ຣັຖບານລາວວ່າຈະປາບການ ສໍ້ຣາຊ
2013.11.25
ປັດຈຸບັນທາງການລາວກໍາລັງເລີ້ມເອົາຈິງເອົາຈັງໃນການປາບປາມການສໍ້ຣາຊບັງຫລວງຫລາຍຂຶ້ນຫລັງຈາກທີ່ພົບເຫັນການຮົ່ວໄຫລ ແລະ ງົບປະມານຂາດດຸນຢ່າງຫລວງຫລາຍໃນສົກປີ 2012 -2013. ໃນຂະນະທີ່ທາງການແຂວງຫົວພັນ ກໍໄດ້ກວດເຫັນ ການທຸຈຣິດຂອງເຈົ້າ ຫນ້າທີ່ຣັຖ 52 ຄົນສົ່ງຟ້ອງສານແລ້ວ 20 ຄົນຖືກສານ ຫລຸດຕໍ່າແຫນ່ງ 11 ຄົນ ແລະຍັງສືບສວນ ຫາຄວາມຈິງອີກ 21 ຄົນ:
"ມັນມີ 20 ຄົນຖືກຟ້ອງຂື້ນສານຢູ່ໃນຂັ້ນຕອນອັຍການປະຊາຊົນແຂວງຫົວພັນ ຈະສັ່ງຟ້ອງຂື້ນສານ ບັດນີ້ສ່ວນ 11 ຄົນ ນັ້ນແມ່ນຈະປົດ ຊັ້ນຍົກເລີກໄປຮັບຕໍ່າແຫນ່ງຕໍ່າກວ່າ ແລະ ສ່ວນ 21 ຄົນນັ້ນຖືກສຳຣວດ ກວດກາ".
ທ່ານກ່າວຕໍ່ໄປວ່າ ຜູ້ຕ້ອງຫາ 52 ຄົນນັ້ນຖືກກ່າວຫາຮ່ວມຫົວກັນຍັກຍອກເງິນຣັຖ ປະມານ 20 ຕື້ກີບ ກຸ່ມດັ່ງກ່າວແມ່ນພະນັກງານຣັດມາ ຈາກຫ້ອງການສຶກສາ ແລະຜແນກການເງິນຂອງຣັຖແລະໃນຈໍານວນ 52 ຄົນນັ້ນ 20 ຄົນໄດ້ຜ່ານຂັ້ນຕອນການກວດສອບຄວາມຜິດແລ້ວ ຖືກສົ່ງຂໍ້ມູນໄປໃຫ້ສານພິຈາຣະນາລົງໂທດ. ອີກ 11 ຄົນຖືກລົງໂທດດ້ວຍການຫລຸດຕໍ່າແໜ່ງ ແລະຖືກໂຍກຍ້າຍ ຍັງເຫລືອອີກ 21 ຄົນ ກໍາລັງຖືກ ສືບສວນຢູ່, ໃນນັ້ນມີ 2 ຄົນເສັຽຊິວິດໄປແລ້ວ ໃນຫ້ອງກັກຂັງ ນຶ່ງໃນນັ້ນ ຢູ່ໃນຄະດີຄ້າຢາເສບຕິດ.
ເຈົ້າຫນ້າທີ່ເວົ້າຕໍ່ໄປວ່າ ໃນຈໍານວນຜູ້ຕ້ອງຫາ 20 ຄົນ ທີ່ການສືບສວນຫາກໍສິ້ນສຸດລົງ ໄດ້ຖືກສົ່ງໄປໃຫ້ສານຕັດສິນຢູ່ໃນເວລານີ້ແລະອາຈ ຖືກລົງອາຍາພາຍໃນ 1 ເດືອນຂ້າງຫນ້າ.