18 ພຶສພາຫຼາຍຂແນງການ ເປິດຄືນ

ອຸ່ນແກ້ວ ສຸກສະຫວັນ
2020.05.15
f-School ໂຮງຮຽນປະຖົມສົມບູນ ບ້ານມິດສໍາພັນ ເມືອງສນາມໄຊ ແຂວງອັດຕະປື.
RFA/PN

ຣັຖາບານອອກມາຕການຜ່ອນຜັນ ໃຫ້ເປີດກິຈການທຸຣະກິດ ບາງປະເພດໄດ້ ແຕ່ ໃຫ້ປະຕິບັດມາຕການຄວມຄຸມ ແລະ ປ້ອງການພຍາດ ໂຄວິດ-9 ຢ່າງເຄັ່ງຄັດ. ດຣ. ບຸນກອງ ສີຫາວົງ ຣັຖມົນຕຼີກະຊວງ ສາທາຣະນະສຸຂ ຄະນະສະເພາະກິດ ຄວບຄຸມໂຄວິດ19, ໄດ້ຖແລງ ໃນວັນທີ 15 ພຶສພາ ຕອນນຶ່ງວ່າ:

"ອະນຸຍາດໃຫ້ເປີດດຳເນີນການທຸຣະກິດ ການຄ້າ ແລະ ການບໍຣິການຕ່າງໆ ຮ້ານອາຫານ, ຮ້າຍຂາຍຂອງກິນສຸກ, ຮ້າຍຂາຍເຄື່ອງຍ່ອຍ, ຮ້ານຕັດຜົນ, ຮ້ານເສີມສວຍ, ຕລາດສົດ, ສູນການຄ້າ, ຮ້ານຂາຍຍົກ, ຮ້ານຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານແປງຣົດ, ຮ້ານລ້າງອັດສີດ, ໂຮງງານນ້ຳດື່ມ, ໂຮງງານນ້ຳກ້ອນ, ສະຖານທີ່ທ່ອງທ່ຽວ, ຮ້ານນວດແລະສະປາທຸກປະເພດ ສາມາດດຳເນີນກິຈການ ໄດ້ປົກກະຕິ,"

ແຕ່ ການດຳເນີນກິຈການນັ້ນ ຜູ້ປະກອບການທຸຣະກິດ ຕ້ອງດຳເນີນການເປີດ ແລະປິດ ຕາມການແນະນໍາ ຂອງຂະແໜງການກ່ຽວຂ້ອງ. ບັນດາໂຄງການ ແລະໂຮງງານສາມາດເປີດດຳເນີນກິຈການໄດ້ ໂດຍປະຕິບັດຕາມເງື່ອນໄຂ ແລະ ມາຕການທີ່ທາງການກຳນົດອອກມາ.

ສຳນັກງານອົງການຂອງພັກ-ຣັຖ, ສຳນັກງານຂອງບໍຣິສັດ ເປີດດຳເນີນການປົກກຕະຕິ ໂດຍໃຫ້ພະນັກງານຣັຖກອນ ໄປເຮັດວຽກເປັນປົກ ກະຕິແຕ່ຕ້ອງປ້ອງກັນການຕິດເຊື້ອ ຕາມຄຳແນະນຳຂອງຄະນະ ສະເພາະກິດ.

ປະຊາຊົນ, ພະນັກງານ, ຣັຖກອນ, ທະຫານ, ຕຳຣວດ, ຊາວຕ່າງດ້າວ ແລະຊາວຕ່າງປະເທດທີ່ອາສັຍຢູ່ ສປປລາວ ສາມາດເດີນທາງພາຍ ໃນປະເທດໄດ້, ແຕ່ຕ້ອງ ໃຫ້ປະຕິບັດຕາມ ການປ້ອງກັນການຕິດ ເຊື້ອຢ່າງເຂັ້ມງວດ.

