ຣາຍຮັບຣັຖບານຜູ້ສໍ້ໂກງ ໂຕ່ງຮັບ

ສິດນີ
2020.08.26
f-laos ປ້າຍຄໍາຂວັນ: ບໍຣິສຸດຕໍ່ຊາດ ຮັບໃຊ້ປະຊາຊົນ ຢ່າງສຸດໃຈ
RFA

ສະຖາບັນຄົ້ນຄວ້າເສຖກິດແຫ່ງຊາດລາວ ຣາຍງານວ່າ ບັນຫາການຮົ່ວໄຫລ ຂອງເງິນຣາຍຮັບຂອງຣັຖບານ ຍັງເປັນບັນຫາຊຳເຮື້້ອ ແລະ ແກ້ໄຂບໍ່ຕົກ, ໃນນັ້ນຮ່ວມດ້ວຍການຄ້າຂາຍ ເຖື່ອນ, ການສໍ້ຣາສບັງຫລວງ ແລະ ການຮັບສິນບົນ ຂອງ ເຈົ້າຫນ້າທີ່ ຣັດ ດັ່ງ ເຈົ້າຫນ້າທີ່ ຜແນກແຜນການ ແລະ ການລົງທຶນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 26 ສິງຫາ ນີ້ວ່າ:

“ກະເປັນ 3 ອົງປະກອບໃຫຍ່ ຂອງເງິນທຶນໄຫລອອກ ໄຫລເຂົ້າບໍ່ຖືກຕ້ອງ ເວົ່້່າເຣື້ອງງເງິນຮົ່ວໄຫລ ບໍ່ຖືກຕ້ອງເນາະ ເຮົາກະຍັງບໍ່ແນ່ໃຈ ເງິນສ່ວນໃຫຍ່ຫັ້ນ ແມ່ນມາຈາກພາກສ່ວນໃດ ອາດຈະມາຈາກພາກສ່ວນ ອາຊຍາກັມ, ການຄ້າຂາຍຢາບ້າເບາະ ເຣື້ອງອາວຸດເຖື່ອນຫຼືວ່າ ຟອກເງິນເນາະ ເຮົາກະຕ້ອງເກັບກຳຂໍ້ມູນຕື່ມ ກ່ຽວກັບງົບປະມານ ຂອງຣັຖບານ ກະແມ່ນ ນຳເຂົ້າຫລາຍນ້ອຍເທົ່າໃດ ຫລືວ່າອອກໄປ ຫລາຍຫນ້ອຍທໍ່ໃດ."

ທ່ານອະທິບາຍວ່າ ເງິນທຶນນຳເຂົ້າງົບປະມານແຫ່ງຣັດ ຊຶ່ງໄດ້ມາຈາກການເກັບພາສີ ອາກອນ, ການລົງທຶນທັງພາຍໃນປະເທດແລະຕ່າງ ປະເທດ, ການຍຶດໄດ້ຈາກກຸ່ມຜູ້ກະທຳຜິດ ກົດຫມາຍແລະອື່ນໆ, ໂດຍເງິນທັງຫມົດ ຈະຕ້ອງເອົາເຂົ້າງົບປະມານ ຂອງຣັດ ແຕ່ພັດເກີດ ການຮົ່ວໄຫລ ຈົນເຮັດໃຫ້ງົບປະມານ ຂອງຣັຖໄດ້ບໍ່ເຕັມເມັດເຕັມຫນ່ວຍ.

ການສຶກສາຄົ້ນຄວ້າ ການຮົ່ວໄຫລ ຂອງເງິນບໍ່ຖືກຕ້ອງໃນລາວ ທີ່ເລີ້້່້ມມາແຕ່ປີ 2017 ແລະ ຈົບລົງໃນປີ 2020 ພົບວ່າເກີດມາຈາກ 3 ພຶດຕິກັມໃຫຍ່ໆ ເປັນຕົ້ນ ການຄ້າເຖື່ອນ, ການສໍ້ຣາສບັງຫຼວງ ແລະ ການຮັບສີນບົນ ຂອງເຈົ້າຫນ້າທີ່ຣັດ.

