ການປູກຢາງພາຣາທີ່ ໄຮ້ໝາກ ໄຮ້ຜົນ
2017.12.05
ສຳນັກຂ່າວ Vietnam News ໄດ້ຣາຍງານໃນວັນທີ 30 ພຶສຈິກາ ວ່າຣັຖບານລາວ ໄດ້ໃຫ້ສຳປະທານທີ່ດິນປູກຢາງພາຣາ 500 ເຮັກຕາ ແກ່ບໍຣິສັດປູກຢາງພາຣາ ຂອງວຽດນາມ ເປັນເວລາ 30 ປີ ຢູ່ເມືອງສະໝ້ວຍ ແຂວງ ສາລະວັນ.
ພິທີເຊັນສັນຍາ ການໃຫ້ສຳປະທານປູກຢາງພາຣາ ໄດ້ມີຂຶ້ນໃນວັນທີ 29 ພຶສຈິກາ ລະຫວ່າງ ກະຊວງແຜນການ ແລະການລົງທຶນ ກັບ ບໍຣິສັດວຽດນາມ ທີ່ຊື່ວ່າ ກາວຊູ ກວາງຈີ ຈຳກັດ ຢູ່ນະຄອນຫລວງວຽງຈັນ, ແລະມູນຄ່າການລົງທຶນ ປະມານ 10 ລ້ານ ໂດລາ.
ນີ້ຖືວ່າເປັນຄັ້ງທຳອິດ ທີ່ຣັຖບານລາວໄດ້ໃຫ້ສຳປະທານທີ່ດິນ ແກ່ນັກລົງທຶນຕ່າງປະເທດ ປູກຢາງພາຣາ ຫຼັງຈາກທີ່ຣັຖບານ ໄດ້ໂຈະການ ໃຫ້ສຳປະທານ ປູກຢາງພາຣາ ນັບແຕ່ເດືອນມິຖຸນາ ປີ 2012. ໃນເວລາດຽວກັນ ນັກວິຊາການລາວ ກໍເຫັນວ່າ ນະໂຍບາຍການໃຫ້ ສຳປະທານທີ່ດິນ ປູກຢາງພາຣາ ຍັງບໍ່ມີຄວາມແນ່ນອນ. ນັກວິຊາການປ່າໄມ້ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 4 ທັນວາ ວ່າ:
"ຄັນວ່າທັສນະ ຄັນຊິເວົ້າມັນກະ ນະໂຍບາຍບ້ານເຮົາມັນກະ ບໍ່ແນ່ນອນຫັ້ນແຫລະ ຄັນຊິເວົ້າພາສາບ້ານເຮົາ ກັບໄປກັບມາໝ້ອງເກົ່າ ທາງເທື່ອກະຢຸດໄປແລ້ວ ຍັງໃຫ້ອີກກະມີຫັ້ນນ່າ ຄັນຊິເວົ້າລະ ນະໂຍບາຍມັນປິ້ນໄປຫລາຍ ປິ້ນໄດ້ຫລາຍໂພດ ບ້ານເຮົານີ້ນະ."
ກ່ຽວກັບການໃຫ້ສຳປະທານຄັ້ງນີ້, ສຳນັກຂ່າວ Vietnam News ກໍຣາຍງານຕື່ມອີກວ່າ ໂຄງການສຳປະທານຈະສາມາດສ້າງວຽກເຮັດ ງານທຳ ໃຫ້ແກ່ຄົນລາວ ໄດ້ເຖິງ 600 ຕຳແໜ່ງງານ. ເຖິງຢ່າງໃດກໍຕາມ, ເຈົ້າຂອງໂຄງການ ທີ່ເປັນຄົນວຽດນາມ ສ່ວນຫລາຍຈະເອົາ ກັມມະກອນ ວຽດນາມເຂົ້າມາເຮັດວຽກ ຄວນທີ່ຈະຈ້າງກັມມະກອນລາວ ຢູ່ໃນທ້ອງຖິ່ນ. ດັ່ງນັກວິຊາການປ່າໄມ້ ທ່ານນີ້ ກ່າວຕື່ມອີກວ່າ:
"ເຫັນຫລາຍໆບ່ອນ ຄັນແມ່ນບ່ອນໃຫຍ່ໆ ນີ້ຫລະແມ່ນຄົນເພິ່ນມາໂລດໃດ ຄົນວຽດໂລດແຫລະ ຄັນແມ່ນບ່ອນໃຫຍ່ໆ ຄັນແມ່ນຂອງຫວຽດ ຫັ້ນນະ ຄັນແມ່ນບ່ອນນ້ອຍໆ ກະແມ່ນຂອງຄົນລາວເຮົາເອງ ແຕ່ວ່າ ບ່ອນໃຫຍ່ໆ ທີ່ມີສຳປະທານເຂົາເອົາ ຄົນຫວຽດມາ."
