ລາວຈະບໍ່ໄດ້ຫຍັງຫຼາຍ ຈາກຈີນ ຍົກເວັ້ນພາສີ
2020.11.12

ຄະນະກໍາມະການຄຸ້ມຄອງ ອັດຕຣາພາສີ ແຫ່ງຊາດ ກົມພາສີ ຂອງຈີນ ຈະຍົກເວັ້ນພາສີນໍາເຂົ້າສິນຄ້າ ຈາກລາວ 97% ຂອງຈໍານວນ ຣາຍການສິນຄ້າທັງໝົດ ທີ່ ຈີນ ຈະນໍາເຂົ້າ ຊຶ່ງຈະເລິ່ມປະຕິບັດ ຕັ້ງແຕ່ ວັນທີ 1 ທັນວາ ທີ່ຈະມາເຖິງນີ້ ເປັນຕົ້ນໄປ. ກ່ຽວກັບເຣື່ອງການ ຍົກເວັ້ນພາສີ ທີ່ວ່ານີ້ ຜູ້ປະກອບການຂົນສົ່ງສິນຄ້າ ຣະຫວ່າງປະເທດ ຢູ່ແຂວງຫລວງນໍ້າທາ ຜູ້ຂໍສງວນຊື່ ນາງນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ພຶສຈິກາ ນີ້ວ່າ ເຣື່ອງຕລາດຈີນ ນີ້ກໍໜັກໃຈຢູ່:
“ເວົ້າເຣື່ອງຕລາດຈີນນີ້ ເຮົາກະໜັກໃຈໃດ໋ ວ່າລາວເຮົາສົ່ງອອກໄປຈີນນີ໋ ຂ້ອນຂ້າງທີ່ວ່າເຮັດຍາກ. ສິນຄ້າກະສິກັມເນາະ ເກືອບວ່າ 80-90% ຈະໄປຈີນ ສິນຄ້າທາງນອກໄປ ຖ້າບໍ່ຈໍາເປັນແທ້ ກະຄືທຸກມື້ນີ້ ງົວ ຄວາຍ ຂະເຈົ້າກະຫ້າມເດັດຂາດ ບໍ່ໃຫ້ໄປເລີຍເດ໋.”
ນາງກ່າວຕື່ມວ່າ ສິນຄ້າທີ່ຈີນນໍາເຂົ້າຈາກລາວ ສ່ວນຫລາຍເປັນສິນຄ້າປະເພດກະສິກໍາ ເປັນຕົ້ນ ກວ້າຍ ອ້ອຍ ຢາງພາຣາ ແລະ ພືດພັກຕ່າງໆ ຊຶ່ງ ບໍຣິສັດຈີນ ເປັນຜູ້ລົງທຶນ ໂດຍການເຊົ່າ ຫລືສໍາປະທານ ທີ່ດິນ ຂອງປະຊາຊົນລາວ, ເມື່ອເກັບຜົລຜລິດແລ້ວ ກໍຈະສົ່ງໄປຂາຍຢູ່ຈີນ ໂດຍກົງ.
ແຕ່ສໍາລັບສິນຄ້າລາວແທ້ໆ ບໍ່ວ່າຈະເປັນສິນຄ້າປະເພດໃດ ສ່ວນຫຼາຍຈະຖືກຈີນ ບໍ່ໃຫ້ນໍາເຂົ້າປະເທດ. ສໍາລັບເຣື່ຶອງສິນຄ້າກະສິກັມຂອງ ລາວ ຜູ້ຕາງໜ້າບໍຣິສັດຜລິດຢາງພາຣາ ຢູ່ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຣັຖບາລລາວ ຄວນສົ່ງເສີມ ໃຫ້ຄົນລາວ ໃຫ້ສາມາດ ບໍຣິຫານ ຈັດການ ສິນຄ້າ ກະສິກໍາ ປະເພດຕ່າງໆ ໄດ້ຢ່າງເສຣີ ໂດຍບໍ່ໃຫ້ຈີນເຂົ້າມາຄວບຄຸມ ແລະຜູກຂາດ ຄືໃນປັດຈະບັນນີ້ ເພາະມັນເຮັດໃຫ້ລາວເສັຍປຽບຫລາຍສົມຄວນ ດັ່ງທີ່ທ່ານກ່າວວ່າ:
“ເຮົາເສັຽປຽບໝົດເລີຍ ທຸກສິ່ງທຸກຢ່າງເລີຍ ແມ່ນມາຢູ່ປະເທດລາວ ມັນມາຊື້ຂອງລາວ ໄປເອງເລີຍ ແຕ່ລາວເຮົາສົ່ງໄປບໍ່ໄດ້ ໝົດແຕ່ດ່ານ ລາວ ດ່ານຈີນບໍ່ໃຫ້ເຂົ້າເດັດຂາດ ຖ້າເຮົາສົ່ງໄປກາຍດ່ານລາວແລ້ວ ເຂົາມາຮັບເອົາໄປ ໄດ້ເວົ້ານໍາຣັຖບານຫຼາຍເທື່ອແລ້ວ ແຕ່ບໍ່ສາມາດ ແກ້ໄຂຕົກ.”
