ຄ່າໃຊ້ຈ່າຍສູງໃນການລົງທຶນ ຢູ່ລາວ

ມະນີຈັນ
2014.07.24
f-default ຄ່າໃຊ້ຈ່າຍສູງໃນການລົງທຶນ ຢູ່ລາວ
RFA

 

ນັກລົງທຶນ ໃນລາວ ປະເຊີນ ກັບ ອຸປສັກ ການຄ້າ ໃນເຣື່ອງ ຄ່າໃຊ້ຈ່າຍ ທີ່ສູງກວ່າ ໃນພາກພື້ນ ແລະ ໃນໂລກ ໂດຍສະເລັ່ຽ ໃນ ການ ສົ່ງອອກ ແລະ ນໍາເຂົ້າ ສິນຄ້າ ແລະ ມີຂັ້ນຕອນ -ຣະບຽບ ການ ຫລາຍເກີນໄປ ໃນການ ເຮັດການຄ້າ ຢູ່ລາວ. ນອກຈາກ ນັ້ນແລ້ວ ຕ່ອງໂສ້ ການຄ້າ ກໍປະເຊີນ ກັບ ຄ່າໃຊ້ຈ່າຍ ຢ່າງຫລີກລ່ຽງ ບໍ່ໄດ້ ໃນການ ຂົນສົ່ງສູງ ຫລາຍ ແລະ ການ ຄົມນາຄົມ ເຊື່ອມຕໍ່ ກໍຫຍູ້ງ ຍາກ ຍ້ອນບໍ່ຕິດ ກັບ ທະເລ.

ສະພາບທີ່ ກ່າວມານັ້ນ ເຮັດໃຫ້ລາວ ໄດ້ຮັບ ຄະແນນ 20 ຈຸດ 4 ສ່ວນຮ້ອຍ ສໍາລັບ ຂັ້ນຕອນ ການຄ້າ ແລະ ຄວາມສ່ຽງ ດ້ານການ ຄຸ້ມຄອງ ບໍຣິຫານ Trade Procedures and Governance Risk ຖືວ່າ ຕົກຢູ່ ອັນດັບ 5 ນັບ ຈາກ ລຸ່ມຂຶ້ນເມືອ. ຫາກທຽບໃສ່ ພາກພື້ນ ເອເຊັຽ ກໍແມ່ນຫລ້າ ຫລັງກວ່າ ກັມພູຊາ ແຕ່ໄປກ່ອນ ເນປານ ອັຟການິສຖານ ແລະ ພູຖານ. ຫາກທຽບ ຣະດັບໂລກ ລາວ ແມ່ນຢູ່ ທີ 149 ໃນຈໍານວນ ທັງໝົດ 170 ປະເທດ.

ການເພິ່ງພາ ບັນດາ ປະເທດ ເພື່ອນບ້ານ ເຣື່ອງນໍ້າມັນ ເຊື້ອເພີງ ເຮັດໃຫ້ລາວ ສ່ຽງຕໍ່ການ ຂາດເຂີນ ແລະ ຣາຄາ ນໍ້າມັນ ກໍຂຶ້ນສູງ ແບບ ບໍ່ໜ້າເຊື່ອ ເຖິງແມ່ນວ່າ ລາວ ຈະຜລິດ ໄຟຟ້າ ຂາຍໃຫ້ ຕ່າງປະເທດ ແຕ່ກໍຍັງ ໄດ້ ຊື້ໄຟຟ້າ ຈາກປະເທດ ເພື່ອນບ້ານ ເຂົ້າ ມາຫລາຍ ຢູ່ ເຖິງຈະ ພຍາຍາມ ສົ່ງເສີມ ພລັງງານ ກຸ້ມຕົນເອງ ຢູ່ກໍຕາມ.

ນັກລົງທຶນ ມີກໍາໄຣ ຈາກຣາຄາ ໄຟຟ້າ ທີ່ ຂາຍຕໍ່າກວ່າ ຣາຄາ ປານກາງ ຂນະທີ່ ຍັງເພິ່ງພາ ການຊ່ວຍເຫລືອ ຈາກ ຕ່າງ ປະເທດ ຫລາຍ, ເຮັດໃຫ້ ການດຶງດູດ ນັກລົງທຶນ ທີ່ຊອກຫາ ຕລາດໃຫຍ່ ແລະ ເຕີບໂຕ ນັ້ນ ໄດ້ໜ້ອຍລົງ. ຜົລປາກົດ ຄື ລາວ ໄດ້ ຄະແນນ 53 ຈຸດ 2 ສ່ວນຮ້ອຍ ແລະ ກໍຕົກຢູ່ ອັນດັບ ທີ 16  ຫລຸດຈາກ ວຽດນາມ ທີ່ ຢູ່ອັນດັບ ທີ 2, ໄທ ທີ 4 ແລະ ພະມ່າ ທີ 12. ແຕ່ກໍດີ ກວ່າ ກັມພູຊາ ທີ່ຢູ່ອັນດັບ ທີ 19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.