ບາງຄົນດີໃຈບາງຄົນ ບໍ່ໝັ້ນໃຈ ຄ່າໄຟຈະຫຼຸດ
2020.06.19

ຊາວລາວຫລາຍຄົນຮູ້ສຶກດີໃຈ ທີ່ຣັຖບານຈະຄົ້ນຄວ້າ ແລະ ຫລຸດຄ່າໄຟຟ້າ ໂດຍສະເພາະ ຜູ້ທີ່ໃຊ້ໄຟຟ້າແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ. ຊາວບ້ານຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 19 ມິຖຸນາ ວ່າ:
"ເອີດີໃຈຫັ້ນແຫຼະ ຄັນເພິ່ນຫຼຸດໃຫ້ ແຕ່ລະເດືອນຫັ້ນ ເດືອນແລ້ວນີ້ລ້ານປາຍ ເດືອນຜ່ານມາຫັ້ນກະແປດເກົ້າແສນ ປະມານນັ້ນ, ຄ່າໄຟ ຟ້ານີ້ເດືອນນີ້ ຍັງບໍ່ທັນນັ້ນເທື່ອ."
ຜູ້ປະກອບການຮ້ານອາຫານ ແຫ່ງນຶ່ງຢູ່ ນະຄອນຫລວງພຣະບາງ ກໍຮູ້ສຶກດີໃຈ ທີ່ຣັຖບານມີນະໂຍບາຍຫລຸດຄ່າໄຟຟ້າ, ດັ່ງທ່ານກ່າວວ່າ:
"ຄັນເບື້ອງທາງການເພິ່ນຫລຸດຄ່າໄຟຟ້າ ຄ່າຫຍັງໃຫ້ກະດີໃຈໂອ້, ຄັນວ່າ ໃຫ້ປົກກະຕິ ເປີດປົກກະຕິ ມັນກະຖືກຢູ່ 3 ລ້ານປາຍ, ບໍ່ໄດ້ ເປີດແຕ່ຊ້ວງນີ້ຫັ້ນ ພະນັກງານກະບໍ່ໄດ້ຮັບ ເຂົ້າຈັກຄົນເທື່ອ ພັກຜ່ອນໝົດ."
ແຕ່ຜູ້ປະກອບການຮ້ານອາຫານ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ກໍຍັງບໍ່ໝັ້ນໃຈວ່າ ຄ່າໄຟຟ້າຈະຫລຸດແທ້ຫລືບໍ່, ດັ່ງທ່ານກ່າວວ່າ:
"ເອີ, ຄັນເພິ່ນຫລຸດໃຫ້ ຕາມໂຄສະນາກະດີໃຈເນາະ ແຕ່ວ່າມັນຊິຫລຸດໃຫ້ບໍ່ ເຮົາກະຍັງບໍ່ທັນຮູ້ຄວາມຈິງເທື່ອ ບໍ່ຈັກຊິວ່າແຫຼະ, ຄືແພງ ຂຶ້ນເກີນແທ້ ຫັ້ນນ່າເຄີຍຖາມຂະເຈົ້າຢູ່ ຂະເຈົ້າກະບໍ່ໃຫ້ ຄຳຕອບແບບໃດເນາະ ໂດຍທີ່ວ່າ ເຮົາບໍ່ໄດ້ໃຊ້ຫຍັງ ເພາະວ່າ ເຮົາກະປິດຮ້ານ ເຮົາກະຢູ່ເຮືອນແບບນີ້ຫັ້ນນ່າ."
ເຈົ້າໜ້າທີ່ຣັຖວິສາຫະກິດໄຟຟ້າລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ປັດຈຸບັນພາກສ່ວນກ່ຽວຂ້ອງ ພວມຄົ້ນຄວ້າກັນຢູ່ ແລະ ຍັງບໍ່ສາມາດ ຕອບໄດ້ວ່າຈະເລີ່ມປະຕິບັດ ຕາມນະໂຍບາຍດັ່ງກ່າວໄດ້ ເມື່ອໃດແທ້ ແຕ່ຖ້າມີຄວາມຄືບໜ້າ ກໍຈະອອກແຈ້ງການແບບເປັນທາງການ.
ໃນວັນທີ 18 ມິຖຸນາ ຣັຖບານໄດ້ປະກາດວ່າ ຈະຫລຸດຄ່າໄຟຟ້າສຳລັບ ຜູ້ທີ່ໃຊ້ໄຟຟ້າແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ ຊຶ່ງຣາຄາ ປັດຈຸບັນ ແມ່ນ 710 ກີບ ຕໍ່ກິໂລວັດໂມງ.
ທ່ານ ຈະເລີນ ເຢັຽ ປາວ ເຮີ ຣັຖມົນຕຼີປະຈຳ ສຳນັກງານນາຍົກຣັຖມົນຕຼີ ໄດ້ເວົ້າຢູ່ໃນຖແລງຂ່າວຕອນນຶ່ງວ່າ:
"ໃນນີ້ກອງປະຊຸມເຫັນດີ ແມ່ນດ້ານຫລັກການ ອັນທີ່ນຶ່ງແມ່ນເຫັນວ່າ ຄວນມີການປະຕິບັດນະໂຍບາຍ ຫລຸດອັດຕຣາຄ່າໄຟຟ້າ ສຳລັບ ກຸ່ມໃຊ້ໄຟຟ້າຟ້າແຕ່ 151-461 ກິໂລວັດໂມງຕໍ່ເດືອນ ດ້ວຍລະດັບທີ່ ແຕກຕ່າງກັນ ຊຶ່ງຣາຍລະອຽດ ແມ່ນມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່, ຣັຖວິສາຫະກິດໄຟຟ້າລາວ ຈະຄົ້ນຄວ້າຕື່ມວ່າແນວໃດ."
ພ້ອມດຽວກັນນັ້ນ ຖແລງຂ່າວດັ່ງກ່າວ ຍັງໄດ້ຕົກລົງໃຫ້ຫລຸດຄ່າໄຟຟ້າ 15 ເປີເຊັນ ແກ່ພະນັກງານ ແພດ-ໝໍ ທີ່ເຮັດວຽກປິ່ນປົວ ຜູ້ຕິດ ເຊື້ອໂວວິດ19 ຕາມການສເນີຂອງ ກະຊວງສາທາຣະນະສຸຂ.
ຜູ້ທີ່ໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດໂມງ ຕໍ່ເດືອນ ໄດ້ຈ່າຍ 355 ກີບ ຕໍ່ກິໂລວັດໂມງ ນັບແຕ່ເດືອນ ພຶສພາ ເປັນຕົ້ນມາ ຈາກທີ່ເຄີຍຈ່າຍ ໂດຍສະເລັ່ຽ 381 ກີບ ຕໍ່ກິໂລວັດໂມງ, ຊຶ່ງໂຄງສ້າງລາຄາ ໄຟຟ້າ ມີການກຳໜົດເອົາໄວ້ ນັບແຕ່ 2020 - 2025 ອີງຕາມຂໍ້ມູນຈາກ ຣັຖວິສາຫະກິດໄຟຟ້າລາວ.