ສວນຢາງພາລາ ຈະຂາດແຮງງານ


2013.04.24
F-workers ສປປລາວ ກໍາລັງພັທນາ ທົ່ວທຸກແຂວງ ມີການສ້າງສາ ຫາກມີ ກົດໝາຍ ແຮງງານ ກົດໝາຍ ຄົນຕ່າງດ້າວ ທີ່ແຂງແກ່ງ ແລະ ຖືກບັງຄັບໃຊ້ ຢ່າງແທ້ຈິງ ບັນຫາ ກໍຄົງຈະ ໜ້ອຍລົງ ຫຼື ໝົດໄປ.
RFA

ສວນປູກ ຢາງພາລາ ຈະບໍ່ສາມາດ ຫາແຮງງານ ໄດ້ເຖີງ 5 ແສນຄົນ ຕາມທີ່ ກໍານົດໄວ້ ເມື່ອຮອດປີ 2015.

ໃນປີ 2015 ລາວ ຈະບໍ່ສາມາດ ຫາຄົນງານ ໄດ້ຕາມຈໍານວນ ທີ່ຕ້ອງການ ຄືປະມານ 5 ແສນ ກວ່າຄົນ ຍ້ອນໂຄງການ ຢາງພາລາ ໃນພື້ນທີ່ 190 ພັນ ເຮັກຕາ ຮວມທັງ ທຸຣະກິດ ອຸດສາຫະກັມ ທີ່ຂຍາຍຕົວ ຢ່າງບໍ່ຢຸດຢັ້ງ. ຕາມຄໍາເວົ້າ ຂອງ ດຣ. ລີເບີ ລີບົວປາວ ຫົວໜ້າ ສະຖາບັນ ຄົ້ນຄວ້າ ເສຖກິດ ຂອງລາວ:

"ຄິດວ່າຕົວນີ້ ກໍສິເປັນສິ່ງ ທ້າທາຍ ກໍຄົງສິບໍ່ ສາມາດ ໂຄງການ ຢາງພາລາ ຊຶ່ງຕ້ອງການ ແຮງງານເພີ່ມຕື່ມ ຕົວນີ້ ກໍສິມີປັນຍາ ກໍສິບໍ່ ພຽງພໍ ກໍສິບໍ່ມີ ນະໂຍບາຍ ທີ່ຈະແຈ້ງ ຊັດເຈນ ຕົວນີ້ ໂດຍຮວມແລ້ວ ກໍຈໍາເປັນ ນໍາມາປະເທດ ອ້ອມຂ້າງ ໂດຍສະເພາະ ຈີນ ແລະ ວຽດນາມ".

ດຣ. ລີເບີ ກ່າວຕໍ່ໄປວ່າ ທຸກມື້ນີ້ ລາວຕ້ອງການ ຄົນງານ ຢ່າງຫລວງຫລາຍ ໂດຍສະເພາະ ຂແນງກະສິກັມ ແລະ ຂແນງ ອຸດສາຫະກັມ ຊຶ່ງຄົນງານລາວ ເອງ ສ່ວນຫລາຍ ກໍໄປເຮັດວຽກ ຢູ່ໄທ ຢູ່ວຽດນາມ ແລະ ຢູ່ລາວ ຈະມີບັນຫາ ຂາດເຂີນ ຄົນງານ ເຮັດໃຫ້ ຕ້ອງ ໄດ້ ເອົາຄົນງານ ຈາກ ຕ່າງປະເທດ ເຂົ້າມາ ເພາະຄົນງານລາວ ທີ່ຢູ່ເຂດ ຊົນນະບົດ ຈະຜລິດສະບຽງ ອາຫານ ພາຍໃນ ຄອບຄົວ ແລະ ເປັນຄົນງານ ທີ່ບໍ່ກົງກັບ ຄວາມຕ້ອງການ ຂອງຕລາດ. ຄົນງານ ຕ່າງປະເທດ ທີ່ເຂົ້າມາ ເຮັດວຽກນໍາ ໂຄງການ ຕ່າງໆ ກໍ ຫລັ່ງໄຫລ ກັນເຂົ້າມາ ຢູ່ລາວ ຫລາຍເພີ່ມຂຶ້ນ. ທ່ານ ລີເບີ ກ່າວຕໍ່ໄປວ່າ:

"ກໍຄືຈັ່ງ ຊັ້ນລະ ດຽວນີ້ ກໍເປັນ ແນວນັ້ນແລ້ວ ໂດຍສະເພາະ ໃນຂອງເຂດ ກໍ່ສ້າງ ດຽວນີ້ສ່ວນມາກ ເປັນແຮງງານ ຂອງ ວຽດນາມ ກໍເລີ່ມໄຫລ ເຂົ້າມາແລ້ວ ເພາະ ໂດຍລວມແລ້ວ ດຽວນີ້ ກໍມີທ່າອ່ຽງ ທີ່ວ່າ ຂາດແຮງງານ ຫລາຍຂຶ້ນ ເນື່ອງຈາກວ່າ ທຸກຂແນງການ ລ້ວນແລ້ວແຕ່ຕ້ອງ ການແຮງງານ ແມ່ນແຕ່ ທາງພາກຣັຖ ກໍຕ້ອງການ ແຮງງານ".

ການຂາດເຂີນ ຄົນງານ ໃນລາວ ເຫັນໄດ້ ຢ່າງຈະແຈ້ງ ເພາະຊາວຫນຸ່ມ ໃນເມືອງນ້ອຍ ແລະ ຊົນນະບົດ ພາກັນອອກ ຈາກລາວ ໄປເຮັດວຽກ ຢູ່ປະເທດໄທ ເພາະ ໄດ້ເງິນດີກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.