ຣາຄາຢາງພາຣາອາຈຕົກຕໍ່າ

ມະນີຈັນ
2014.04.16
F-rubber ກຸ່ມລົງທຶນ Thai Hoa Group ຂອງວຽດນາມ ທີ່ເນັ້ນໜັກ ເພີ້ມປູກຢາງພາຣາ ໃນພາກໃຕ້ ຂອງລາວ
Tran Viet

 

ພາຍຫລັງ ທີ່ ວຽດນາມ ມີການ ຂຍາຍ ການປູກ ຢາງພາຣາ ມີການ ຕັດໄມ້ ທໍາລາຍ ປ່າ ແລະ ທັງໄປປູກ ໃນ ປະເທດ ເພື່ອນບ້ານ ທັງ ສປປລາວ ແລະ ກັມພູຊາ ເປັນ ຫລາຍແສນ ເຮັກຕາ ມາໄດ້ ຫລາຍປີ.

ວຽດນາມ ຂະນະນີ້ ກໍາລັງ ເກັບກ່ຽວ ພືດຜົລ ທີ່ຕົນໄດ້ ລົງທຶນມາ ຊຶ່ງເປັນ ຜົລຜລິດ ທີ່ເຮັດໃຫ້ ວຽດນາມ ກາຍເປັນ ເຈົ້າຂອງ ຢາງພາຣາ ລາຍໃຫຍ່ ອັນດັບ 3 ຂອງ ໂລກ. ຖ້າມກາງ ຄວາມ ສາມາດ ກັກຕູລ ຢາງພາຣາ ໄວ້ ມີຈໍາກັດ ແລະ ການຜລິດ ທີ່ ຫລາຍຂຶ້ນ ຂອງ ວຽດນາມ ສາມາດ ເຮັດໃຫ້ ເກີດສົງຄາມ ຣາຄາ ຂອງ ຢາງພາຣາ ໃນ ຕລາດ ທີ່ ຣາຄາ ຕົກຕໍ່າ ມາຫລາຍປີ ແລະ ມີຄວາມ ເປັນໄປໄດ້ ວ່າ ຊາວສວນ ຢາງພາຣາ ຂອງລາວ ກໍຈະໄດ້ ຮັບຜົລ ກະທົບ ໄປຕາມໆ ກັນ.

ຕາມຣາຍງານ ຂ່າວ ເມື່ອວັນທີ 13 ເມສາ 2014 ວ່າ ການເຂົ້າ ກ່ຽວຂ້ອງ ຂອງ ຣັຖບານ ວຽດນາມ ແມ່ນໜ້ອຍ ໃນການ ສນັບສນູນ ຣາຄາ ຢູ່ ວຽດນາມ. ດັ່ງນັ້ນ ຊາວສວນ ຢາງພາຣາ ວຽດນາມ ຈຶ່ງມີ ທາງເລືອກ ອື່ນໜ້ອຍ; ຕ້ອງໄດ້ຂາຍ ໂດຍ ບໍ່ສົນໃຈ ນໍາຄໍາ ຮຽກຮ້ອງ ຂອງທາງ ອຸດສາຫະກັມ ທີ່ຂໍໃຫ້ ໂຈະ ການຂາຍ ນໍ້າຢາງ ອັນເຮັດໃຫ້ ຜູ້ສນອງ ຢາງລາຍໃຫຍ່ ອື່ນໆ ຄື ໄທ ອິນໂດເນເຊັຽ ແລະ ມາເລເຊັຽ ບໍ່ ສະບາຍ ໃຈ.

