ຣາຍຮັບຣັຖວິສາຫະກິດ ການບິນລາວ ຕົກຕໍ່າ
2021.01.27

ທ່ານ ຄໍາຫຼ້າ ພິມມະວົງ ຜູ້ອໍານວຍການຣັຖວິສາຫະກິດ ການບິນລາວ, ຣາຍງານໃນວັນທີ 25 ມົກກະຣາ 2021 ວ່າ ການບິນລາວ ມີຣາຍຮັບຫລຸດລົງ 70% ຍ້ອນການຣະບາດຂອງ ໂຄວິດ-19, ເຮັດໃຫ້ບໍ່ມີນັກທ່ອງທ່ຽວ ຕ່າງປະເທດ ແລະ ມີແຜນທີ່ຈະປັບໂຄງ ສ້າງ ເພື່ອຫລຸດຣາຍຈ່າຍລົງ ໂດຍຈະພຍາຍາມຊຸກຍູ້ໃຫ້ ພະນັກງານສມັກໃຈລາອອກ, ດັ່ງ ເຈົ້າໜ້າທີ່ ການບິນລາວ ທ່ານນຶ່ງທີ່ຂໍ ສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມົກກະຣາ ນີ້ວ່າ:
“ພວກເຮົາກໍມີມາຕການແກ້ໄຂ, ຮວມທັງມີແຜນຟື້ນຟູເຣື່ອງຫຼຸດຜ່ອນຣາຍຈ່າຍ, ພຍາຍາມຊຸກຍູ້ພະນັກງານ ລາອອກແບບສມັກໃຈ ແທນທີ່ຈະໃຫ້ເຂົາເຈົ້າອອກເລີຍ ຫັ້ນນະ. ພວກເຮົາຫັນໄປຊອກອາຊີບເສີມ ໃຫ້ເຂົາເຈົ້າແທນ. ຜ່ານມາເຂົາເຈົ້າອອກດ້ວຍຄວາມ ສມັກໃຈ ໄປຮັບເງິນຢູ່ໃນອົງການ ປະກັນສັງຄົມ ເລີຍການບິນລາວ ກະບໍ່ໄດ້ຊົດເຊີຍ.”
ອີງຕາມການຣາຍງານຂອງ website ສາຍການບິນລາວ, ສາຍການບິນລາວ ມີພະນັກງານທັງໝົດປະມານ 1,000 ຄົນ.
ເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວຕື່ມວ່າ ຈະມີການປຶກສາກັບທະນາຄານ ທີ່ທາງການບິນລາວ ໄດ້ກູ້ຢືມເງິນມາໃຊ້ໃນເຣື່ອງເຮືອບິນ ເພື່ອຂໍຜ່ອນຈ່າຍ ໃນໄລຍະທີ່ຣາຍໄດ້ຫລຸດລົງນີ້ ແລະຈະໄດ້ຫລຸດເງິນເດືອນ ພະນັກງານລົງ ຍ້ອນບໍ່ມີເງິນຈ່າຍພຽງພໍ, ຈະຈ່າຍໃຫ້ ພໍແກ້ໄຂ ຊີວິດການເປັນຢູ່ເທົ່ານັ້ນ ດັ່ງທີ່ທ່ານກ່າວວ່າ:
“ເວົ້າເຣື່ອງເງິນເດືອນ ປັດຈຸບັນເຮົາບໍ່ມີເງິນເດືອນເດ໋ ໄດ້ຮັບເງິນການແກ້ໄຂຊີວິດການເປັນຢູ່ ເທົ່ານັ້ນເດ໋ ຕົວຢ່າງວ່າຄືນັກບິນກະໄດ້ ປະມານ ບໍ່ເກີນ 20% ຂອງເງິນເດືອນ ຂອງເງິນເດືອນປົກກະຕິເນາະ ປະມານນີ້ແຫລະ.”
ຢູ່ສນາມບິນວັດໄຕ ນະຄອນຫຼວງວຽງຈັນ ເວົ້າລວມແລ້ວກໍມີແຕ່ຄົນໂດຍສານລາວ ທີ່ໃຊ້ການບໍຣິການພາຍໃນປະເທດ, ການບິນລາວ ໃຫ້ບໍຣິການທຸກມື້ ມື້ນຶ່ງປະມານ 15 ຫາ 20 ຖ້ຽວ. ສ່ວນສາຍການບິນຕ່າງປະເທດ ສ່ວນຫຼາຍກໍມີແຕ່ໄປຈີນ ແລະ ເກົາຫລີໃຕ້ ຈະເປັນການເຊົ່າເໝົາລໍາເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ສນາມບິນວັດໄຕ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ພາຍໃນປະເທດນີ໋ ກໍບິນທຸກມື້ຫັ້ນແຫລະ ສ່ວນຫລາຍກະບິນໄປຈີນ ກັບເກົາຫລີເທົ່ານັ້ນແຫລະ, ພາຍໃນນີ໋ມື້ນຶ່ງກໍປະມານ 15 ຫາ 20 ຖ້ຽວ ຄົນພາຍໃນນີ້ລະ.”
