ພາສີຂາດວິນັຍລາຍໄດ້ບໍ່ເຂົ້າ ຄັງຫລວງ
2013.10.01

ລາຍໄດ້ຈາກພາສີ ແລະອາກອນຕ່າງໆ ຈໍານວນມະຫາສານ ຖືກສູນເສັຽໄປຍ້ອນການຄຸ້ມຄອງ ຂອງລະບົບການເງິນບໍ່ມີປະສິດທິພາບ ແລະ ໜ່ວຍທຸຣະກິດ ບໍ່ໃຫ້ຄວາມຮ່ວມມື. ຕາມການເປີດເຜີຽ ຂອງທ່ານ ພູເພັດ ຄໍາພູນວົງ ຣັຖມົນຕຣີການເງິນ ໃນວັນຈັນຜ່ານມາ. ທ່ານ ພູເພັດ ໄດ້ເວົ້າເຣື້ອງນີ້ ເນື່ອງໃນໂອກາດກອງປະຊຸມປະຈໍາປີລະຫ່ວາງ ຣັຖບານກັບເຈົ້າແຂວງທົ່ວປະເທດ. ທ່ານວ່າລາຍໄດ້ພາສີ ທີ່ສູນເສັຽໄປນັ້ນ ສ່ວນຫລາຍແມ່ນ ພາສີຂາເຂົ້າແລະຂາອອກ, ຮ່ວມທັງ ພາສີລົດ ພາສີນໍ້າມັນ ພາສີຍົກເວັ້ນ ແກ່ນັກລົງທຶນ ຕ່າງປະເທດ.
ໃນສົກປີ 2011-2012 ຣັຖບານສູນເສັຽລາຍໄດ້ພາສີ ເປັນຈໍານວນເງິນ 1,200 ຕື້ກີບ ຫລືປະມານ $152.91 ລ້ານໂດລາສະຫະຣັດ ແລະ ໃນສົກປີ 2012-2013 ຣັຖບານສູນເສັຽລາຍໄດ້ພາສີເປັນຈໍານວນເງິນ 1,300 ຕື້ກີບ ຫລືປະມານ $165.65 ລ້ານໂດລາ. ການລັກລອບນໍາ ເຂົ້າສິນຄ້າ ແລະການບໍ່ປະຕິບັດກົດໝາຍພາສີ ຮ່ວມທັງພໍ່ຄ້າແມ່ຄ້າ ຫລີກລຽງເສັຽພາສີ ເປັນບັນຫານຶ່ງອີກທີ່ເຮັດໃຫ້ຣັຖສູນເສັຽລາຍໄດ້. ຍົກ ໂຕຢ່າງພໍ່ຄ້ານໍາເອົາລົດເຂົ້າປະເທດໃສ່ຣາຄາຕໍ່າ ກ່ວາຣາຄາໂຕຈິງເພື່ອຫລີກລຽງເສັຽພາສີ.
ນອກນັ້ນ ຣັຖບານ ສູນເສັຽລາຍໄດ້ພາສີຈາກການຂາຍຊັພຍາກອນທັມມະຊາດ ໂດຍສະເພາະໄມ້. ທ່ານວ່າ ຣັຖບານເກັບພາສີໄດ້ 20 ລ້ານ ໂດລາ ສະຫະຣັດ ຈາກການສົ່ງໄມ້ອອກໄປຂາຍຢູ່ປະເທດເພື່ອນບ້ານ ແຕ່ວ່າ ລາວໄດ້ຂາຍໄມ້ໃຫ້ປະເທດ ເພື່ອນບ້ານເປັນຈໍານວນເງິນຫຼາຍ ຮ້ອຍລ້ານ ໂດລາໃນແຕ່ລະປີ. ເຈົ້າໜ້າທີບາງຄົນສົມຮູ້ຮ່ວມຄິດ ກັບພໍ່ຄ້າຜິດກົດໝາຍ ໃນການສົ່ງໄມ້ອອກນອກປະເທດຮ່ວມທັງ ໄມ້ປະເພດ ທີ່ຫວງຫ້າມ. ທ່ານວ່າຣັຖບານໄດ້ອອກກົດໝາຍການຄຸ້ມຄອງ ຊັພຍາກອນທັມມະຊາດ ແຕ່ວ່າຂາດການປະຕິບັດ.