ທ່ານ Edy Irwasyah ເລຂາທິການ ຝ່າຍ ບໍຣິຫານ ສະມາຄົມ ຢາງພາລາ ອິນໂດເນເຊັຽ ສາຂາ Sumatra ຕອນເໜືອ ຊຶ່ງ ເປັນກຸ່ມ ຜູ້ສົ່ງອອກ ໃນ ອິນໂດເນເຊັຽ ທີ່ ເປັນຜູ້ ຜລິດຢາງ ຣາຍໃຫຍ່ ອັນດັບ 2 ຂອງ ໂລກ ຮອງຈາກ ໄທ ເວົ້າວ່າ: ແນ່ນອນ ພວກເຮົາ ວິຕົກ ກັງວົນ. ໃນເຣື່ອງນີ້ ຫາກ ການສນອງ ແລະ ຄວາມ ຕ້ອງການ ບໍ່ສົມ ສ່ວນກັນ ກໍຈະມີ ການສັ່ງຊາ ເບິ່ງ ເຣື່ອງ ຣາຄາ ຢ່າງ ບໍ່ຕ້ອງ ສົງໄສ.

ໃນປີ 2001 ເມື່ອ ຢາງພາຣາ ກັບມາມີ ຣາຄາ ຄືນ ຫລັງຈາກ ຕົກຕໍ່າ ລົງສຸດ ໃນຮອບ 30 ປີ ທີ່ເຮັດໃຫ້ ວຽດນາມ ຈໍາຕ້ອງ ໄດ້ລົງທຶນ ໃສ່ການ ປູກພືດພັນ ຫລາຍແນວ ແລ້ວ ກັບມາ ສເນີ ໃຫ້ ເງິນກູ້ຢືມ ໃນ ອັຕຣາ ດອກເບັ້ຽຕໍ່າ ແກ່ຊາວ ກະເສຕກອນ ເພື່ອ ປູກຕົ້ນ ຢາງພາຣາ ຕື່ມອີກ.

ພ້ອມດຽວກັນ ບໍຣິສັດ ຣັຖວິສາຫະກິດ ຂອງ ວຽດນາມ ຍັງໄດ້ ເຂົ້າໄປ ສັມປະທານ ທີ່ດິນ ປູກ ຢາງພາຣາ ຢູ່ ລາວ ແລະ ກັມພູຊາ ນໍາດ້ວຍ. ບໍຣິສັດ ຣັຖວິສາຫະກິດ ຂອງ ວຽດນາມ ຄື ກຸ່ມ ຢາງພາຣາ ວຽດນາມ ຜູ້ສົ່ງອອກ ຣາຍໃຫຍ່ ຂອງ ປະເທດ ເມື່ອປີກາຍ ໄດ້ ຣາຍງານ ກ່ຽວກັບ ເນື້ອທີ່ ປູກ ຢາງພາຣາ ຂອງຕົນ ວ່າ ເພີ່ມຂຶ້ນ 9 ເປີເຊັນ ມາມີ 392 ພັນ ເຮັກຕາ ຊຶ່ງໃນນັ້ນ ຢູ່ລາວ ແລະ ກັມພູຊາ ມີຫລາຍ ຮ້ອຍພັນ ເຮັກຕາ.

ໃນຣະຍະ ພຽງ 7 ປີ ບໍຣິສັດ ຣັຖວິສາຫະກິດ ຂອງ ວຽດນາມ ກໍໄດ້ເຫັນ ຜົລຜລິດ ເພີ້ມຂຶ້ນ ເຖິງ 60 ເປີເຊັນ ຈາກປີ 2007 ທີ່ມີ 606 ພັນຕັນ. ຕາມຂໍ້ມູລ ຂອງ ສະມາຄົມ ບັນດາ ປະເທດ ຜລິດ ຢາງພາຣາ ດິບ.
ສໍາລັບ ປີນີ້ ຄາດຄະເນ ກັນວ່າ ຜົລຜລິດ ຈະໄດ້ເຖິງ 1 ລ້ານຕັນ. ແລະ ຕາມຄໍາເວົ້າ ຂອງ ທ່ານ Stephen Evans ເລຂາທິການ ກຸ່ມ ສຶກສາ ຢາງພາຣາ ສາກົລ ວ່າ ໃນອີກ 5 ປີ ຂ້າງໜ້າ ຜົລຜລິດ ຂອງ ວຽດນາມ ອາດເພີ້ມຂຶ້ນ ເຖິງ 1 ລ້ານ 5 ແສນ ຕັນ. ແລະ ເມື່ອເຖິງ ເວລານັ້ນ ກໍອາດເກີດ ສົງຄາມ ຣາຄາ ຢາງພາຣາ ກໍເປັນໄດ້.

