ໂຄງການບ້ານວັທນະທັມເປືອງງົປ


2014.01.20
F-development-V ຕົວຢ່າງ ໂຄງການກຸ່ມບ້ານ ພັທນາຕ່າງໆ ຂອງທາງການລາວ
RFA/LX

 

ວ່າງ 6-7 ປີຜ່ານມາ ຣັຖບານລາວ ໄດ້ມີໂຄງການບ້ານວັທນະທັມ ເພື່ອສົ່ງເສີມໃຫ້ຫລາຍຫມູ່ບ້ານ ໃນເຂດນະຄອນຫລວງ ວຽງຈັນ ເປັນບ້ານແບບຢ່າງ ໃນການພັທນາ ດັ່ງຕົວຢ່າງເປັນບ້ານປອດຄະດີ ປອດຢາເສດບຕິດ ບ້ານທີ່ມີສຸຂພາບດີ ແລະບ້ານອະນາມັຍ ແຕ່ບ້ານວັທນະທັມດັ່ງກ່າວ ສີ້ນເປືອງ ງົບປະມານຂອງຊາດຊື່ໆ:

"ບໍ່ໄດ້ບໍ່ໄດ້ຈັກອັນ ມີແຕ່ຄຳຂວັນວາງອອກມາຊື່ໆ ປອດຄະດີ ກໍມີຂິ້ລັກງັດແງະຢູ່ ຢາເສບຕິດກໍຍັງມີຂາຍ ຢູ່ທາງແຖວນີ້ ເຈົ້າຫນ້າທີ່ ຂັ້ນບ້ານກໍບໍ່ເອົາໃຈໃສ່ ຊ້ຳບໍ່ຫນຳອຳນາດການປົກຄອງ ກໍຍັງບໍ່ໄດ້ປັບປຸງ  ເຣື້ອງກົງຈັກ ເລື້ອງແນວໂຮມ ເລື້ອງຊາວຫນຸ່ມ ອີ່ຫຍັງ ນີ້ແຫລະ".

ໃນປັດຈຸບັນ ສະພາບໂຕຈີງໃນຫລາຍຫມູ່ບ້ານໃນເຂດນະຄອນຫລວງວຽງຈັນ ຍັງມີຂີ້ລັກຂັດແງະແລະປຸ້ນຈີ້ຫລາຍຢູ່ມີການລັກລອບ ຂາຍຢາເສບຕິດ ຢ່າງແຜ່ລາມໃນກຸ່ມໄວລຸ້ນ ຍັງມີການຖີ້ມຂີ້ເຫຍື້ອ ສະຊາຍຕາມ ຮ່ອງຖນົນ ຄອງນ້ຳ ແລະຍັງມີຄະດີຕ່າງໆນາໆ ເກີດຂື້ນຢ່າງຕໍ່ເນື່ອງ ເປັນຕົ້ນ ຄະດີສໍ້ໂກງ ບັນຫາຄວາມບໍ່ສງົບ ພາຍໃນຄອບຄົວ ຄະດີທີ່ດີນແລະອື່ນໆ.

ຊາວບ້ານພາກັນຕັ້ງຄຳຖາມວ່າ ເມື່ອທຸກຢ່າງ ເປັນແບບນີ້ແລ້ວ ພວກຕົນ ຈື່ງເຫັນວ່າ ຄວນຍົກເລີກ ແຜນການບ້ານວັທນະທັມ ຈະເປັນການດີ ເພາະຈະບໍ່ສີ້ນເປືອງ ລາຍຈ່າຍຂອງຣັຖບານ ເພາະຮູ້ສຶກຫນ້າອາຍ ໃນເມື່ອຫມູ່ບ້ານ ດັ່ງກ່າວ ບໍ່ເປັນໄປຕາມ ປະກາດໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.