2 ເທື່ອເລີ່ມປີນີ້ນໍ້າມັນ ຂຶ້ນຣາຄາ
2021.01.22

ກະຊວງອຸດສາຫະກັມ ແລະ ການຄ້າ, ແຈ້ງປັບຣາຄານໍ້າມັນຂຶ້ນອີກ ເປັນຄັ້ງທີ 2 ໃນປີ 2021 ນີ້ ຄືເພິ່ມຂຶ້ນເປັນ 9,700 - 9,800 ກີບ ຕໍ່ລິດ ສໍາລັບແອັດຊັງພິເສດ ຊຶ່ງຣາຄາເກົ່າແມ່ນ 9,430 ກີບ, ແອັດຊັງ ທັມດາ 8,790 ກີບ, ກາຊັວນ 8,040 ກີບ, ເຮັດໃຫ້ ຊາວນະຄອນຫຼວງວຽງຈັນ ພາກັນຈົ່ມຍ້ອນວ່າຣາຄານໍ້າມັນ ແພງຂຶ້ນຫຼາຍແຕ່ກໍຈໍາເປັນຕ້ອງໄດ້ຊື້, ອີງຕາມຄໍາເວົ້າຂອງຊາວນະຄອນ ຫຼວງ ຜູ້ຂໍບໍ່ອອກຊື່ຕໍ່ RFA ໃນມື້ວັນທີ 22 ມົກຣາ ນີ້:
“ສິເປັນວິນແລ້ວ ອັນນີ້ນະ, ກໍພາກັນໂສກັນຢູ່ນີ້ເດ໋, ໃຜກະຈົ່ມຄືກັນ 9,700 - 9,800 ແລ້ວນີ້ນະ ເງິນກະຂຶ້ນ, ອັນໃດກະຂຶ້ນມັນບໍ່ ລອດແລ້ວນີ້ນະ ບໍ່ຊື້ເຮົາກະສິບໍ່ໄດ້ໄປໃສຊັ້ນຕົ໋ວ, ກະຈໍາເປັນນີ້ນະ, ໄທເຮົາບໍ່ມີເງື່ອນໄຂ ຈະເຮັດຈັ່ງໃດນີ໋ ມັນໜັກໜາຂຶ້ນໆ, ຈະແກ້ໄຂແນວໃດ, ນໍ້າມັນສິລົງ ອັນອື່ນບໍ່ລົງກະຢ່າເນາະ ຂໍໃຫ້ນໍ້າມັນລົງ.”
ນາງກ່າວຕື່ມວ່າ ຢາກໃຫ້ທາງການ ຫາວິທີແກ້ໄຂ ບໍ່ຢາກໃຫ້ປັບຣາຄານໍ້າມັນ ຂຶ້ນສູງຫຼາຍ ເພາະປະຊາຊົນ ກໍຈໍາເປັນຕ້ອງໄດ້ໃຊ້ ເປັນປະຈໍາ. ຊາວນະຄອນຫຼວງອີກທ່ານນຶ່ງ ກໍເວົ້າວ່າ, ທາງການປັບຣາຄານໍ້າມັນຂຶ້ນ ກໍບໍ່ຮູ້ວ່າຈະເຮັດແນວໃດ, ຜູ້ທີ່ມີຣົດກໍຈໍາເປັນ ຕ້ອງໄດ້ໃຊ້ນໍ້າມັນ, ບໍ່ດັ່ງນັ້ນກໍຫຍູ້ງຍາກ ໃນການເດີນທາງ:
“ກະຫຍູ້ງຍາກແຫຼະເນາະ, ເພາະວ່າມັນຂຶ້ນ ມັນແບບອັດຕຣາມັນບໍ່ຢູ່ເກົ່າຫັ້ນນ່າ, ແຕ່ວ່າປີນີ້ 2021 ມັນກະຂຶ້ນ 2 ເທື່ອແລ້ວເດ໋ ກະຈໍາເປັນໄດ້ໃຊ້ແຫຼະ, ບໍ່ໃຊ້ເຮົາກະເສັຽວຽກເສັຽການ ເນາະ.”
ເຈົ້າໜ້າທີ່ອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າການປັບ ຂຶ້ນຣາຄານໍ້າມັນ, ເປັນໄປຕາມຣາຄານໍ້າມັນໃນ ຕລາດໂລກ, ຊຶ່ງທາງການປັບຣາຄານໍ້າມັນຕາມນັ້ນ, ກໍເປັນເຣື່ອງປົກກະຕິ ບໍ່ຈັກວ່າ ຈະແກ້ໄຂແນວໃດ:
"ຕລາດໂລກແດ່ ອັນນີ້ນ່າ, ການຜລິດຢູ່ບໍ່ນໍ້າມັນເຂົາພຸ້ນລະ, ຂຶ້ນເຮົາຂຶ້ນນໍາ ເພິ່ນລົງເຮົາລົງນໍາ, ເປັນແນວຫັ້ນເດ໋, ກະຊວງການຄ້າ ເປັນຜູ້ຄວບຄຸມໄປຕາມຈັງຫວະ ຂອງເພິ່ນແນວນັ້ນ, ບາງເທື່ອກໍຂຶ້ນ 15 ມື້ ກໍຈະມີການລົງ ກໍເປັນໄດ້ ມັນບໍ່ແນ່ອັນນີ້.”
