ຣາຍຈ່າຍທີ່ບໍ່ຜ່ານສະພາ


2014.01.06
F-nas ສະພາແຫ່ງຊາຕ ສປປ ລາວ
LPDR

 

ອົງການກວດກາແຫ່ງຣັຖໄດ້ກວດພໍ້ວ່າເງິນຈໍານວນປະມານ 450 ຕື້ກີບ ຊຶ່ງເປັນລາຍໄດ້ເພີ້ມຕື່ມຂອງຣັຖ ຫລັງຈາກໄດ້ກວດສອບຫ້ອງການ ຣັຖ 73 ບ່ອນ ທັງທະນາຄານ ບໍຣິສັດຣັຖວິສາຫະກິດ ແລະໂຄງການ ລົງທຶນຂອງຣັຖ. ຕາມຣາຍງານໜັງສືພິມຂອງທາງການລາວ ທີ່ອ້າງ ຕາມຄໍາເວົ້າຂອງ ຍານາງ ວຽງທອງ ສີພັນດອນ ປະທານອົງການກວດກາແຫ່ງຣັຖ ທີ່ເປີດເຜີຽການຈັດຕັ້ງ ປະຕິບັດການກວດກາງົບປະມານ ສົກປີ 2011-2012.

ນອກນັ້ນເຈົ້າໜ້າທີ່ກວດກາໄດ້ພົບເຫັນຣາຍຈ່າຍຈໍານວນ 4 ພັນກວ່າຕື້ກີບທີ່ໃຊ້ຈ່າຍໄປໂດຍບໍ່ມີອະນຸມັດຈາກສະພາ. ຣາຍງານການກວດກາ ງົບປະມານຣາຍຈ່າຍຂອງຣັຖສົກປີ 2011-2012 ມີຫລາຍກວ່າ 19,000 ຕື້ກີບແຕ່ການເກັບຣາຍໄດ້ພຽງແຕ່ 17,000 ຕື້ກວ່າກີບ ເທົ່ານັ້ນ. ຣາຍງານວ່າຫລາຍອົງການຂອງຣັຖແລະບໍຣິສັດຣັຖວິສາຫະກິດ ຣະເມີດຣະບຽບການເງິນ ຮ່ວມທັງອະນຸຍາດການຈັບຈ່າຍໂດຍ ບໍ່ຜ່ານການ ອະນຸມັດຈາກສະພາແຫ່ງຊາຕ.

ເມື່ອເດືອນທັນວາ ປີ 2013 ຜ່ານມາອົງການກວດກາແຫ່ງຣັຖ ໄດ້ສະເໜີຣາຍງານໃຫ້ສະພາຊາບໝົດແລ້ວ ທາງສະພາຕົກລົງວ່າອົງການຣັຖ ອົງການໃດທີ່ຣະເມີດຣະບຽບການເງິນ ສົກງົບປະມານປີ 2011-2012 ຈະຕ້ອງຫາເງິນມາເພີ້ມໃສ່ ງົບປະມານ ຣາຍໄດ້ສົກປີ 2014-2015 ປະມານ 390 ຕື້ກີບ ແລ້ວບອກໃຫ້ອົງການກວດກາແຫ່ງຣັຖປະສານງານກັບກະຊວງການຄັງ ເພື່ອຕິດຕາມມາຕການ ໃນການແກ້ໄຂບັນຫາ ການເກັບຣາຍໄດ້ຂອງຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.