ບັນຫາຍາດແຍ່ງທີ່ດິນ ຢູ່ລາວ ແກ່ຍາວ ແກ້ຍາກ

ຈໍາປາທອງ
2019.07.02
f-land ສະຖານີ ຣົດໂດຍສານ ໂຊກປະເສີດ ຕິດກັບພື້ນທີ່ດິນ ຂອງຊາວບ້ານພອນໄຊ ທີ່ຕ້ອງຍ້າຍອອກ ຊຶ່ງບໍຣິສັດ ດວງປະເສີດ ເປັນເຈົ້າຂອງ ທັງໝົດ
RFA/NY

ການຂັດແຍ່ງໃນເຣຶ່ອງທີ່ດິນຢູ່ ສປປລາວ ເປັນບັນຫາຊໍາເຮື້ອ ທີ່ແກ່ຍາວມາເປັນສິບໆປີ ເປັນຕົ້ນໃນຊຸມປີຫລັງນີ້ ແຕ່ທາງການລາວ ກໍຍັງບໍ່ ສາມາດ ແກ້ໄຂໃຫ້ຕົກໄປໄດ້ ຍ້ອນວ່າການຂັດແຍ່ງ ມີທັງຣະຫວ່າງ ພະນັກງານພັກ-ຣັຖ ແລະ ປະຊາຊົນ, ຣະຫວ່າງ ປະຊາຊົນ ແລະ ປະຊາຊົນດ້ວຍກັນ ແລະເປັນບັນຫາທີ່ເກີດຂຶ້ນ ຢູ່ໃນທົ່ວປະເທດ ແມ່ນແຕ່ ທ່ານ ບຸນທອງ ຈິດມະນີ ກັມມະການກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ ປະທານອົງການກວດກາ ຣັຖບານ ກໍຍອມຮັບວ່າ ການຍັກຍອກ ຂອງ ພະນັກງານຣັຖ ເອົາດິນຂອງຣັຖ ແລະການ ສໍ້ໂກງເອົາດິນຂອງປະຊາຊົນ ເປັນບັນຫາໃຫຍ່ຂຶ້ນນັບມື້ ແລະໄດ້ເກີດຂຶ້ນ ຢ່າງກວ້າງຂວາງ ໃນຂນະທີ່ການເກັບກຳຂໍ້ມູນ ກ່ຽວກັບທີ່ດິນ ຂອງຣັຖ ຊຶ່ງຖືກຍັກຍອກ ຫລື ຈັບຈ່ອງເອົາ ຢ່າງບໍ່ຖືກກົດໝາຍ ນັ້ນຍັງບໍ່ມີປະສິດທິພາບ.

ຕາມຣາຍງານຂອງ ABC LAOS NEWS ວັນທີ 11 ເມສາ 2019. ແລະ ສະມາຊິກ ສະພາແຫ່ງຊາດ ກໍມີຄວາມກັງວົນ ຕໍ່ການສູນເສັຽ ທີ່ດິນຂອງຣັຖ ແລະ ການຫັນປ່ຽນທີ່ດິນ ທຳການຜລິດ ເປັນທີ່ດິນ ປະເພດອື່ນຮວມທັງເຣຶ່ອງການໂອນ ທີ່ດິນຂອງຣັຖ ໄປເປັນກຳມະສິດ ຂອງບຸກຄົນ ຊຶ່ງມີການຍັກຍອກ ເອົາຫລາຍ.

