ຣັຖບານລາວອາຈຂາດງົປຈ່າຍ ໜີ້ສິນ
2013.11.01
ເຈົ້າໜ້າທີ່ຂັ້ນສູງ ກະຊວງການເງິນຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ເປີດເຜີຍ ຕໍ່ເອເຊັຍເສຣີ ເມື່ອບໍ່ດົນຜ່ານມານີ້ວ່າ ຣັຖບາລລາວ ມີໂອກາດສູງທີ່ ຈະຜິດນັດ ຊໍາລະໜີ້ ທັງພາຍໃນ ແລະຕ່າງປະເທສ ຫລາຍຂຶ້ນ ໃນແຜນການສົກປີ 2013 2014 ນີ້. ສາເຫດສໍາຄັນ ທີ່ອາຈພາໃຫ້ເປັນໄປ ໄດ້ ແມ່ນຍ້ອນການເກັບຣາຍຮັບບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້.
ໃນແຜນການສົກປີ 2013-2014 ທີ່ໄດ້ເລີ່ມປະຕິບັດ ຕັ້ງແຕ່ຕົ້ນເດືອນ ຕຸລາ 2013 ນີ້ມາແລະຍັງຈະປະຕິບັດໄປຈົນເຖິງທ້າຍ ເດືອນກັນຍາ 2014 ນັ້ນ ຣັຖບາລລາວ ມີພາລະໜີ້ສິນ ທີ່ຈະຕ້ອງໄດ້ຊໍາລະຄືນໃຫ້ເຈົ້າໜີ້ ທັງລາວ ແລະຕ່າງປະເທສ ພ້ອມດ້ວຍດອກເບັ້ຍຄິດເປັນມູນຄ່າ ທັງໝົດ 4,300 ກວ່າຕື້ກີບ ຫລືປະມານ 570 ລ້ານໂດລາສະຫະຣັຖ. ໃນນັ້ນເປັນພາກສ່ວນຂອງຕ່າງປະເທສ 2,000 ຕື້ກວ່າກີບ ທຽບໃສ່ປີ ກາຍເພີ່ມຂຶ້ນເຖິງ 30%.
ສໍາລັບການຊໍາລະໜີ້ພາຍໃນ ທີ່ມີມູນຄ່າ 2,200 ກວ່າຕື້ກີບນັ້ນ ເຖິງແມ່ນວ່າຈະຫລຸດລົງເຖິງ 21% ທຽບໃສ່ສົກປີ 2012-2013 ທີ່ຜ່ານມາ ກໍຕາມ ແຕ່ຍ້ອນຣັຖບາລໄດ້ຊໍາລະໜີ້ ດ້ວຍພັນທະບັດ ທີ່ມີຣະຍະເວລາຊໍາລະໜີ້ ໃນອີກ 3 ປີຕໍ່ໄປ ຈຶ່ງເຮັດໃຫ້ໜີ້ພາຍໃນຂອງຣັຖບາລລາວ ບໍ່ໄດ້ຫລຸດລົງແຕ່ຢ່າງໃດ ເພາະຍັງຈະຕ້ອງໄດ້ຈ່າຍດອກເບັ້ຽ ທີ່ເພີ່ມຂຶ້ນຈາກການອອກພັນທະບັດດັ່ງກ່າວ ນັ້ນນໍາດ້ວຽ.