ການເກັບພາສີປີນີ້ຍັງຈະ ຮົ່ວໄຫລ


2014.02.16
F-tax ການເກັບພາສີປີນີ້ຍັງຈະ ຮົ່ວໄຫລ
RFA

 

ການເກັບພາສີອາກອນ ຂອງທາງການລາວ ໃນປີນີ້ຈະປະສົບບັນຫາ ຫຍຸ້ງຍາກ ຫລາຍຢ່າງ ເພາະການ ລົງໂທດ ຜູ້ທີ່ ສໍ້ໂກງ ຍັງບໍ່ທົ່ວເຖິງ ບໍ່ເຄັ່ງຄັດພໍ.

ເມື່ອປີກາຍ ຣັຖບານລາວ ເກັບພາສີອາກອນ ບໍ່ໄດ້ຕາມຄວາມຄາດໝາຍ ເປັນເຫດໃຫ້ຣັຖບານຂາດເຂີນ ງົບປະມານຢ່າງໜັກ. ປີນີ້ຣັຖບານ ຕັ້ງເປົ້າໝາຍ ໄວ້ວ່າ ຈະເກັບພາສີອາກອນໃຫ້ໄດ້ ຫລາຍກວ່າປີກາຍ ເຖິງ 10 ສ່ວນຮ້ອຍ. ແຕ່ເຈົ້າໜ້າທີ່ ການເງິນ ຈາກ ທົ່ວປະເທດລາວ ທີ່ໄດ້ປະຊຸມກັນ ເມື່ອບໍ່ດົນ ຜ່ານມານີ້ ຍອມຮັບວ່າ ຣັຖບານ ຈະປະສົບກັບບັນຫາ ທ້າທາຍອັນໃຫຍ່ຫລວງ ສົມຄວນ ເພື່ອ ປະຕິບັດໃຫ້ໄດ້ ຕາມເປົ້າໝາຍ ທີ່ວາງອອກ.

ໜັງສືພິມເສຖກິດ-ສັງຄົມ ຂອງລາວຣາຍງານວ່າ ນັກທຸຣະກິດ ບໍຣິສັດແລະຫ້າງຮ້ານຕ່າງໆ ບໍ່ຢາກເສັຍພາສີອາກອນ ໃຫ້ແກ່ຣັດ. ເຈົ້າໜ້າທີ່ ການເງິນ ຂອງຣັດ ກວດເຫັນນັກທຸຣະກິດ ແລະ ບໍຣິສັດຕ່າງໆ ເຖິງ 170 ຫົວໜ່ວຍ ບໍ່ຍອມເສັຍພາສີ ໃຫ້ແກ່ຣັຖ ລວມທັງໝົດເຖິງ 100 ຕື້ກີບ. ບໍ່ພຽງແຕ່ ນັກທຸຣະກິດ ເທົ່ານັ້ນ ທີ່ບໍ່ຍອມຈ່າຍພາສີ ໃຫ້ແກ່ຣັດ ອົງການຈັດຕັ້ງຂອງຣັດເອງ ກໍບໍ່ຍອມຈ່າຍໃຫ້ແກ່ຣັຖບານ; ເຊັ່ນອໍາ ນາດການປົກຄອງແຂວງ ທີ່ຂາຍໄມ້ໄດ້ຫຼາຍຮ້ອຍຕື້ກີບແຕ່ບໍ່ມອບໃຫ້ ແກ່ຄັງຫຼວງຂອງຣັຖບານກາງ. ຮ້າຍໄປກວ່ານັ້ນ ເຈົ້າໜ້າທີ່ຂອງພັກຂອງ ຣັດເອງ ກໍບໍ່ໂປ່ງສັຍ ມັກສໍ້ຣາສບັງຫລວງ ແລະ ຮັບເງິນສິນບົນ. ເຈົ້າໜ້າທີ່ນັບມື້ນັບ ສໍ້ຣາສບັງຫລວງ ຍ້ອນວ່າພວກທີ່ຖືກກວດພົບວ່າສໍ້ໂກງ ສ່ວນຫລາຍ ບໍ່ຖືກລົງໂທດ ແຕ່ຢ່າງໃດ.

ເພື່ອແກ້ໄຂບັນຫາ ດັ່ງກ່າວ ຄນະຣັຖມົນຕຣີລາວ ໄດ້ປະຊຸມກັນ ເມື່ອອາທິດທີ່ແລ້ວ ແລະ ຕົກລົງກັນວ່າ ຣັຖບານຈະແນະນຳ ໃຫ້ທຸກກະຊວງ ກົມກອງ ທີ່ ກ່ຽວຂ້ອງ ເອົາໃຈໃສ່ຕື່ມກັບ ການເກັບພາສີອາກອນ ເພື່ອໃຫ້ໄດ້ຕາມຣະດັບ ຄາດໝາຍຂອງປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.