ຕົວຢ່າງ: ບໍຣິສັດປູກຢາງພາຣາຂອງວຽດນາມ ຢູ່ແຂວງອັດຕະປື ແລະ ແຂວງຈຳປາສັກ ພາກໃຕ້ຂອງປະເທດລາວ ໄດ້ນຳເອົາກັມມະກອນ ວຽດນາມ ເຂົ້າມາເຮັດວຽກເລີຍ ແທນທີ່ຈະຈ້າງ ກັມມະກອນລາວ. ແລະ ນອກຈາກນີ້ ປະຊາຊົນທ້ອງຖິ່ນ ກໍໄດ້ຮັບຜົນປະໂຫຍດ ພຽງແຕ່ ຖືກຮັບເອົາເປັນກັມະກອນ ກີດຢາງ ໂດຍການຮັບຈ້າງຣາຍວັນ ເທົ່ານັ້ນ. ດັ່ງຊາວບ້ານ ຢູ່ແຂວງສາລະວັນ ທ່ານນຶ່ງ ກ່າວຕໍ່ເອເຊັຍເສຣີ ວ່າ:
"ປະຊາຊົນແມ່ນບໍ່ໄດ້ຮັບຜົນປະໂຫຍດ ຖ້າໄດ້ຮັບ ກໍໄດ້ຮັບໜ້ອຍ ເວົ້າງ່າຍໆວ່າ ຈະໄດ້ຈາກການໄປຫາຮັບຈ້າງ ຮັບຈ້າງພວກຫວຽດ ຮັບຈ້າງ ໝາຍຄວາມວ່າ ຖ້າເຮົາເຮັດ ເຮົາເຮັດໄດ້ ເຮົາກະໄດ້ເງິນ ຖ້າເຮົາເຮັດບໍ່ໄດ້ ເຮົາກະບໍ່ໄດ້ເງິນ."
ແຕ່ ການປູກຢາງພາຣາ ທີ່ຜ່ານມາ ໄດ້ສ້າງຜົນກະທົບ ຕໍ່ປະຊາຊົນເປັນຈຳນວນຫລາຍ ຍ້ອນວ່າ ການໃຫ້ສໍາປະທານ ໄປກວມເອົາ ເນື້ອທີ່ດິນ ກະສິກັມຂອງປະຊາຊົນ ແລະ ການສຳປະທານ ບໍ່ເປັນໄປຕາມລະບຽບຫລັກການ ທີ່ກຳນົດໄວ້. ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ ນັກລົງທຶນຕ່າງປະເທດ ເຂົ້າມາເອົາທີ່ດິນ ຂອງປະຊາຊົນປູກຢາງພາຣາ ດ້ວຍການບຸກເບີກເອົາທີ່ດິນ ປະຊາຊົນກ່ອນ ແລ້ວຈຶ່ງຂໍອະນຸຍາດ ຕາມພາຍຫລັງ, ດ້ວຍການໃຊ້ອຳນາດ ຂອງເຈົ້າໜ້າທີ່ທ້ອງຖິ່ນ ບໍ່ວ່າຈະເປັນ ເຈົ້າເມືອງ ແລະ ເຈົ້າແຂວງ, ແລະ ດ້ວຍການຕົວະຍົວະ ປະຊາຊົນວ່າ ປະຊາຊົນ ຈະຮັ່ງມີ ມີຢູ່ມີກິນ.