ຊາວບ້ານທ່ານນຶ່ງໃນນະຄອນຫລວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້້ວ່າ ຍ້ອນບໍ່ມີມາຕການກວດກາ ຢ່າງເຂັ້ມງວດ ເຮັດໃຫ້ ເຈົ້າຫນ້າທີ່ບາງຄົນ ສວຍໃຊ້ຕຳແຫນ່ງໃນທາງຜິດ ຖ້າຫາກຣັຖບານລາວ ຈະປາບປາມການສໍ້ຣາສບັງຫຼວງ ເພື່ອບໍ່ໃຫ້ເງິນຮົ່ວໄຫລ ກໍຕ້ອງໄດ້ກວດກາ ເຈົ້າຫນ້າທີ່ຣັດ ທຸກຣະດັບຂັ້ນ ນັບຕັ້ງແຕ່ສູນກາງ ຫາທ້ອງຖິ່ນ  ຢ່າງເຂັ້ມງວດ ຈຶ່ງຈະມີປະສິດທິພາບ.

“ຄືທາງຣັດວ່າແຕ່ປາບປາມ ມັນຕ້ອງປາບປາມທັງເຈົ້າຫນ້າທີ່ຣັດ ເຈົ້າຫນ້າທີ່ຣັດ ບາງຄົນສວຍໃຊ້ໂອກາດຢູ່ແລ້ວ ບາງຄົນກໍເປັນຕຳຣວດ ບໍ່ພໍ 2-3 ປີ ມີຣົດເກັງຣົດຫຍັງຂັບ ຄັນກວດສອບ ມັນຖືກຫມົດ."

ຊາວນະຄອນຫລວງວຽງຈັນ ອີກຄົນນຶ່ງກ່າວຕໍ່ເອເຊັຽເສຣີວ່າ ບໍ່ແປກໃຈປານໃດ ທີ່ເງິນຮົ່ວໄຫລ ໂຕຢ່າງພະນັກງານ ປະຈຳດ່ານສາກົນ ເກັບເງິນຄ່າທຳນຽມ ນຳປະຊາຊົນເຂົ້າ-ອອກດ່ານ ແຕ່ບໍ່ມີໃບຮັບເງິນໃຫ້ ບໍ່ຈັກພາກສ່ວນໃດແທ້ ເປັນຜູ້ເກັບ ແລະເອົາເຂົ້່າງົບປະມານ ຂອງຣັດ.

"ປະເພດອອກໃບເກັບເງິນຕ່າງຫາກ ປະເພດເສື້ອຂາວນີ້ ກະຫລາຍທົ່ວທີບຫັ້ນແຫລະ ໂຕຢ່າງຄືຢູ່ດ່ານ ທີ່ວ່າທຳນຽມ ການເຂົ້າເມືອງ ເຈົ້າຫນ້າທີ່ ຕາມເກັບແນວໃດ, ພາສີເກັບແນວໃດ ກະເຫັນບັນຫານີ້ແຫລະ."

ຄົນຂັບຣົດສິນຄ້າ ຄົນນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້້ດຽວກັນນີ້້ວ່າ ຢາກໃຫ້ຣັຖບານລາວ ປ່ຽນຣະບົບການຈ່າຍພາສີອາກອນ ຢູ່ຕາມດ່ານສາກົນ ເປັນຣະບົບອິເລັກໂຕຣນິກ ທັນສມັຍ ບໍ່ແມ່ນເງິນສົດ ຄືປັດຈຸບັນ ເພື່ອໃຫ້ຫມັ້ນໃຈວ່າເງິນທີ່ຈ່າຍພາສີ ອາກອນ ຈະບໍ່ຮົ່ວໄຫລ ຫລື ບໍ່ຕົກຢູ່ ໃນມືຂອງເຈົ້າຫນ້າທີ່ ປະຈຳດ່ານ ກຸ່ມໃດກຸ່ມນຶ່ງ.