ທ່ານຍົກໂຕຢ່າງ: ສະຫະກອນ ຢາງພາລາ ໃນແຂວງຫລວງນໍ້າທາ ທີ່ມີສະມາຊິກຫລາຍພັນຄອບຄົວ ມີຄວາມເຂັ້ມແຂງ ແລະມີຄວາມຮູ້ ໃນເຣື່ອງການປູກຕົ້ນ ຢາງພາລາ ໃຫ້ໄດ້ຄຸນພາບ, ສາມາດສົ່ງອອກ ໄປຈີນໄດ້ ໂດຍບໍ່ຕ້ອງເພິ່ງພາ ບໍຣິສັດຈີນ ແຕ່ທາງການລາວກໍບໍ່ ສນັບສນູນແນວຄິດ ຂອງສະຫະກອນ ຢາງພາລານີ້.
ເຈົ້າໜ້າທີ່ສະພາການຄ້າ ແລະອຸດສາຫະກັມ ແຫ່ງຊາດ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການທີ່ຈີນ ຍົກເວັ້ນ ພາສີ ນໍາເຂົ້າສິນຄ້າ 0% ນັ້ນ ບໍ່ໝາຍຄວາມວ່າ ລາວ ຈະໄດ້ຜົລປໂຍດ ຫລາຍທີ່ສຸດ ເພາະສິນຄ້າທີ່ຈີນ ເລືອກນໍາເຂົ້າ ສ່ວນຫລາຍ ຈະຕັ້ງມາຕຖານໄວ້ສູງ ແລະສິນຄ້າ ທີ່ຈະຜ່ານມາຕຖານນັ້ນ ສ່ວນຫລາຍກໍແມ່ນສິນຄ້າ ຂອງບໍຣິສັດຈີນ ທີ່ເຂົ້າມາລົງທຶນຢູ່ລາວ.
ແລະວ່າ ຜູ້ປະກອບການໃນລາວ ທີ່ຢາກເຂົ້າໃຈຢ່າງເລິກເຊິ່ງວ່າ ຈີນ ຕ້ອງການສິນຄ້າຫຍັງ ແລະມີຄຸນນະພາບ ມາຕຖານແບບໃດ ຢູ່ລາວ ນັ້ນກໍເຂົ້າໄປປຶກສາຫາຣື ກັບພາກຣັຖ ເພື່ອຂໍຂໍ້ມູລ ແລະນໍາມາ ປະຕິບັດ. ທ່ານເວົ້າວ່າ ການຜລິດກະສິກັມໃນລາວ ຍັງຂາດຄວາມຮູ້ ຄວາມຊ່ຽວຊານ ທາງດ້ານເທັກໂນໂລຈີ ທັນສມັຍ:
“ຂະເຈົ້າຈະມີມາຕຖານຕ່າງໆ ທີ່ໃຫ້ທາງພາກທຸຣະກິດ ເຮົາປະຕິບັດເນາະ ແຕ່ວ່າມາເຖິງປັດຈຸບັນນີ້ ທາງລາວເຮົາ ຄວາມພ້ອມແທ້ກະຍັງ ບໍ່ຫລາຍ, ໃຫ້ຄວາມເຂົ້າໃຈແກ່ຜູ້ປະກອບການວ່າ ຕລາດເຂົາຕ້ອງ ການແນວໃດ ເຮົາຕ້ອງຜລິດແນວໃດ ບໍ່ໝາຍຄວາມວ່າ ເຈົ້າຜລິດ ອິຫຍັງອອກມາແລ້ວ ເຈົ້າຢາກຂາຍອັນນັ້ນ ກະຍັງເຂົ້າໃຈໃນແບບເດີມໆ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າທ່ານນຶ່ງ ທີ່ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ພຶສຈິກາ ນີ້ວ່າ ນະໂຍບາຍຂອງຈີນ ຈະເຮັດໃຫ້ລາວ ມີຄ່າໃຊ້ຈ່າຍໃນການສົ່ງ ສິນຄ້າອອກໜ້ອຍລົງ ເພາະບໍ່ໄດ້ເສັຍພາສີ ໃຫ້ຈີນ ແລະຈະຊ່ວຍຊຸກຍູ້ ໃຫ້ພາກກະສິກັມ ຜລິດສິນຄ້າຫລາຍຂຶ້ນ ແຕ່ຍັງຕ້ອງຣະວັງ ເຣື່ອງຄຸນພາບ ແລະມາຕຖານສິນຄ້າ ທີ່ຈີນ ອາດນໍາມາເປັນຂໍ້ອ້າງ ບໍ່ໃຫ້ນໍາ ເຂົ້າປະເທດ ຊຶ່ງຈະເກີດຜົລເສັຽຫາຍ ເພາະສິນຄ້າຈະຂາຍບໍ່ໄດ້ ດັ່ງທີ່ທ່ານກ່າວວ່າ:
