ຊາວລາວຍັງຫວັງຢາກໃຫ້ ຫຼຸດຄ່າ ໄຟຟ້າ

ອຸ່ນແກ້ວ ສຸກສະຫວັນ
2020.06.16
F-Meter ກົງເຕີ້ຄໍານວນ ການໃຊ້ໄຟຟ້າ ພາຍໃນເຮືອນ ຂອງປະຊາຊົນ ແຕ່ລະຫລັງ
ຮູບຈາກ : ນັກຂ່າວພົລເມືອງ

ຊາວລາວສ່ວນຫລາຍ ຍັງຄາດຫວັງວ່າ ຣັຖບານຊິຫລຸດຄ່າໄຟຟ້າໃຫ້ ໃນໄລຍະທີ່ປະຊາຊົນ ແລະ ຫົວໜ່ວຍທຸຣະກິດໃນທົ່ວປະເທດໄດ້ຮັບ ຜົນກະທົບຈາກການຣະບາດຂອງພຍາດໂຄວິດ19 ເຖິງວ່າແທ້ຈິງ ເຂົາເຈົ້າຍັງໄດ້ຈ່າຍຄ່າໄຟຟ້າເທົ່າເກົ່າ ແລະ ບາງຄົນກໍຕ້ອງຈ່າຍແພງຂຶ້ນ. ຊາວລາວຢູ່ນະຄອນນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ມິຖຸນາ ວ່າ:

"ຣັຖບານເພິ່ນວ່າ ຊິຫລຸດເດືອນໃໝ່ນີ້ກໍ້, ຫລຸດຢູ່ຊິຫລຸດຢູ່ ຣັຖບານເພິ່ນກະຍັງເບິ່ງແຍງ, ຫລຸດຄັນເພິ່ນວ່າແລ້ວ ເພິ່ນກະຫລຸດໃຫ້ລະບໍ້."

ຍານາງ ກ່າວຕື່ມອີກວ່າ ຍັງເຊື່ອໝັ້ນໃນຄຳເວົ້າ ຂອງຣັຖບານ ທີ່ຈະຊ່າວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບເທື່ອນີ້ ໂດຍການຫລຸດຄ່າ ໄຟຟ້າ ແລະ ກຳລັງລໍຖ້າຄືກັນວ່າ ຄ່າໄຟຟ້າເດືອນມິຖຸນາ ນີ້ຈະຫລຸດ ໃຫ້ຕາມແຈ້ງການແທ້ຫລືບໍ່.

ບາງຄົນກໍຍັງບໍ່ແນ່ໃຈວ່າ ຄ່າໄຟຟ້າໃນເດືອນພຶສພາ ຜ່ານມາ ປະກົດວ່າ ຫລຸດລົງ ເມື່ອທຽບໃສ່ເດືອນເມສາ ນັ້ນເປັນຍ້ອນຣັຖບານຊ່ອຍຫຼື ວ່າເປັນຍ້ອນໃຊ້ໄຟຟ້າໜ້ອຍລົງ, ຊາວແຂວງຫຼວງພະບາງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ແຕ່ເບິ່ງຢູ່ອອນລາຍ ແຕ່ວ່າມັນກະຫຼຸດ ຈາກເດືອນແລ້ວນີ້ເນາະ ແຕ່ວ່າ ເຂົາເຈົ້າຍັງບໍ່ໄດ້ເອົາບິນມາຢາຍເທື່ອ ຍັງບໍ່ທັນວ່າເອີ ວິທີຄິດໄລ່ ເຂົາເຈົ້າ ເປັນແບບເກົ່າເບາະ ຫລື ຫລຸດລົງຫັ້ນນ່າ."

ຊາວລາວອີກຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ຍັງບໍ່ຮູ້ຣັຖບານຈະຫລຸດແນວໃດ:

"ຂະເຈົ້າວ່າ ຫລຸດຢູ່ວ່າຊັ້ນ ກະບໍ່ຮູ້ຫລຸດແນວໃດ ຜູ້ຂ້າບໍ່ເຂົ້າໃຈນຳເຂົາ."

ຊາວລາວອີກຄົນນຶ່ງ ກໍເວົ້າວ່າ ຍັງບໍ່ເຫັນປະຕິບັດໂຕຈິງໄດ້ເທື່ອ ເພາະຍັງຈ່າຍຄ່າໄຟຟາລາຄາເກົ່າ.

"ຫລຸດຄ່ານ້ຳ ຄ່າໄຟລະ ຍັງບໍ່ເຫັນເທື່ອຫັ້ນນ່າ ບໍ່ໆຍັງເທື່ອ ຍັງເທື່ອ ເພິ່ນວ່າມີ ຫາກວ່າ ຍັງບໍ່ທັນໄດ້ເຫັນເທື່ອ."

ໃນເດືອນເມສາທີ່ຜ່ານ ສື່ມວນຊົນລາວ ຣາຍງານວ່າ ຣັຖວິສາຫະກິດໄຟຟ້າລາວ ຈະຫຼຸດຄ່າໄຟຟ້າ ສຳລັບຜູ້ໃຊ້ໄຟຟ້າພາຍໃນຄົວເຮືອນ 50 ເປີເຊັນ ສຳລັບຜູ້ທີ່ໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດໂມງ ຕໍ່ເດືອນ, ແຕ່ໃນຕົວຈິງຫລຸດບໍ່ຮອດ 50 ເປີເຊັນ.