ການປູກຢາງພາຣາ ເລີ້ມເຂົ້າມາໃນປະເທດລາວນັບແຕ່ປີ 1994 ເປັນຕົ້ນມາ ຢູ່ແຂວງຫລວງນ້ຳທາ ພາກເໜືອ ຂອງປະເທດລາວ ຫລັງຈາກນັ້ນ ກໍເລີ້ມຂະຫຍາຍ ໄປຫລາຍແຂວງ ແລະ ມາເຖິງປັດຈຸບັນ ທາງການລາວ ໄດ້ໃຫ້ສຳປະທານເນື້ອທີ່ດິນ ປູກຢາງພາຣາ ແກ່ນັກລົງທຶນ ຕ່າງປະເທດ ທັງໝົດ ປະມານ 3 ແສນເຮັກຕາ. ອີງຕາມຂໍ້ມູນຈາກ ກະຊວງຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ຣາຄາຢາງພາລາໃນປີນີ້ ຖ້າທຽບໃສ່ ປີກ່ອນໆ ແມ່ນຫລຸດລົງຫລາຍ ໃນປີທີ່ຜ່ານມາ ຣາຄາປະມານ 12 ພັນກີບ ຕໍ່ນຶ່ງກິໂລ ແຕ່ໃນປີນີ້ ປະມານ 6 ພັນກີບ ຕໍ່ນຶ່ງກິໂລ ເທົ່ານັ້ນ. ອີງຕາມຂໍ້ມູນຈາກຊາວສວນຢາງພາຣາ ແຂວງ ຫລວງນ້ຳທາ.
ກ່ຽວກັບການປູກຢາງພາຣາ, ສະຖານວິຈັຍກະສິກັມ ແລະປ່າໄມ້ ແຫ່ງຊາດ ຫລື (NAFRI) ໄດ້ເຮັດບົດວິຈັຍກ່ຽວກັບ ການປູກຢ່າງພາຣາ ໂດຍໃຫ້ຫົວຂໍ້ວ່າ ຄິດໃຫ້ດີ ແລ້ວຈຶ່ງປູກ ຊຶ່ງໄດ້ເວົ້າເຖິງ ຜົນໄດ້ແລະຜົນເສັຽ ຂອງການປູກຢາງພາຣາ.
ຜົນໄດ້ຈາກການ ປູກຢາງພາຣາ ແມ່ນ: ອາຍຸຍືນໃຫ້ຜົນຜລິດໄດ້ຫລາຍປີ ບໍ່ຕ່ຳກວ່າ 30 ປີ ແລະ ເປັນພືດເສຖກິດທີ່ຂາຍໄດ້ລາຄາ.
ຜົນເສັຽຈາກການປູກຢາງພາຣາ ແມ່ນ: ໃຊ້ຕົ້ນທຶນໃນການຜລິດສູງ ແລະໃຊ້ເວລາ 7 ປີ ຈຶ່ງສາມາດໃຫ້ຜົນຜລິດໄດ້ ແລະ ລາຄາຢາງ ບໍ່ແນ່ນອນ ຂຶ້ນກັບຕະຫລາດໂລກ ບາງຄັ້ງລາຄາຢາງ ກໍຕົກຕ່ຳ ແລະ ຊາວສວນມີຄວາມສ່ຽງ ທີ່ຈະຂາດທຶນ.
ທີ່ໜ້າສົນໃຈ ກໍຄື ກໍຣະນີໂຕຢ່າງທີ່ເກີດຂຶ້ນ ລ້ວນແຕ່ແມ່ນປະຊາຊົນ ໄດ້ຮັບຄວາມອັບປະໂຫຍດ ຈາກການໃຫ້ສຳປະທານ ປູກຢາງພາຣາ.
ຕົວຢ່າງ: ປະຊາຊົນຢູ່ເມືອງພູວົງ ແຂວງອັດຕະປື, ປະຊາຊົນຢູ່ເມືອງທ່າແຕງ ແຂວງເຊກອງ ແລະ ປະຊາຊົນເມືອງບາຈຽງ ຈະເລີນສຸກ ແຂວງຈໍາປາສັກ ຕ້ອງເສັຍທີ່ດິນ ທຳກິນຂອງຕົນເອງ ໃຫ້ກັບການສຳປະທານ ປູກຢາງພາຣາ. ແລະ ນອກຈາກນີ້ ປະຊາຊົນທີ່ປູກ ຢາງພາຣາ ຢູ່ແຂວງຫລວງນ້ຳທາ ແລະ ແຂວງເຊກອງ ຍັງປະສົບບັນຫາ ລາຄາຢາງພາຣາຕົກຕໍ່ ຈົນວ່າ ເຈົ້າຂອງສວນຢາງພາຣາ ຕ້ອງຕັດສິນໃຈ ຕັດຕົ້ນຢາງພາຣາ ອອກແລ້ວປູກພືດຊນິດອື່ນ ທົດແທນ.