ພວກພໍ່ຄ້າ ຕ່າງກໍຄົງ ຈື່ໄດ້ວ່າ ປີ 2001 ເມື່ອ ວຽດນາມ ຖືກ ກ່າວຫາວ່າ ສົ່ງກາເຟ ລົ້ນຕລາດ ຊຶ່ງເຮັດໃຫ້ ຣາຄາ ກາເຟ ຕົກຕໍ່າ ທີ່ສຸດ ເປັນ ຄັ້ງທໍາອິດ ໃນຮອບ 30 ປີ. ດັ່ງນັ້ນ ປັຈຈຸບັນ ຊາວສວນ ກາເຟ ຈຶ່ງພາກັນ ຈໍາກັດ ການຂາຍ ເມື່ອຣາຄາ ຕົກຕໍ່າລົງ ເຖິງ ຣະດັບ ໃດ ໜຶ່ງ ແຕ່ຊາວສວນ ຢາງພາຣາ ອາດບໍ່ມີ ເງິນ ພໍທີ່ຈະ ກັກຕູນ ຢາງພາຣາ ຂອງພວກຕົນ ໄວ້ໄດ້ ຄືກັນກັບ ຊາວສວນ ກາເຟ.
ນັກວິເຄາະ Macquarie - Kona Haque ທີ່ ກຸງ ລອນດອນ ບໍ່ ແນ່ໃຈວ່າ ຈະເຫັນ ຣະບຽບການ ຄືແນວນີ້ ເກີດຂຶ້ນ ກັບຕລາດ ຢາງພາຣາ ຊຶ່ງ ຢາງພາຣາ ຍັງເປັນ ຕລາດ ຂ້ອນຂ້າງ ໃໝ່ ສໍາລັບ ພວກ ເຂົາເຈົ້າ ແລະ ພວກ ເຂົາເຈົ້າ ກໍຍັງ ບໍ່ມີເງິນ ຫລາຍ ພໍເທື່ອ. ພໍ່ຄ້າ ຄົນກາງ ຕ່າງກໍວ່າ ອາດເກີດ ສົງຄາມ ຣາຄາຂຶ້ນ ໃນບັນດາ ຜູ້ປູກ ຂະນະທີ່ ຜົລຜລິດ ເພີ້ມຂຶ້ນ ແລະ ຊາວສວນ ກໍອາດ ຍາດແຍ່ງ ກັນຂາຍ ກ່ອນທີ່ ຣາຄາ ຈະຕົົກຕໍ່າ ລົງຕື່ມ ຍ້ອນ ການສນອງ ຫລາຍກວ່າ ຄວາມ ຕ້ອງການ ຂອງຕລາດ.

ຜູ້ສົ່ງອອກ ຢູ່ ອິນໂດເນເຊັຽ ທ່ານນຶ່ງ ເວົ້າວ່າ ຊາວສວນ ຕ້ອງການ ເງິນ ມາລ້ຽງ ຄອບຄົວ, ພວກ ເຂົາເຈົ້າ ບໍ່ສາມາດ ທີ່ຈະກັກຕູນ ຜົລຜລິດ ຂອງຕົນ ໄວ້ໄດ້ ເພາະ ພວກ ເຂົາເຈົ້າ ເປັນ ຊາວສວນ ຂນາດນ້ອຍ. ຕົ້ນ ຢາງພາຣາ ກໍກໍາລັງ ເຕີບໂຕ ສຸດຂີດ ອັນເປັນ ການຍາກ ທີ່ ຈະສາມາດ ຮຽກຮ້ອງ ຊາວສວນ ບໍ່ໃຫ້ ປາດ ຢາງພາຣາ ໄດ້ ເມື່ອຕົ້ນຢາງ ສຸກງອມ ແລ້ວ.