ເຈົ້າໜ້າທີ່ຂັ້ນສູງໃນຄນະສະເພາະກິດ ເພື່ອສຶກສາວິຈັຍ ແລະວິເຄາະບັນຫາການນຳໃຊ້ທີ່ດິນ ທົ່ວປະເທດລາວ ເປີດເຜີຍວ່າການປະກອບ ເອກກະສານ ປອມ ເພື່ອຍັກຍອກເອົາດິນຣັຖ ແລະການສໍ້ໂກງ ເອົາດິນປະຊາຊົນ ເພື່ອຂາຍ ຫລືໃຫ້ບໍຣິສັດ ຕ່າງປະເທດສຳປະທານ ຍັງເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງ ມີທັງການປອມແປງ ໃບຕາດິນ ເພື່ອຄ້ຳປະກັນ ການກູ້ຢືມເງິນ ທັງຈາກທະນາຄານຣັຖ ແລະເອກກະຊົນ ຊຶ່ງທ່ານຢືນຢັນວ່າ ຈາກການກວດກາ ໃນປີ 2017-2018 ສາມາດຍຶດເອົາທີ່ດິນ ຂອງຣັຖ ຊຶ່ງຖືກລັກຂາຍໃຫ້ ນັກທຸຣະກິດລາວ ແລະ ຕ່າງປະເທດ ໃນລາວ ກັບຄືນໄດ້ຫລາຍກວ່າ 10 ພັນເຮັກຕາ.

ສ່ວນທີ່ດິນຂອງປະຊາຊົນ ທີ່ຖືກສໍ້ໂກງເອົານັ້ນ ກໍມີການຟ້ອງຮ້ອງ ຕໍ່ສານຫລາຍພັນຄະດີ ໃນເນື້ອທີ່ດິນ ຊຶ່ງມີການຂັດແຍ່ງຫຼາຍໝື່ນ ເຮັກຕາ ຢູ່ໃນເວລານີ້.

ເວົ້າເຣຶ່ອງຂໍ້ຂັດແຍ່ງທາງດ້ານທີ່ດິນ ປະຊາຊົນ 3 ຄອບຄົວ ຢູ່ບ້ານສີສະຫວ່າງເໜືອ ເມືອງໄຊພູທອງ ແຂວງສະຫວັນນະເຂດ ຜູ້ເດືອດຮ້ອນ ຍ້ອນ ເສັຽຄະດີ ໃນເຣຶ່ອງທີ່ດິນ ຊຶ່ງປະຊາຊົນ ຜູ້ໄດ້ຮັບຜົນກະທົບ ໄດ້ເປີດໃຈໃຫ້ສຳພາດ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ມິຖຸນາ 2019 ໂດຍຮຽກຮ້ອງຂໍຄວາມເປັນທັມ ແລະ ຂໍໃຫ້ຂັ້ນເທິງກວດກາ ຄຳຕັດສິນ ຂອງສານແຂວງສະຫວັນນະເຂດ ຄືນໃໝ່ຍ້ອນວ່າ ນ້າບ່າວຂອງ ທ້າວ ກິ ຜູ້ເປັນໂຈດ ທີ່ຊະນະຄະດີ ບໍ່ມີຫລັກຖານພຽງພໍ:

"ຮຽກຮ້ອງຂໍຄວາມເປັນທັມ ແລະຂໍໃຫ້ກວດກາຄືນໃໝ່ ໃຫ້ຮື້ຟື້ນຄະດີຄືນ ມັນຈັ່ງສິມີຄວາມເປັນທັມ ຖ້າວ່າຜູ້ໃດຫາກບິດເບືອນ ຕ້ອງເວົ້າໄປຕາມ ເຣຶ່ອງກົດໝາຍ ຖ້າວ່າຝ່າຍໃດຝ່າຍນຶ່ງ ຫາກມີການສໍ້ຣາດບັງຫລວງ ມີການສ່ຮ້າຍປ້າຍສີຄົນອື່ນ ເພື່ອຢາກ ເອົາຄົນອື່ນຫັ້ນ ໃຫ້ທາງການຕັດສິນຄະດີເລີຍ."