ແຕ່ລາຄາໄຟຟ້າທີ່ມີການປັບໃໝ່ ທີ່ມີຜົນບັງຄັບໃຊ້ ໃນເດືອນພືສພາ ໄດ້ປັບຈາກລາຄາ 381 ຕໍ່ກິໂລວັດໂມງ ມາເປັນລາຄາ 355 ກີບ ຕໍ່ກິໂລວັດໂມງ ສຳລັບຜູ້ທີ່ໃຊ້ໄຟຟ້າ ບໍ່ເກີນ 150 ກິໂລວັດໂມງ ຕໍ່ເດືອນ, ແຕ່ຜູ້ທີ່ໃຊ້ໄຟຟ້າ 151 ຂຶ້ນໄປ ຕໍ່ເດືອນ ຈະເສັຍໃນລາຄາ 710 ກີບ ຕໍ່ກິໂລວັດໂມງ ຊຶ່ງໃນຈຸດນີ້ ມັນກະທົບຕໍ່ຜູ້ ທີ່ໃຊ້ໄຟຟ້າເກີນ 151 ກິໂລວັດໂມງ ຂຶ້ນໄປ ເພາະວ່າ ເຂົາເຈົ້າຕ້ອງໄດ້ເສັຍແພງຂຶ້ນ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຣັຖວິສາຫະກິດໄຟຟ້າລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າການຈ່າຍຄ່າໄຟຟ້າ ເປັນໄປຕາມໂຄງສ້າງລາຄາໄຟຟ້າແບບໃໝ່ ທີ່ປະກາດໃຊ້ເມື່ອປີ 2020-2025 ຊື່ງຜູ້ໃຊ້ໄຟຟ້າຈະຕ້ອງຈ່າຍຄ່າໄຟຟ້າເພີ່ມຂຶ້ນ 1 ເປີເຊັນ ຈາກທີ່ເຄີຍຈ່າຍປົກກະຕິ.

ເຈົ້າໜ້າທີ່ຣັຖວິສາຫະກິດໄຟຟ້າລາວ ໃຫ້ເຫດຜົນວ່າ ປັດຈຸບັນຣັຖວິສາຫະກິດໄຟຟ້າລາວ ປະເຊີນກັບບັນຫາຂາດທຶນ ແລະແບກຮັບໜີ້ສິນ ມະຫາສານ ຈາກຜົນກະທົບນ້ຳຖ້ວມ ແລະ ໄພແຫ້ງແລ້ງ ໃນໄລຍະ ຜ່ານມາ, ແຕ່ບໍ່ຂໍເປີດເຜີຍຣາຍຮັບຣາຍຈ່າຍໃຫ້ຮູ້ເທື່ອ ແລະ ຈ່າຍ ໃຫ້ໄຟຟ້າລາວ ປະຕິບັດມາຕການ ຊ່ວຍຫລຸດຜ່ອນຄ່າໄຟຟ້າ ໃຫ້ປະຊາຊົນ ໃນໄລຍະທີ່ເກີດການຣະບາດ ຂອງໂຄວິດ19 ນີ້ ຍັງໜ້າ ເປັນຫ່ວງ. ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ມິຖຸນາ ວ່າ:

"ກໍາລັງປຶກສາຫາລື ກັບພາກສ່ວນກ່ຽວຂ້ອງ ແລະ ຍັງຈ່າຍຄ່າໄຟຟ້າ ຕາມອັດຕຣາເດີມຄືເກົ່າ ຈົນກ່ວາຈະມີການປ່ຽນແປງ."

ກ່ຽວກັບບັນຫານີ້ ໃນວັນທີ 8 ມິຖຸນາ 2020 ກະຊວງການເງິນໄດ້ຕົກລົງແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ອາດີດຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງພະລັງງານ ແລະບໍ່ແຮ່ ເປັນຜູ້ອຳນວຍການ ຣັຖວິສາຫະກິດໄຟຟ້າລາວ ແທນຜູ້ອຳນວຍການຄົນເກົ່າ ເພື່ອແກ້ໄຂ ບັນຫາຕ່າງໆ, ຄົ້ນຄວ້າ ແລະ ປັບອັດຕຣາຄ່າໄຟຟ້າຄືນໃໝ່.

ນອກຈາກນີ້ ໃນວັນທີ 9 ມິຖຸນາ 2020 ຫ້ອງວ່າການສຳນັກງານນາຍົກຣັຖມົນຕີ ໄດ້ແຈ້ງການໃຫ້ກະຊວງພະລັງງານ ແລະບໍ່ແຮ່ຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າປີ 2020-2025 ຄືນໃໝ່ ຍ້ອນເຫັນວ່າ ມີຫາງສຽງຈາກ ປະຊາຊົນລາວ ບໍ່ພໍໃຈ ນຳອັດຕຣາຄ່າໄຟຟ້າໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.