ຣັຖບານອະນຸຍາດໃຫ້ມີການເປີດການຂົນສົ່ງ ໂດຍສານທາງບົກ, ທາງນ້ຳ, ທາງອາກາດ ພາຍໃນປະເທດ ລະຫວ່າງ ແຂວງຫາແຂວງ.

ການຝຶກອົບຮົມ, ສັມມະນາ ແລະ ການປະຊຸມເປັນທາງການ ພາຍໃນປະເທດ ສາມາດດຳເນີນການ, ແຕ່ບໍ່ອະນຸຍາດໃຫ້ຈັດງານລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫລືເຈວລ້າງມື, ໃສ່ຜ້າອັດປາກ-ດັງ. ນອກຈາກນີ້ຣັຖບານ ຍັງກະກຽມ ຈະເປີດການຮຽນການສອນຄືນ ໄປແຕ່ລະລຳດັບການຊັ້ນຮຽນ ໃນທົ່ວປະເທດ.

ດຣ ບຸນກອງ ສີຫາວົງ ຣັຖມົນຕຼີກະຊວງ ສາທາລະນະສຸກ ໄດ້ຖະແຫລງ ວ່າ:

"ໃຫ້ກະຊວງສຶກສາທິການ ແລະກິລາ, ກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສງົບ ເປີດໂຮງຮຽນຄືນ ໃນຊັ້ນປະຖົມປີທີ 5 ມັທຍົມສຶກສາ ປີ 4 ແລະ ປີ ທີ 7 ແລະ ໂຮງຮຽນໃນຂົງເຂດ ປ້ອງກັນຊາດ ປ້ອງກັນຄວາມສງົບ ເລີ້ມແຕ່ວັນທີ 18 ພຶສພາ 2020."

ສ່ວນວ່າໂຮງຮຽນລ້ຽງເດັກ ແລະ ອະນຸບານ ຊັ້ນຮຽນ ປໍ1 ຫາ ປໍ4, ມໍ1 ຫາ ມໍ3, ມໍ5 ຫາ ມໍ6 ມະຫາວິທຍາໄລ, ວິທຍາໄລ ແລະສະຖາ ບັນການສຶກສາລະດັບອື່ນໆ ໃຫ້ກະກຽມເປີດນັບແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ.

ເຖິງຢ່າງໃດກໍຕາມ, ຣັຖບານຍັງບໍ່ອະນຸຍາດ ໃຫ້ເປີດຕລາດກາງຄືນ, ຮ້ານບັນເທີງ, ຮ້ານກິນ-ດື່ມ ທີ່ມີເຫລົ້າເບັຽ ແລະ ສິ່ງມຶນເມົາ, ຮ້ານ ຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ການຈັດຣາຍການ ແຂ່ງຂັນກິລາ ທີ່ມີຜູ້ເຂົາຊົມຈຳນວນຫຼາຍ ຊຶ່ງບໍ່ສາມາດ ຢູ່ໄລຍະຫ່າງ ໄດ້ເກີນກ່ວາ 1 ແມັດ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ.

ແລະ ຣັຖບານຍັງສັ່ງໃຫ້ປິດ ດ່ານປະເພນີ, ດ້ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ, ຍົກເວັ້ນແຕ່ຣົດ ຂົນສົ່ງສິນຄ້າ, ແລະ ຜູ້ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ.

ມາຕການຜ່ອນຜັນ ດັ່ງກ່າວນີ້ ແມ່ນສຳນັກງານນາຍົກ ຣັຖມົນຕຼີ ເປັນຜູ້ແຈ້ງການອອກມາ ໃນວັນທີ 15 ພືສພາ 2020. ມາເຖິງປັດຈຸບັນ ທີມແພດໝໍລາວ ສາມາດປິ່ນປົວຜູ້ຕິດເຊື້ອທີ່ຫຼາຍ ດີ 14 ຄົນ ຈາກ ຜູ້ຕິດເຊື້ອທັງໝົດ 19 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.