ທ່ານກ່າວຕື່ມວ່າ ຫາກມີປໍ້ານໍ້າມັນໃດສວຍໂອກາດ ໂກງນໍ້າມັນລູກຄ້າ, ເປັນຕົ້ນເອົານໍ້າມັນຄຸນນະພາບບໍ່ດີ ມາຂາຍ, ຫລືເຕີມນໍ້າມັນ ໃຫ້ລູກຄ້າ ບໍ່ຄົບຕາມຈໍານວນນໍ້າມັນ ທີ່ເຈົ້າຂອງ ຣົດຊື້ ກໍໃຫ້ໂທຣະສັບມາແຈ້ງ, ຈະມີເຈົ້າໜ້າທີ່ລົງໄປກວດກາ, ຖ້າມີຄວາມຈິງແທ້, ກໍຈະມີການປັບໃໝຕາມຣະບຽບກົດໝາຍ:
“ໂທເຂົ້າສາຍດ່ວນເຮົາໂລດ 1510 ຫັ້ນໂລດ, ເຮົາກະແບ່ງອ້າຍນ້ອງລົງກວດກາໂລດ, ເພິ່ນອີງໃສ່ຣາຄາທີ່ເຈົ້າຂາຍ ມີບິນກວດກາ ຕາມບິນເຈົ້າ, ນໍ້າມັນຂຶ້ນເຈົ້າຂາຍໄດ້ ຈັກລິດ ກະຄູນເທົ່ານັ້ນແຫຼະເນາະ.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບເຣື່ອງນີ້ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງກ່າວຕໍ່ RFA ໃນມື້ວັນທີ 22 ມົກຣາ ນີ້ວ່າ ທາງເຈົ້າໜ້າທີ່ມີ ການກວດກາຄຸນນະພາບນໍ້າມັນຢູ່ຕລອດ, ເພື່ອປ້ອງກັນບໍ່ໃຫ້ຂາຍນໍ້າມັນ ທີ່ບໍ່ໄດ້ຄຸນນະພາບ, ຊຶ່ງທີ່ຜ່ານມາ ກໍເຄີຍມີການເອົານໍ້າ ມາປະສົມກັບນໍ້າມັນ, ແຕ່ຢູ່ໃນເຂດນອກ. ແຕ່ປັດຈຸບັນບໍ່ມີແລ້ວ ເພາະເຂົາເຈົ້າຢ້ານຖືກປັບໃໝ:
“ເອີ໋ ຄຸນນະພາບກະກວດປົກກະຕິ, ກວດຕາມການຮ້ອງຮຽນ, ແລ້ວກະກວດຕາມຮອບຂອງແຕ່ລະປີ, ມັນຈະມີໜ່ວຍງານລົງໄປ ກວດເດ໋, ຊ່ວງຜ່ານມາເຂົາເຈົ້າລົງໄປກວດ ບໍ່ມີແລ້ວ ດີຂຶ້ນຫຼາຍແລ້ວໄປ໋, ແຕ່ວ່າມັນກະປະຕິເສດບໍ່ໄດ້ດອກ ຢູ່ເຂດນອກ ບາງຈຸດກະຍັງມີ.”
ອີງຕາມການແຈ້ງການຂອງກະຊວງອຸດສາຫະກັມ ແລະ ການຄ້າ ກ່ຽວກັບການປັບຂຶ້ນຣາຄານໍ້າມັນ, ໃນມື້ວັນທີ 21 ມົກຣາ 2021 ຄືຣາຄາ ນໍ້າມັນ ແອັດຊັງ ພິເສດ 9,790 ກີບຕໍ່ລິດ, ແອັດຊັງທັມມະດາ 9,130 ກີບຕໍ່ລິດ ແລະ ກາຊັວນ 8,160 ກີບຕໍ່ລິດ.
ເມື່ອປຽບທຽບໃສ່ຕົ້ນເດືອນມົກຣາ 2021 ນີ້ ຣາຄານໍ້າມັນເພີ່ມສູງຂຶ້ນຫຼາຍ, ໂດຍສະເພາະ ແອັດຊັງພິເສດລິດນຶ່ງ ເພີ່ມຂຶ້ນ 360 ກີບ ຄືຣາຄາເກົ່າ 9,430 ກີບ, ແອັດຊັງທັມມະດາ 8,790, ກາຊັວນ 8,040 ກີບ.