ຊາວສວນ Nguyen Bao ຢູ່ແຂວງ Binh Duong ນອກ ນະຄອນ ໂຮຈິມິນ ກໍວ່າ ຈະບໍ່ກັກຕູລ ຢາງ ພາຣາ ຂອງຕົນໄວ້ ເພາະ ຣາຍໄດ້ ຈາກ ຢາງພາລາ ຫລຸດລົງ ເຄິ່ງໜຶ່ງ ແລ້ວ ໃນຣະຍະ 2 ປີ ຫລັງມານີ້ ຄືໄດ້ ພຽງ 100 ລ້ານ ດົງ ຫາ 120 ລ້ານ ດົງ ເທົ່າກັບ 4700 ຫາ 5700 ໂດລາ ສະຫະຣັຖ ຕໍ່ເຮັກຕາ. ລາວ ວ່າ ລາວ ບໍ່ມີທາງ ເລືອກ ອື່ນ ບໍ່ມີ ທຸຣະກິດ ແນວອື່ນ ເຮັດ ດັ່ງນັ້ນ ຈຶ່ງຈະຍຶດ ຢູ່ກັບ ການປູກ ຢາງພາລາ ນີ້. ຜົລໄດ້ ຕົກຕໍ່າ ແຕ່ລາວ ຈະບໍ່ຂາຍ ທີ່ດິນ ປູກຢາງພາຣາ ຂອງລາວ. ທ່ານ ຫງຽນ ມີສວນ ຢາງພາຣາ ປະມານ 3 ເຮັກຕາ ນັບແຕ່ ຊຸມປີ 1980 ເປັນ ຕົ້ນມາ.

ຢ່າງໃດ ກໍຕາມ ຫາກເວົ້າ ເຖິງ ຢາງພາຣາ ຢູ່ລາວ ຊາວສວນ ຢາງພາຣາ ລາວ ສ່ວນໃຫຍ່ ກໍກໍາລັງ ເລີ່ມປາດ ຢາງຂາຍ. ຫາກເວົ້າ ເຖິງ ຢູ່ແຂວງ ທາງ ພາກເໜືອ ແລ້ວ ກໍແມ່ນຈີນ ເປັນ ຜູ້ຜູກຂາດ ໃນການ ເກັບຊື້ ໂດຍໃຫ້ ຣາຄາຕໍ່າ ຫລາຍ. ຫາກ ຊາວສວນ ຢາງພາຣາ ລາວ ຄົນໃດ ມີສັນຍາ ຂາຍໃຫ້ໄທ ນັ້ນ ກໍຈຶ່ງໄດ້ ຣາຄາ ດີແດ່. ແລະ ທີ່ຜ່ານມາ ກໍມີຂ່າວ ວ່າ ຊາວສວນ ຢາງພາຣາ ລາວ ຢູ່ແຂວງ ເຊກອງ ບາງຄົນ ກໍຈໍາ ຕ້ອງຕັດ ຕົ້ນ ຢາງພາຣາ ຂອງ ຕົນຖີ້ມ ເພື່ອປູກພືດ ອື່ນແທນ ເພາະ ຣາຄາ ຢາງພາຣາ ຕອນນັ້ນ ຕໍ່າ ທີ່ສຸດ. ຖ້າຫາກ ວ່າ ຜົລຜລິດ ຢາງພາຣາ ເພີ່ມຂຶ້ນ ຫລາຍທັງ ຢູ່ລາວ ຢູ່ ກັມພູຊາ ແລະ ວຽດນາມ ຄື ແນວນີ້ ແມ່ນຫຍັງ ຈະເກີດຂຶ້ນ ກັບຊາວສວນ ຢາງພາຣາ ລາວ.

