຍ ທີ່ຍິນຍອມເສັຍດິນ ໃຫ້ບໍຣິສັດນີ້ໄປແລ້ວ ຍ້ອນຄວາມຮູ້ເທົ້າບໍ່ເຖິງການ, ຄິດວ່າເປັນໂຄງການຂອງຣັຖບາລ ມາເອົາ ແລະ ບໍ່ມີພາກສ່ວນໃດ ເຂົ້າມາຊ່ອຍເຫລືອ ຫລືໃຫ້ຄວາມເປັນທັມ ແກ່ຊາວບ້ານເລີຍ.
ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ເມືອງໄຊເສດຖາ ທ່ານນຶ່ງເວົ້າວ່າ ຖ້າຊາວບ້ານເຈົ້າຂອງດິນ, ມີໃບຕາດິນຂອບຄໍາຢູ່ແທ້, ທາງບໍຣິສັດ ກໍບໍ່ສາມາດໄປບຸກເບີກເອົາດິນ ຂອງພວກເຂົາເຈົ້າໄດ້ ແລະວ່າ ຂໍ້ຂັດແຍ່ງໃນເຣື່ອງທີ່ດິນ ຢູ່ບ້ານຊຽງດານີ້ ຍັງແກ້ບໍ່ຕົກ, ດັ່ງທີ່ ທ່ານກ່າວວ່າ:
“ໂຕມີໃບຕາດິນແທ້ໆຫັ້ນ ແຕະຕ້ອງເຂົາບໍ່ໄດ້ແລ້ວ ເຂົາບໍ່ໃຫ້ກະຄືບໍ່ໄດ້ ກະຍັງເວົ້າຍາກຢູ່ຄືເກົ່າຫັ້ນແຫລະ ປະຊາຊົນບໍ່ໃຫ້ ກະບໍ່ໄດ້ຄືວ່າ ພວກຍ້າຍກະຍ້າຍ ພວກບໍ່ຍ້າຍກະບໍ່ຍ້າຍ ກະມີຫັ້ນແຫລະ ຖ້າວ່າບໍ່ໄດ້ຊົດເຊີຍໃຫ້ ປະຊາຊົນ ຖືວ່າເອົາຂອງ ປະຊາຊົນຍາກ.”
ກ່ຽວກັບຂໍ້ຂັດແຍ່ງ ທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດນໍ້າທາກໍ່ສ້າງ ຂົວ-ທາງ ຈໍາກັດ, ແຕ່ບໍ່ສາມາດຕິດຕໍ່ໄດ້, ແລະ ໄດ້ຕິດຕໍ່ໄປຫາຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ແລະ ອົງການກວດສອບ ແຫ່ງຣັຖ ເພື່ອຂໍຮູ້ຣາຍລະອຽດຕື່ມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກ ທີ່ຈະໃຫ້ສໍາພາດ.
ຢ່າງໃດກໍຕາມ ກ່ອນໜ້ານີ້ ຄືວັນທີ 11 ມົກຣາ ທີ່ຜ່ານມາ ເຈົ້າໜ້າທີ່ຜແນກຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມນະຄອນ ຫຼວງວຽງຈັນ ກໍໄດ້ຊີ້ແຈງ ຕໍ່ວິທຍຸເອເຊັຽເສຣີວ່າ ທີ່ດິນຢູ່ເຂດບ້ານຊຽງດາ ທີ່ກໍາລັງເປັນບັນຫາຢູ່ນີ້ ແມ່ນເປັນ ດິນຂອງຣັຖ ທີ່ຊາວບ້ານເຂົ້າໄປຢູ່ອາສັຍ ແລະ ບໍ່ຍອມເສັຽດິນໃຫ້ໂຄງການພັທນາ, ແຕ່ທ່ານບໍ່ໄດ້ໃຫ້ ຣາຍລະອຽດ ຫຼາຍໄປກວ່ານັ້ນ.
ຊາວລາວທ່ານນຶ່ງ ທີ່ຕິດຕາມກໍຣະນີ ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຊຽງດາ ເວົ້າວ່າ ກໍຮູ້ສຶກອິຕົນຊາວບ້ານ ທີ່ຖືກບໍຣິສັດໄປບຸກເບີກທີ່ດິນ ແຕ່ກໍບໍ່ສາມາດຕັດສິນໄດ້ ວ່າໃຜຜິດໃຜຖືກ ຕ້ອງລໍເບິ່ງການກວດກາ ຂອງພາກສ່ວນທີ່ກ່ຽວຂ້ອງກ່ອນ, ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 2 ກຸມພາ ນີ້ວ່າ:
“ຖ້າມັນແມ່ນຄວາມຈິງ ກະອິຕົນຢູ່ ແຕ່ວ່າບາງເທື່ອບັນຫາ ມັນກະເຮົາເຫັນແຕ່ຜູ້ດຽວເວົ້າ ມັນກະບາງເທື່ອມັນກະບໍ່ແມ່ນກະມີນະ ມັນມີບັນຫາແນວນັ້ນ ຂະເຈົ້າລົງກວດກາຢູ່ແລ້ວ.”