ແລະເມື່ອເວົ້າເຖິງບັນຫາ ທີ່ດິນ ແລະໃບຕາດິນຊ້ຳຊ້ອນຢູ່ລາວ ປະຊາຊົນລາວຜູ້ຂໍສງວນຊື່ ທ່ານນຶ່ງ ທີ່ເຫັນ ແລະຮູ້ ສະພາບຕົວຈິງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນກາງເດືອນມິຖຸນານີ້ວ່າ:

"ມີຫລາຍ ມີຫລາຍເຣຶ່ອງຂີ້ດິນ ມີການໝັດຈຳກັນ ຜູ້ນີ້ວ່າຂ້ອຍຢາກຕ້ອງການເງິນ ຂ້ອຍເອົາໄປແລ່ນໃຫ້ເຂົາ ແລະໃຫ້ຂ້ອຍທໍ່ໃດ ເປີເຊັນ."

ທ່ານເວົ້າວ່າ ບໍ່ວ່າຈະເປັນຄົນວຽດນາມ ແລະຈີນ ກ່ອນຈະເຂົ້າໄປຊື້ດິນ ຢູ່ບ້ານໃດ ກໍທຳຄວາມດີ ກັບບ້ານນັ້ນກ່ອນ ສົມທົບກັບເຈົ້າໜ້າທີ່ ບ້ານ ເມື່ອບ້ານໄດ້ເງິນ ນຳ ບ້ານກໍເຫັນດີ ເຊັນໃຫ້ເຂົາ, ບ້ານກະຮ່ວມຫົວກັບເມືອງ ກັບແຂວງ ກໍຈັດການໂລດ ແບບວ່າບໍ່ມີກົດໝາຍ ບໍ່ມີອີ່ສັງແຫລະ ຄືເຂົາເຮັດສູ່ມື້ນີ້.

ທ່ານເວົ້າຕື່ມວ່າ ອັນວ່າເພິ່ນປັບປຸງກົດໝາຍ ເພິ່ນກະປັບປຸງຫັ້ນແຫລະ ແຕ່ວ່າໃນພາກປະຕິບັດແທ້ ເຂົາກະອາດມີວິທີ ຫລີກຫັ້ນແຫລະ ເຂົາແນະນຳກັນເຮັດແນວນັ້ນ ເຮັດແນວນີ້. ກົດໝາຍອອກມາແນວນີ້ ແຕ່ຜູ້ນຳໃຊ້ກົດໝາຍນັ້ນ ມັນ ສວຍໂອກາດ ຜີກອອກຈາກກົດໝາຍ. ຢູ່ທາງເທິງ ຢູ່ສະພາ ຢູ່ສັງກະສິແມ່ນຢູ່ດອກ ກະເຫັນດີນຳເພິ່ນຢູ່ ແຕ່ອັນທີ່ຕົກລົງກັນຢູ່ສະພາ ແຕ່ບາດນຳມາປະຕິບັດ ສິເຮັດແບບໃດ ສິຫລີກກົດໝາຍນັ້ນຊ່ຳໃດ ກໍເປັນອີກເຣຶ່ອງນຶ່ງ. ບັນຫາທີ່ດິນມັນເກີດຂຶ້ນມາ ກໍເພາະມັນບໍ່ ປະຕິບັດຕາມກົດໝາຍ.

ແລະເມື່ອເວົ້າເຖິງການກວດກາ ແລະຄນະກວດກາພັກຣັຖ ທີ່ກ່ຽວຂ້ອງກັບເຣຶ່ອງທີ່ວ່ານີ້ ທ່ານເວົ້າວ່າ:

"ມັນກະມີຢູ່ດອກ ດຽວນີ້ເອີກວດກາ ພັກ-ຣັຖ ອັນດຽວນີ້ກວດກາ ພັກ-ຣັຖ ຫັ້ນ ບ່ອນເອົາເງິນຄັກ ເອົາເງິນຍື່ນໃຫ້ ເອີຂ່າວກວດກາສິມາເດີ, ມາກະບໍ່ຢ້ານດອກ."

ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງບັນຫາ ໃບຕາດິນຊ້ຳຊ້ອນ ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ກໍໄດ້ເວົ້າ ຕໍ່ກອງປະຊຸມ ເທື່ອທີ 7 ຂອງ ສະພາແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 10 ມິຖຸນາວ່າ ທາງກະຊວງ ໄດ້ປະສານສົມທົບກັບສານ ແລະອົງການອັຍການ ປະຊາຊົນສູງສຸດ, ກັບທະນາຄານແຫ່ງ ສປປລາວ ແລະຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງ ກວດກາຄືນກໍຣະນີ ໃບຕາດິນຊໍ້າຊ້ອນ ຊຶ່ງໃນນັ້ນ ຮວມທັງກໍຣະນີ ທີ່ເກີດຂຶ້ນຢູ່ ແຂວງສະຫວັນນະເຂດ 44 ກໍຣະນີ, ນະຄອນຫຼວງວຽງຈັນ 17 ກໍຣະນີ, ຈໍາປາສັກ 15 ກໍຣະນີ ແລະ ແຂວງໄຊຍະບູລີ 10 ກໍຣະນີ.

ພ້ອມກັນນັ້ນທ່ານກໍເວົ້າເຖິງຫລາຍສາເຫດ ທີ່ເຮັດໃຫ້ເກີດມີ ໃບຕາດິນຊ້ຳຊ້ອນ ຮວມທັງກໍຣະນີ ເຈົ້າຂອງສິດນໍາໃຊ້ ທີ່ດິນເອົາ ໃບຕາດິນໄປຄໍ້າປະກັນ ເພື່ອກູ້ຢືມເງິນນໍາບຸກຄົນ ໂດຍບໍ່ຜ່ານການຈົດທະບຽນທີ່ດິນ; ເອົາໃບແຈ້ງເສັຽພາສີ ທີ່ດິນ ໄປຄໍ້າ ປະກັນການກູ້ຢືມນໍາ ທະນາຄານ ແລະ ເອົາແຜນທີ່ດິນ ໄປຄໍ້າປະກັນ ນໍາທະນາຄານ ຫລືຂາຍໃຫ້ຄົນອື່ນ ກໍເຮັດໃຫ້ໃບແຈ້ງເສັຽພາສີທີ່ດິນ ແລະແຜນທີ່ດິນ ຊໍ້າຊ້ອນ.

ນອກຈາກນັ້ນ ກໍຍັງມີຜູ້ທີ່ໄດ້ຮັບສິດນໍາໃຊ້ ທີ່ດິນຣັຖ ເອົາໃບຕາດິນຣັຖ ໄປຄໍ້າປະກັນ ນໍາທະນາຄານນຶ່ງ ແລະຫລັງຈາກຫັນໃບຕາດິນຣັຖ ເປັນໃບຕາດິນບຸກຄົນແລ້ວ ກໍເອົາໃບຕາດິນນັ້ນໄປ ຄໍ້າປະກັນນໍາທະນາຄານ ອື່ນອີກ.

ແລະຢູ່ໃນບົດຣາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັທນາເສຖກິດ-ສັງຄົມ ແຫ່ງຊາດ ແລະແຜນງົບປະມານແຫ່ງຣັຖ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະທິດທາງແຜນ ການໃນ 6 ເດືອນທ້າຍປີ 2019 ຕໍ່ກອງປະຊຸມ ເທື່ອທີ 7 ຂອງສະພາແຫ່ງຊາດ ໃນມື້ວັນທີ 5 ມິຖຸນານີ້ວ່າ:

"ການແກ້ໄຂບັນຫາທີ່ດິນ ກໍ ດໍາເນີນໄປດ້ວຍຄວາມຄືບໜ້າດີ ໂດຍໄດ້ປັບປຸງຮ່າງແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ, ກະກຽມການຈັດສັນທີ່ດິນຢູ່ 5 ແຂວງ ເປົ້າໝາຍຄື: ແຂວງຫລວງນໍ້າທາ, ບໍ່ແກ້ວ, ບໍລິຄໍາໄຊ, ເຊກອງ ແລະ ອັດຕະປື."