ຢ່າງໃດ ກໍຕາມ ໄທ ອິນໂດເນເຊັຽ ແລະ ມາເລເຊັຽ ກໍໄດ້ ປະຊຸມກັນ ເມື່ອເດືອນ ກຸມພາ ຜ່ານມາ ແລະ ແນະນໍາ ກັນວ່າ ບໍ່ຄວນຂາຍ ຢາງພາຣາ ໃນຣາຄາ ຕໍ່າ ຄື ປັຈຈຸບັນ ພ້ອມທັງ ຮຽກຮ້ອງ ໃຫ້ ວຽດນາມ ຂາຍ ໜ້ອຍລົງ ໃນປີນີ້.

ແຕ່ຄວາມ ພຍາຍາມ ທີ່ ຈະຟື້ນຟູ ຣາຄາ ຢາງພາຣາ ນັ້ນ ຄົງຈະມີ ບັນຫາ ຫາກບໍ່ມີ ການ ຮ່ວມມື ຈາກ ວຽດນາມ ທີ່ ບໍ່ເປັນ ສະມາຊິກ ບໍຣິສັດ ຜູກຂາດ ຢາງພາຣາ ສາກົລ ຊຶ່ງ ປະກອບ ດ້ວຍຜູ້ ຜລິດ ຢາງພາຣາ ຣາຍໃຫຍ່ ເຊັ່ນ ໄທ ອິນໂດເນເຊັຽ ແລະ ມາເລເຊັຽ ແລະ ມີເປົ້າໝາຍ ຮັກສາ ຄວາມສົມດູນ ຣະຫວ່າງ ການສນອງ ແລະ ຄວາມ ຕ້ອງການ ຂອງຕລາດ.

ກຸ່ມຜູ້ ສົ່ງອອກ ຢາງພາຣາ ອິນໂດເນເຊັຽ ເວົ້າວ່າ ພວກທ່ານ ໄດ້ ສົ່ງໜັງສື ເຖິງ ສະມາຄົມ ຢາງພາຣາ ວຽດນາມ ແລະ ວຽດນາມ ກໍວ່າ ສນັບສນູນ ຄວາມ ພຍາຍາມ ຂອງ ພວກທ່ານ ຈະບໍ່ຂາຍ ຢາງພາຣາ ໃນ ຣາຄາ ຕໍ່າ ແຕ່ຕ້ອງໄດ້ ກວດກາ ເບິ່ງ ບໍຣິມາດ ຂາຍ ຂອງ ວຽດນາມ ໃນ ພາກຕົວຈິງ.

ທ່ານ Tran Ngoc ປະທານ ສະມາຄົມ ຢາງພາຣາ ວຽດນາມ ເວົ້າວ່າ ທາງ ສະມາຄົມ ໄດ້ສເນີ ຕໍ່ນັກ ທຸຣະກິດ ວຽດນາມ ທີ່ ເປັນ ສະມາຊິກ ນັ້ນ ໃຫ້ ຫລຸດຜ່ອນ ຜົລຜລິດ ຢາງພາຣາ ທັມຊາດ ລົງໃນ ປີ 2014 ນີ້ ແລະ ຫລີກລ່ຽງ ການຂາຍ ໃນ ຣາຄາ ທີ່ ຕໍ່າກວ່າ ຣາຄາ ສາກົລ.

ຕາມຣາຍງານ ຂອງ Macquarie ເຖິງແມ່ນວ່າ ຄວາມ ຕ້ອງການ ຢາງພາຣາ ທັມຊາດ ໄດ້ປະເມີນ ວ່າຈະ ເພີ່ມຂຶ້ນ 4 ເປີເຊັນ ໃນປີ 2014 ນີ້ ແຕ່ຕລາດ ກໍຈະເຫັນ ການສນອງ ເກີນ ຄວາມ ຕ້ອງການ 373 ພັນ ຕັນ ເປັນປີ ທີ 4 ໃນ ປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.