ອີງຕາມການຣາຍງານ ຂອງ ທ່ານ ຄໍາຫລ້າ ພິມມະວົງ ໃນມື້ດຽວກັນນັ້ນ, ໃນປີ 2020 ການບິນລາວ ມີຜູ້ໂດຍສານທັງໝົດ 380,000 ຄົນ, ມີປະມານ 6,600 ຖ້ຽວບິນ ຄືເທົ່າກັບ 30% ຂອງ ປີ 2019. ການບິນລາວ ມີແຜນທີ່ຈະເຂົ້າຮ່ວມໂຄງການ ລາວທ່ຽວລາວ ໂດຍຈະເນັ້ນໃສ່ ສາຍການບິນ ພາຍໃນປະເທດ, ຈັດໂປຣໂມເຊິນ ປີ້ຍົນໃນຣາຄາພິເສດ ສໍາລັບແຕ່ລະ ຖ້ຽວບິນ ແລະ ອື່ນໆ ຊຶ່ງຈະມີການປຶກສາ ກັບພາກສ່ວນທີ່ກ່ຽວຂ້ອງ.
ນອກຈາກການບິນລາວ ທີ່ໄດ້ຮັບຜົລກະທົບຈາກ ໂຄວິດ-19 ແລ້ວ ຫົວໜ່ວຍທຸຣະກິດຕ່າງໆ ຮວມທັງ ໂຮງແຮມ ຮ້ານອາຫານ ທີ່ ພົວພັນກັບການທ່ອງທ່ຽວ ກໍໄດ້ຮັບຜົລກະທົບ ໄປຕາມໆກັນ ເຮັດໃຫ້ມີຄວາມຫຍຸ້ງຍາກ ທາງດ້ານການເງິນ, ບາງມື້ກໍບໍ່ມີລູກຄ້າເລີຍ, ຂນະທີ່ຍັງມີຣາຍຈ່າຍຫຼາຍຢູ່ເປັນຕົ້ນຄ່ານໍ້າ ຄ່າໄຟ ຄ່າເຊົ່າຮ້ານ ຊຶ່ງບາງຮ້ານກໍກໍາລັງຈະ ປິດລົງ, ດັ່ງເຈົ້າຂອງຮ້ານອາຫານ ທີ່ຢູ່ໃກ້ ສນາມບິນວັດໄຕ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນ ມື້ວັນທີ 27 ມົກກະຣາ ນີ້ວ່າ:
“ບໍ່ມີຄົນມາກິນເນາະ ງຽບ ບາງມື້ກະບໍ່ໄດ້ເງິນຈັກກີບ. ແຕ່ກີ້ມີແຂກ ມີຄົນຫລາຍ ຕັ້ງແຕ່ໂຄວິດ ມານີ໋ ຢູ່ໃສກະປິດຮ້ານໝົດ ບໍ່ມີຄົນກິນ ຫັ້ນນະ ມັນກໍເໜົ່າ ກະເສັຽໄປລ້າໆ ລະກະ ຄ່າເຊົ່າຮ້ານກະແພງ ຂໍນໍາເພິ່ນຈ່າຍເປັນເດືອນກ່ອນ ຄັນວ່າບໍ່ໄດ້ອີກ ອີກ 293 ເດືອນ ກະສິປິດຫັ້ນນ່າ ຣາຍຈ່າຍຫລາຍກວ່າຣາຍຮັບ.”
ປັດຈຸບັນ ໂຮງແຮມ ເຮືອນພັກ ກໍປິດໄປຫລາຍແລ້ວ ແລະ ບາງແຫ່ງກໍຫລຸດຈໍານວນຫ້ອງເຊົ່າລົງ ຍ້ອນບໍ່ມີແຂກເຂົ້າມາພັກ ແລະຕ້ອງ ໄດ້ຫລຸດຈໍານວນພະນັກງານລົງ ແລະ ພະນັກງານ ຈໍານວນນຶ່ງ ກໍຖືກຫລຸດເງິນເດືອນ ໂດຍໃຫ້ເຮັດວຽກ ເຄິ່ງມື້, ດັ່ງເຈົ້າຂອງໂຮງແຮມແຫ່ງນຶ່ງ ທີ່ຢູ່ໃກ້ສນາມບິນວັດໄຕ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເດືອນນີ້ກະບໍ່ຄ່ອຍມີເລີຍ ຫຼຸດລົງຫຼາຍບໍ່ຄ່ອຍມີປົກກະຕິ ຄືແຕ່ກ່ອນເນາະ ຍັງບໍ່ມີໂຄວິດເຮົາກະໄດ້ຂາຍ ເກືອບວ່າເຕັມທຸກຫ້ອງ ວ່າຊັ້ນສະ ດຽວນີ້ກະຂາຍ ມື້ ລະ 2-3 ຊີ້ນະ ໃນຊ່ວງນີ້ມີແຕ່ຄົນລາວ ໃນປະເທດນີ້ແຫລະ ບໍ່ໄດ້ມີຄົນຕ່າງຊາດ.”
ຜົລກະທົບຈາກການຣະບາດຂອງ ໂຄວິດ-19 ຄື ທີ່ວ່ານັ້ນ ນອກຈາກການບິນລາວ ແລ້ວ ຫົວໜ່ວຍທຸຣະກິດອື່ນໆ ທັງໂຮງແຮມ ຮ້ານອາຫານ ທີ່ພົວພັນກັບການທ່ອງທ່ຽວ ກໍໄດ້ຮັບຜົລກະທົບໄປຕາມໆກັນ ເຮັດໃຫ້ມີຄວາມຫຍຸ້ງຍາກ, ຣາຍຮັບຫລຸດລົງ.