ພ້ອມກັນນັ້ນທ່ານກໍເວົ້າວ່າ ໄດ້ສໍາເຣັດການພັທນາ ແລະຄຸ້ມຄອງທີ່ດິນ ໃຫ້ທັນສະໄໝ ສາມາດຕິດຕາມ ກວດກາຂໍ້ມູນກ່ຽວກັບການເຊົ່າ ແລະສໍາປະທານທີ່ດິນ ໃນທົ່ວປະເທດ ແລະທັງວ່າ:

".ໄດ້ແຕ່ງຕັ້ງຄນະກວດກາ 438 ໂຄງການ ທີ່ເຊົ່າ-ສໍາປະທານ ທີ່ດິນ ເພື່ອຈໍາກັດ ແລະແກ້ໄຂໂຄງການ ທີ່ບໍ່ມີຄວາມຄືບໜ້າ, ຈັບຈ່ອງເນື້ອທີ່ດິນ ຖ່ວງດຶງເວລາ, ບໍ່ປະຕິບັດພັນທະ, ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະບໍ່ດຳເນີນການ ຕາມສັນຍາ."

ຊຶ່ງ ຍານາງ ບົວວັນ ທຳມະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກ່າວໃນກອງປະຊຸມສະພາ ແຫ່ງຊາດ ນັ້ນວ່າ ບັນຫາທີ່ດິນ ຍັງບໍ່ທັນໄດ້ຮັບການແກ້ໄຂ:

"ການໃຫ້ເຊົ່າ ແລະສຳປະທານທີ່ດິນ ພວກເຮົາເຄີຍໄດ້ຍົກມາຢູ່ໃນກອງປະຊຸມ ແຕ່ລະຄັ້ງ ແຕ່ວ່າມາຮອດປັດຈຸບັນນີ້ນະ ກໍຍັງບໍ່ທັນໄດ້ຮັບ ການແກ້ໄຂ ບໍຣິສັດທີ່ວ່າ ເຊົ່າ-ສຳປະທານ ທີ່ດິນຫັ້ນມາຫລາຍປີແລ້ວ ແຕ່ບໍ່ໄດ້ມີການພັທນາອີ່ຫຍັງ ປະຊາຊົນ ກໍສເນີວ່າ ຖ້າວ່າບໍ່ມີການພັທນາ ຂໍໃຫ້ເອົາທີ່ດິນດັ່ງກ່າວ ກັບຄືນໃຫ້ປະຊາຊົນ ເພື່ອທຳການຜລິດ ສິໄດ້ບໍ ຈັ່ງຊັ້ນຂໍ້ນີ້ສເນີ ໃຫ້ຣັຖບານໄດ້ມີການກວດກາ ແລະມີການແກ້ໄຂຂຶ້ນຕື່ມອີກ."

ແຕ່ທ່ານ ທອງລຸນ ກໍເວົ້າວ່າ ໃນຕໍ່ໜ້າ ທຸກການເຊົ່າ ແລະການສໍາປະທານທີ່ດິນ ແມ່ນໃຫ້ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ສໍາຣວດວັດແທກ, ອອກແຜນທີ່ດິນຣັຖ ຫັນເອົາເຂົ້າຣະບົບ ທັນສມັຍ ເພື່ອເປັນບ່ອນອີງໃຫ້ ກະຊວງການເງິນ ເກັບຣາຍຮັບ ທັນກັບສະພາບການ.

ເພື່ອຄວາມກະຈ່າງແຈ້ງ ໃນເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ໂທະສັບໄປຫາ ເຈົ້າໜ້າທີ່ກະຊວງຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ທີ່ນະຄອນຫລວງ ວຽງຈັນຫລາຍຄັ້ງ ແຕ່ບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.