ບໍຣິສັດໄຟຟ້າຂາດທຶນຍ້ອນໄພ ນໍ້າຖ້ວມ
2014.01.07
ບໍຣິສັດໄຟຟ້າແຂວງສາຣະວັນ ຂາດທຶນເຖິງ 4 ຕື້ກີບ ຍ້ອນໄພນ້ຳຖ້ວມເມື່ອຍາມຝົນທີ່ຜ່ານມາ. ເມື່ອທ້າຍເດືອນທັນວາຜແນກໄຟຟ້າແຂວງ ສາຣະວັນໄດ້ສລຸບຜົນການດໍາເນີນງານໃນຣະຍະນຶ່ງປີທີ່ຜ່ານມາ ແລະ ເຫັນວ່າປະຊາຊົນຫລາຍຄອບຄົວທີ່ຖືກໄພນໍ້າຖ້ວມບໍ່ສາມາດຈ່າຍຄ່າ ໄຟໄດ້ຈຶ່ງເຮັດໃຫ້ບໍຣິສັດໄຟຟ້າ ໃນແຂວງຂາດທຶນ. ດັ່ງເຈົ້າໜ້າທີ່ ຜູ້ນຶ່ງເວົ້າວ່າ:
“ກໍຖືກຖ້ວມເສັຍຫາຍກໍຕົວນີ້ແຫລະມູນຄ່າ 338 ລ້ານ ກໍຍ້ອນແຫລ່ງທຶນເຮົານີ້ແຫລະ ພວກເຮົາກໍມີແຜນຕື່ມອີກຄືສິປະມານ 200 ກວ່າບ້ານ ທີ່ຍັງເຫລືອຄືສິທຽບເປັນເປີເຊັນ ຖ້າວ່າໄດ້ 200 ກວ່າບ້ານກໍຄືສິ ປະມານໄດ້ 90 ເປີເຊັນ ພຸ້ນແຫລະ ກໍແຜນຈະເລີ້ມປະຕິບັດໃນປີ 2014 ເປັນຕົ້ນໄປ.”
ເຈົ້າໜ້າທີ່ທ່ານນີ້ເປີດເຜີຍອີກວ່າ ໃນປີກາຍ ບໍຣິສັດໄຟຟ້າແຂວງສາຣະວັນ ເກັບຣາຍຮັບຈາກການຂາຍໄຟຟ້າໄດ້ 57 ຕື້ກີບ ແຕ່ມີຣາຍຈ່າຍ ເຖິງ 61 ຕື້ກີບ. ການໃຊ້ຈ່າຍທີ່ຫລາຍທີ່ສຸດ ແມ່ນເພື່ອສ້ອມແປງສາຍ ໄຟຟ້າແລະສະຖານີໄຟຟ້າ ທີ່ຖືກນໍ້າຖ້ວມເສັຍຫາຍ. ການໃຊ້ຈ່າຍທີ່ ຫລວງຫລາຍອີກຢ່າງນຶ່ງຄື 37 ຕື້ກີບ ແມ່ນການຊື້ໄຟຟ້າຈາກເຂື່ອນໄຟຟ້າ.
ໃນຕອນທ້າຍຂອງກອງປະຊຸມ ບໍຣິສັດໄຟຟ້າລາວ ປະຈຳແຂວງສາຣະວັນ ໄດ້ຕົກລົງກັນວ່າ ຈະພຍາຍາມເກັບຄ່າໄຟຟ້າ ຈາກປະຊາຊົນ ໃຫ້ ໄດ້ຕາມຣະດັບຄາດໝາຍໃນປີນີ້ ແລະວາງເປົ້າໝາຍໄວ້ວ່າ ຈະເຫນັ່ງ ສາຍໄຟຟ້າໄປເຖິງເຂດສອກຫລີກຫ່າງໄກ ຕື່ມອີກ 200 ບ້ານ.
ແຂວງສາຣະວັນ ເປັນແຂວງນຶ່ງທີ່ທຸກຍາກທີ່ສຸດໃນພາກໃຕ້ຂອງລາວປັດຈຸບັນມີປະຊາຊົນເກືອບ 80 ສ່ວນຮ້ອຍມີໄຟຟ້າໃຊ້ແລ້ວ. ໃນປີກາຍ ແຂວງ ສາຣະວັນ ກໍເປັນແຂວງນຶ່ງ ທີ່ຖືກນໍ້າຖ້ວມຢ່າງໜັກ ປະຊາຊົນ ໄດ້ໂຍກຍ້າຍທີ່ຢູ່ອາສັຍ ແລະທົ່ງໄຮ່ທົ່ງນາຖືກນໍ້າຖ້ວມ ເສັຍຫາຍ.