ເງິນເດືອນຂັ້ນຕ່ຳ ໃນສປປ ລາວ


2013.04.30
F-Lao-Garment ບໍຣິສັດຕັດຫຍິບ ທີ່ນະຄອນຫລວງວຽງຈັນ
Visionlao

 

ນາຍ​ຈ້າງ ໃນ​ປະ​ເທດ​ລາວ ບໍ່​ໄດ້ຂຶ້ນ​ເງິນ​ເດືອນ​ຂັ້ນ​ຕ່ຳ ໃຫ້​ແກ່ ລູກ​ຈ້າງ ຕາມ​ທີ່ ​​ຖືກ​ກຳ​ນົດ​ໄວ້.

ເຈົ້າໜ້າທີ່ ແຮງງານ ລາວ ຍອມຮັບວ່າ ນາຍຈ້າງ ຫລາຍໆແຫ່ງ ຍັງລະເມີດ ກົດໝາຍ ແຮງງານ ໃນຫລາຍໆ ກໍລະນີ ໂດຍສະເພາະ ແມ່ນ ການຈ່າຍ ເງິນເດືອນ ຂັ້ນຕ່ຳ ໃຫ້ແກ່ລູກຈ້າງ ຂອງຂະເຈົ້າ.

ເຈົ້າໜ້າທີ່ ໄດ້ເວົ້າເຖິງ ບັນຫາ ດັ່ງກ່າວ ໃນກອງປະຊຸມ ຖແລງຂ່າວ ທີ່ຈັດຂຶ້ນ ເມື່ອ ວັນພະຫັດ ຜ່ານມາ ເພື່ອສລອງ ວັນແຮງງານ ສາກົນ ຄົບຮອບ 127 ປີ ຊຶ່ງກົງກັບ ມື້ວັນພຸດ ທີ 1 ເດືອນພຶສພາ.

ຄ່າແຮງງານ ຂັ້ນຕ່ຳ ຂອງ ກັມມະກອນ ໃນພາກສ່ວນ ເອກຊົນ ໄດ້ເພີ້ມຂຶ້ນ ຈາກ 348 ພັນກີບ ມາເປັນ 626 ພັນກີບ ຕໍ່ເດືອນ ເຣີ້ມແຕ່ ປີ 2012 ເປັນຕົ້ນມາ, ໂດຍບໍ່ຮວມ ເບັ້ຽລ້ຽງ ຄ່າອາຫານທ່ຽງ, ຄ່າເຮັດວຽກດີ ແລະ ສວັດດີການ.

ທ່ານ ຄຳຫລ້າ ລໍລອນສີ, ປະທານ ສະຫະພັນ ກັມມະບານ ລາວ, ເວົ້າວ່າ ໃນຣະຫວ່າງ ການກວດກາ, ພວກທ່ານ ພົບວ່າ ບາງບໍຣິສັດ ດຳເນີນ ທຸຣະກິຈ ແບບສໍ້ກົງ ໂດຍຮວມເອົາ ເບັ້ຽລ້ຽງ ແລະ ເງິນສວັດດີການ ອື່ນໆ ຮວມເຂົ້າໃນ ເງິນເດືອນ ປະຈຳເດືອນ ທີ່ ກຳນົດ ໃຫ້ 626 ພັນກີບເລີຍ.

ເພື່ອແກ້ໄຂ ບັນຫາ ດັ່ງກ່າວ, ທາງ ສະຫະພັນ ໄດ້ຫາລື ກັບບໍຣິສັດ ຕ່າງໆ ເພື່ອໃຫ້ຂະເຈົ້າ ເຂົ້າໃຈ ແລະ ປະຕິບັດ ຕາມກົດໝາຍ ເພື່ອຈ່າຍຄ່າ ແຮງງານ ໃຫ້ລູກຈ້າງ ຕາມທີ່ ຂະເຈົ້າ ຄວນຈະໄດ້ຮັບ.

ສ່ວນທ່ານ ອຸ່ນຄຳ ບຸນຍະແສງ, ຜູ້ອຳນວຍການ ກົມປົກປ້ອງ ແຮງງານ ຂອງ ສະຫະພັນ ກັມມະບານ ລາວ, ເວົ້າວ່າ ບໍຣິສັດ ທີ່ບໍ່ ປະຕິບັດ ຕາມກົດຣະບຽບ ຂຶ້ນເງິນເດືອນ ໃໝ່ນັ້ນ ສ່ວນຫລາຍ ແມ່ນພາກສ່ວນ ທຸຣະກິຈ ຂນາດກາງ ແລະ ຂນາດນ້ອຍ ເນື່ອງຈາກວ່າ ຍັງເປັນ ກັມມະກອນ ບໍ່ທັນມີ ປະສົບການ ແລະ ບໍ່ໄດ້ຮັບ ການຝຶກງານ. ທ່ານ ອຸ່ນຄຳ ບອກກັບ ສະຫະພັນ ກັມມະບານ ລາວ ວ່າ ພວກບໍຣິສັດ ເຫລົ່ານັ້ນ ຈະເອົາໂຕ ບໍ່ລອດ ຖ້າຫາກວ່າ ພວກຂະເຈົ້າ ຈ່າຍລູກຈ້າງ ຕາມອັຕຣາ ໃໝ່ນີ້, ແລະ ຈະນຳໄປສູ່ ຄວາມ ຂັດແຍ່ງ. ເຖິງຢ່າງໃດ ກໍຕາມ, ສຳລັບ ບໍຣິສັດ ຜລິດສິນຄ້າ ເພື່ອ ສົ່ງອອກແລ້ວ ແມ່ນ ບໍ່ມີບັນຫາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.