ຜູ້ຊ່ຽວຊານດ້ານກົດໝາຍທີ່ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າຖ້າຊາວບ້ານ ທີ່ຖືໃບຕາດິນຂອບຂາວຢູ່ນັ້ນເສັຽ ພາສີທີ່ດິນຢ່າງຖືກຕ້ອງໃນແຕ່ລະປີ ກໍມີສິດນໍາໃຊ້ ດິນດັ່ງກ່າວ ແລະ ທາງບໍຣິສັດກໍບໍ່ສາມາດ ໄປຍຶດເອົາໄດ້ ດັ່ງທີ່ນາງກ່າວວ່າ:
“ປະຊາຊົນລາວເຮົາຫັ້ນ ຄັນຖືໃບຕາດິນຂອບຂາວ ໂດຍທີ່ບໍາມີໃບຂອບທອງ ແຕ່ວ່າຖ້າຂະເຈົ້າເສັຽອາກອນ ກະຖືວ່າຂະເຈົ້າ ມີສິດໃນດິນຂອງຂະເຈົ້າ, ບາດນີ້ເຮົາບໍ່ຮູ້ວ່າບໍຣິສັດ ຂະເຈົ້າໄດ້ໃບຂອບທອງມາຈາກໃສເນາະ ແລ້ວເຂົາໄດ້ມາແບບໃດຖ້າມັນ ບໍ່ຍິນຍອມ ຈາກເຈົ້າຂອງໃບຕາດິນເດີມຫັ້ນນະ ມັນກະຖືວ່າເປັນສິ່ງທີ່ຍັກຍອກເດ໋.”
ກ່ອນໜ້ານີ້ມີຊາວບ້ານ 2 ຄົນ, ນາງແກ້ວ ແລະ ທ້າວໂບ່ຍ ປະຊາຊົນບ້ານຊຽງດາ ຖືກຕໍາຣວດຈັບໃນມື້ວັນທີ 17 ແລະ 18 ມິນາ ປີກາຍ ຍ້ອນເອົາຮູບວິດິໂອ ເວລາຖຽງກັບເຈົ້າໜ້າທີ່ ເຣື່ອງທີ່ດິນ ລົງເຜີຍແພ່ທາງເຟສບຸກ.
ແລະຕໍ່ມາ ເມື່ອເດືອນມິຖຸນາ ປີກາຍ ນາງແກ້ວ ໄດ້ຖືກປ່ອຍຕົວ ພາຍຫລັງທີ່ຄອບຄົວຂອງນາງ ໄດ້ຕັດສິນໃຈເອົາດິນໃຫ້ທາງການ ແລະ ຮັບເອົາຄ່າຊົດເຊີຍ ເປັນທີ່ດິນຈໍານວນນຶ່ງ. ທີ່ດິນໃນເຂດບ້ານຊຽງດາ ຜ່ານມາເປັນດິນຂອງສະຫະກອນ ເມືອງໄຊເສດຖາ.
ແຕ່ປີ 1979-1980. ຫລັງຈາກສະຫະກອນ ຖືກຍຸບໄປແລ້ວ ຊາວບ້ານກໍພາກັນແບ່ງກັນຄຸ້ມຄອງກັນເອງ ໂດຍທີ່ທາງເຈົ້າໜ້າທີ່ ບໍ່ໄດ້ອອກ ໃບຕາດິນໃຫ້, ໃຫ້ຊາວບ້ານໃຊ້ ແລະ ເສັຽພາສີທີ່ດິນ ໃຫ້ຣັຖ.
ມາຮອດປີ 2009 ບໍຣິສັດນໍ້າທາ ກໍ່ສ້າງຂົວ-ທາງ ຈໍາກັດ ເຂົ້າມາສັມປະທານພື້ນທີ່ດັ່ງກ່າວ ແຕ່ຖືກຊາວບ້ານຄັດຄ້ານ ບໍ່ຍອມໃຫ້ ເຂົ້າມາພັທນາ. ຕໍ່ມາປີ 2012 ບໍຣິສັດຈີນໄດ້ເຂົ້າມາ ກໍ່ສ້າງທາງຈາກທາງ 450 ປີ ຫາ ບ້ານຊຽງດາ ຮວມໄລຍະ ທາງປະມານ 9 ກິໂລແມັດ ແລະ ຈະມີການພັທນາພື້ນທີ່ ຮອບເສັ້ນທາງ ໃຫ້ກາຍເປັນເຂດພັທນາໃໝ່ ຊຶ່ງປັດຈຸບັນ ຢູ່ໃນໄລຍະການກໍ່ສ້າງ ເປັນຕົ້ນ ມະຫາວິທຍາລັຍ ຊູໂຈວ, ມະຫາວິທຍາລັຍ ສຸຂພາບ-ວິທຍາສາດ, ບໍຣິສັດ-ຫ້າງຮ້ານຕ່າງໆ, ສູນການຄ້າຄົບວົງຈອນ ແລະໂຮງໝໍ.