ຣັຖກອນຈະແຈ້ງຊັພສິນເດືອນ ໜ້າ

ສິດນີ
2014.05.21
f-audit ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA/LX

 

ເຈົ້າຫນ້າທີ່ ຫ້ອງການ ປາບປາມ ການ ສໍ້ຣາສ ບັງຫລວງ ສປປລາວ ທ່ານນຶ່ງ ເວົ້າວ່າ ໃນ ເດືອນຫນ້າ ເຈົ້າຫນ້າທີ່ ຣັຖ ຈະເລີ້ມແຈ້ງ ຊັພສິນ ຂອງຕົນ ຊຶ່ງ ເປັນເທຶ່ອ ທຳອິດ ທີ່ ເຈົ້າຫນ້າທີ່ ຣັຖ ຕ້ອງໄດ້ ແຈ້ງຊັພສິນ ທີ່ ຕົນມີ ໃນແຜນການ ປາບປາມ ການສໍ້ຣາສ ບັງຫລວງ ຂອງ ຣັຖບານ.

ອົງການ ກວດສອບ ແຫ່ງຣັຖ ໄດ້ ປະຊຸມ ກັນໃນ ອາທິດ ທີ່ຜ່ານມາ ເພຶ່ອ ຊີ້ແນະ ວິທີການ ບັງຄັບໃຊ້ ດຳຣັດ ນາຍົກ ຣັຖມົນຕຣີ ກ່ຽວກັບ ການແຈ້ງ ຊັພສິນ ເຈົ້າຫນ້າທີ່ ຣັຖ ຊຶ່ງ ກອງ ປະຊຸມ ດັ່ງກ່າວ ເປັນ ປະທານໂດຍ ປະທານ ອົງການ ກວດສອບ ແຫ່ງຣັຖ ທ່ານ ດຣ ບຸນທອງ ຈິດມະນີ ໃນ ກອງປະຊຸມ ມີ ເຈົ້າຫນ້າທີ່ ຈາກ ຫລາຍ ພາກສ່ວນ ທົ່ວ ປະເທດ ເຂົ້າຮ່ວມ.

ເຈົ້າຫນ້າທີ່ ຮັບ ຜິດຊອບ ກໍໄດ້ ສິ້ນສຸດ ການກະຕຣຽມ ໃບແຈ້ງ ຊັພສິນ ເພຶ່ອ ແຈກຍາຍ ໃຫ້ ຫນ່ວຍງານ ຕ່າງໆໃຊ້ ໃນການ ແຈ້ງ ຊັພສິນ ໃນ ແຕ່ລະ ແຂວງ ໃຫ້ເປັນໄປ ຕາມ ຄຳ ແນະນຳ ຂອງ ກອງປະຊຸມ ວ່າງອາທິດ ທີ່ ຜ່ານມາ ແລ້ວ. ທ່ານ ຄາດວ່າ ວຽກງານ ການກະຕຣຽມ ຕ່າງໆ ຈະສຳເຣັດ ລົງໃນເດືອນ ນີ້ ແລະ ການແຈ້ງ ຊັພສິນ ນັ້ນ ກໍຈະເລິ້ມ ຂຶ້ນ ໃນ ເດືອນຫນ້າ.

ເຈົ້າຫນ້າທີ່ ຣັຖ ຜູ້ທີ່ ຈະແຈ້ງ ຊັບສິນ ງວດທຳອິດ ກໍແມ່ນ ກຸ່ມ ຜູ້ນຳ ຣະດັບ ສູງ, ລອງລົງມາ ກໍແມ່ນ ຜູ້ປົກຄອງ ຣະດັບ ກາງ ສຸດທ້າຍ ກໍແມ່ນ ພະນັກງານ ຣັຖ ແລະ ອົງການ ແນວລາວ ສ້າງຊາດ ບໍຣິສັດ ຮ່ວມຫຸ້ນ ຂອງ ຣັຖບານ ແລະ ຣັຖ ວິສາຫະກິດ ພ້ອມທັງ ຍາຕ ພີ່ນ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.