“ມີແຕ່ສິນຄ້າກະສິກັມ ຜັກ ສາລີ ອ້ອຍພວກນີ້ ສ່ວນອັນອື່ນຫັ້ນ ເຂົາກະກວດເຄັ່ງຄືກັນ ເຂົາກະບໍ່ຄ່ອຍຮັບ. ກັບຈີນນີ້ກະຍາກຢູ່ ບາງເທື່ອສ້າງບັນທັດຖານ ຫລາຍຢ່າງມາກີດກັ້ນ ເຮົາຫັ້ນນ່າ ເຂົາກະບໍ່ປ່ອຍ ເຄື່ອງເຮົາເຂົ້າງ່າຍໆ ເຖິງວ່າກອບພາສີ ເຮົາໃຫ້ໄປ 0% ແຕ່ເຂົາອັນນີ້ພຸ້ນນ່າ ມາຕັ້ງວ່າ ເອີ໋ ສິນຄ້າບໍ່ໄດ້ຄຸນພາບ ບໍ່, ສິນຄ້າບໍ່ໄດ້ສຸຂອະນາມັຍບໍ່, ມັນເອົາອັນອື່ນພຸ້ນນະມາກີດກັ້ນເຮົາອີກ.”
ເມື່ອເດືອນສິງຫາ ຜ່ານມາ ທາງການລາວ ໄດ້ຣາຍງານວ່າ ປີ 2020 ທີ່ຍັງບໍ່ທັນໝົດປີ ສິນຄ້າລາວ ປະມານ 80% ສົ່ງອອກໄປຈີນ, ມີມູລຄ່າ 560 ລ້ານໂດລາສະຫະຣັຖ ສ່ວນຫຼາຍແມ່ນຜົລປູກຊນິດຕ່າງໆ.
ນະໂຍບາຍຍົກເວັ້ນພາສີນໍາເຂົ້າ ຂອງຈີນ ທີ່ວ່ານັ້ນ ນອກຈາກລາວແລ້ວ ຈີນ ຍັງມີແຜນຍົກເວັ້ນໃຫ້ 40 ປະເທດດ້ອຍພັທນາອີກ. ສໍາລັບລາວ, ຈີນ ໃຫ້ເຫດຜົລວ່າຍັງເປັນປະເທດດ້ອຍພັທນາ ຣະບົບການຜລິດ ແລະຄວາມສາມາດ ໃນການແຂ່ງຂັນຍັງອ່ອນແອ.
ຣະຫວ່າງວັນທີ 13-14 ຕຸລາ 2020, ທ່ານ ຫວາງ ອີ້ ຣັຖມົນຕຣີການຕ່າງ ປະເທດຈີນ ໄດ້ມາປະເທດລາວ ແລະໄດ້ປະກາດ ພ້ອມໃຫ້ ການຊ່ວຍເຫລືອ ລາວ ທຸກດ້ານ, ມີການເຊັນສັນຍາຮ່ວມມືກັບລາວ ຫຼາຍດ້ານ ແລະ ໄດ້ໃຫ້ສິດພິເສດ ທາງດ້ານພາສີ 0% ໃນສິນຄ້າ ນໍາເຂົ້າ ຈາກ ລາວ 97% ຂອງຣາຍການສິນຄ້າ ທັງໝົດ.
ປັດຈຸບັນ ຈີນເປັນປະເທດຄູ່ຄ້າສໍາຄັນ ຂອງລາວ ແລະ ເປັນຜູ້ລົງທຶນລາຍໃຫຍ່ ທີ່ສຸດຢູ່ລາວ ເປັນຕົ້ນ ໂຄງການເຂື່ອນໄຟຟ້າ, ໂຄງການ ກໍ່ສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ, ໂຄງການທາງດ່ວນ ນະຄອນຫລວງ ວຽງຈັນ-ວັງວຽງ ຊຶ່ງ ຣັຖບາລລາວເຊື່ອໝັ້ນວ່າ ຍຸທສາດ ການພັທນາ ປະເທດແບບ ຈີນ ຈະນໍາພາປະເທດ ຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້.