ນັກລົງທຶນບໍ່ເຕັນແດນຄຳ ເພີ້ມຂຶ້ນ

ສິດນີ
2015.09.25
F-Boten ເຂດເສຖກິຈ ພິເສດ ບໍ່ເຕັນ ປິດ ການພະນັນ ແລະເລັງໃສ່ ການຄ້າ ການທ່ອງທ່ຽວ
Wikitravel

ເຈົ້າຫນ້າທີ່ ແຂວງ ຫຼວງນ້ຳທາ ກ່າວວ່າ ປັດຈຸບັນ ການລົງທຶນ ຂອງຈີນ ໃນເຂດ ເສຖກິດ ພິເສດ ບໍ່ເຕັນ ແດນຄຳ, ເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ ໂດຍສະເພາະ ທຸຣະກິດ ປະເພດ ບໍຣິການ ນັກ ທ່ອງທ່ຽວ. ດັ່ງ ຮ້ານ ບັນເທີງ ໂຮງແຮມ ບ້ານພັກ ຍ້ອນມີ ນັກທ່ອງທ່ຽວ ຊາວຈີນ ເຂົ້າມາທ່ຽວ ຢ່າງ ຫຼວງຫຼາຍ. ດັ່ງ ທ່ານ ກ່າວວ່າ:

"ດຽວນີ້ຫັ້ນ ໂຄງຮ່າງ ພື້ນຖານ ມັນມີຫຼາຍ ເຂົາເຮັດ ໂຮງແຮມ ບໍ, ບ້ານພັກ ມີ ປະມານ 1 ພັນ ຫ້ອງ, ມີຢູ່ແລ້ວ ດຽວນີ້ໜະ, ເພີ່ນ ກະມີບ່ອນ ສະແດງ ກາບາເຣ ສະແດງ ທຸກຄືນ ຢູ່ເດ. ເຂົາເຮັດ 4 ເຂດ ຄ່ອຍໆ ອອກມາ ພັທນາ ຕາມ ແມ່ບົດ, ທີ່ເຮັດກັບ ຣັຖບານ ຫັ້ນແຫລະ".

ທ່ານ ກ່າວ ຕື່ມວ່າ ວ່າງຫລັງໆ ມານີ້ ກໍມີ ນັກລົງທຶນ ຈີນ ອີກ ກຸ່ມນີ້ ເຂົ້າມາ ລົງທຶນ ສ້າງ ສະຖານີ ຣົດ ຂົນສົ່ງ ເພື່ອ ເປີດ ບໍຣິການ ຣົດ ໂດຍສານ ຣະຫວ່າງ ລາວ-ຈີນ ເພື່ອ ຮອງຮັບ ນັກ ທ່ອງທ່ຽວ ຊາວຈີນ ໂດຍສະເພາະ. ການທີ່ ນັກລົງທຶນ ຈີນ ເຂົ້າມາ ລົງທຶນ ໃນເຂດ ດັ່ງກ່າວ ຫຼາຍຂື້ນ ນັ້ນ ກໍຍ້ອນວ່າ ເຂດ ເສຖກິດ ພິເສດ ແຫ່ງນີ້ ຍັງຢູ່ໃນ ຊ່ວງການ ຍົກເວັ້ນ ພາສີ ຈາກ ຣັຖບານ ລາວ ຢູ່.

ທ່ານ ກ່າວວ່າ ຍັງມີ ນັກລົງທຶນ ຈາກໄທ ແລະ ຈາກ ຫຼາຍປະເທດ ໃນ ອາຊຽນ, ແລະ ມາຈາກ ປະເທດ ອາຟຣີກາ ກໍເຂົ້າມາ ລົງທຶນ ໃນເຂດນີ້ ເຊັ່ນກັນ, ກຸ່ມຜູ້ ບໍຣິຫານ ຈັດການ ເຂດ ດັ່ງກ່າວ ຍັງຕ້ອງການ ນັກລົງທຶນ ຫຼາຍຢູ່ ຍ້ອນຍັງມີ ບ່ອນ ໃຫ້ເຊົ່າ.

ນັບຕັ້ງແຕ່ ເຂດ ເສຖກິດ ພິເສດ ບໍ່ເຕັນ ແດນຄຳ ໄດ້ປ່ຽນ ໂສມຫນ້າ ໃຫມ່ ຈາກ ບ່ອນຫລີ້ນ ກາຊີໂນ ມາເປັນ ແຫລ່ງ ທ່ອງທ່ຽວ, ຖືວ່າ ມີຄວາມ ເປັນຣະບຽບ ຫຼາຍຂື້ນ ທາງການ ລາວ ເວົ້າວ່າ ຈະບໍ່ ອະນຸຍາດ ໃຫ້ເປີດ ບ່ອນຫລີ້ນ ກາຊີໂນ ຄືນອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.