ໂທຣະມະນາຄົມລາວຂຍາຍ ກິຈການ
2013.09.20

ບໍຣິສັດ ໂທຣະຄົມ ມະນາຄົມ ລາວ LTC ຫລັງຈາກ ປະເຊີນ ກັບ ສັກກະຍາພາບ ໃນການ ເຕີບໃຫ່ຽ, ຖືກຈໍາກັດ ໃນຣະບົບໂທຣະສັບ ຕັ້ງໂຕະ. ທາງບໍຣິສັດ ຄາດວ່າຈະສຸມໃສ່ການລົງທຶນ ເພື່ອພັທນາຣະ ບົບໂທຣະສັບມືຖື ແລະການບໍຣິການຣະບົບອິນເທີເນັດ ແຖບຄວາມ ຖີ່-ກ້ວາງ (Band width) ໂດຍສະເພາະ ຈະສືບຕໍ່ລົງທຶນໃສ່ຣະບົບ 3G ຂຍາຍເຄືອຂ່າຍ ອອກໄປນອກເມືອງເອກ ແລະພ້ອມກັນນັ້ນຈະ ຕ້ອງປັບປຸງ ຣະບົບການບໍຣິການ ທີ່ຫນ້າດຶງດູດຖ້າຫາກທາງບໍຣິສັດ ຢາກບັນລຸຈໍານວນ ຄວາມຕ້ອງການຂອງຜູ້ໃຊ້ ໃຫ້ຫລາຍຂຶ້ນ, ຕາມ ລາຍງານ ການປະຕິບັດງານ ໄຕຣມາຕທີ 4.
ລາຍງານວ່າ ເມື່ອເດືອນມີນາ ປີ 2012 ທາງບໍຣິສັດ ໄດ້ປະກາດ ຈະລົງທຶນ ຂຍາຍ-ພັທນາເຄືອຂ່າຍ ແລະການບໍຣິການ ການຂຍາຍ ເຄືອຂ່າຍ ຈະມີການຕັ້ງສະຖານີພື້ນຖານເກືອບ 200 ແຫ່ງ ເພີ້ມໃສ່ ຈໍານວນທີ່ມີຢູ່ແລ້ວ 1,400 ສະຖານີ. ໃນຂນະດຽວກັນ ກໍຈະປັບປຸງ ຣະບົບເຄືອຂ່າຍຫລັກໆ ເພື່ອຕຣຽມໃສ່ການບໍຣິການ ຣະບົບ 4G.
ດ້ານໂທຣະສັບມືຖື ເມື່ອເດືອນກໍຣະກະດາ 2013 ທາງບໍຣິສັດໄດ້ ປະກາດແຜນການເປີດໃຊ້ ເທັກໂນໂລຈີ LTE ຢູ່ໃນສະຖານີ ພື້ນ ຖານ 60 ແຫ່ງ ໃນນະຄອນຫລວງ ແລະຄາດວ່າຈະເປີດໃຊ້ຣະບົບ ບໍຣິການ ທາງອິນເທີເນັດ 4G ໃນທ້າຍເດືອນ ສິງຫາ ຜ່ານມານີ້.