"ກໍດີກວ່າເດ້ ເພາະມັນຕ້ອງເຂົ້າຣັດຫມົດເດ້ ເພາະວ່າຕອນນີ້ມັນຈ່າຍເປັນເງິນສົດເນາະ ໄປເສັຽແລ້ວມັນເຂົ້່າຖົງເສື້ອ ຂອງພະນັກງານຣັດ ແຕ່ລະຜແນກ ແຕ່ລະກົມ, ກອງ ມັນຫາຍໄປເດ້ ບາງສ່ວນມັນຫາຍໄປເດ້."

ກ່ຽວກັບບັນຫາການເກັບຣາຍຮັບ ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງການເງິນ ໃຫ້ສຳພາດ ຕໍ່ສື່ມວນຊົນ ລາວ ເມື່ອທ້າຍປີ 2019 ຜ່ານມາວ່າສາເຫດ ທີ່ເຮັດໃຫ້ເງິນຮົ່ວໄຫລໃນລາວ ຍ້ອນມີເຈົ້າຫນ້າທີ່ຣັດ ບາງກຸ່ມ ສໍ້ຣາສບັງຫລວງ ຮັບສິນບົນ ສວຍໂອກາດໃຊ້ຕຳແຫນ່ງ ເພື່ອຜົລປໂຍດໂຕເອງ ກະໄດ້ປົດອອກ ຈາກຣັຖກອນ ແລະ ປັບໃຫມໄປຫລາຍຄົນ ໂດຍສະເພາະ ເຈົ້າຫນ້າທີ່ ສັງກັດ ກະຊວງການເງິນ.

ເພື່ອຫລຸດຜ່ອນາບັນຫາການຮົ່ວໄຫລ ຂອງເງິນຣັດ ທ່ານ ສົມດີ ກ່າວວ່າ ກໍພຍາຍາມຕິດຕາມ ກວດກາບັນດາ ເຈົ້າຫນ້າທີ່ ທຸກຣະດັບຂັ້ນ ແລະ ຫັນມາໃຊ້ຣະບົບເອເລັກໂຕຣນິກທັນສມັຍ ໃນການຈ່າຍພາສີອາກອນ.

“ສຳລັບເຣື້ອງຣາຍຮັບນີ້ ພວກເຮົາກະໄດ້ເອົາໃຈໃສ່ ມີລັກສນະບຸກທະລຸ ໜອ້ຍນຶ່ງ ເປັນຕົ້ນໃນຂົງເຂດຊ່ອຍສາອາກອນ ແລະ ຂົງເຂດພາສີ ພວກເຮົາກະຫັນໄປສູ່ ການຄຸ້ມຄອງ ການເກັບຣາຍຮັບ ສູ່ຣະບົບທັນສມັຍ ແລ້ວ ກະຊຳຣະພັນທະຂອງ ງົບປະມານ ຜ່ານຣະບົບທະນາຄານ ໃຫ້ມັນຫລາຍຂຶ້ນ."

ອົງການເພື່ອຄວາມໂປ່ງສັຍສາກົນ ຫລື Transparency International ເຜີຍດັຊນີ ການສໍ້ຣາສບັງຫລວງ ຂອງຫລາຍປະເທດໃນໂລກ ໃນປີ 2019 ຣະບຸວ່າປະເທດລາວໄດ້ຄະແນນ 29 ຄະແນນ ຈາກຄະແນນເຕັມ 100 ແລະ ຖືກຈັດອັນດັບທີ 130 ຈາກ 198 ປະເທດ ທົ່ວໂລກ ຊຶ່ງຫມາຍເຖິງ ເຈົ້າຫນ້າທີ່ພາກຣັດໃນລາວ ຍັງມີການສໍ້ຣາສບັງຫລວງຫລາຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.