ການລົງທຶນດ້ານກະເສດໃນ ລາວ
2014.07.07

ສປປລາວ ເປັນ ປະເທດນ້ອຍ ບໍ່ມີທາງ ອອກສູ່ ທະເລ ແລະ ເປັນ ປະເທດ ທີ່ທຸກຍາກ ປະເທດນຶ່ງ ໃນຂົງເຂດ ແຕ່ ໃນຣະຍະ ຜ່ານມາ ໄດ້ກາຍເປັນ ຈຸດສົນໃຈ ຂອງ ນັກ ລົງທຶນ ຕ່າງປະເທດ ທາງດ້ານ ການກະເສດ ໂດຍສະເພາະ ປະເທດ ຕາເວັນອອກ ກາງ ຍ້ອນມີ ພຶ້ນທີ່ ອຸດົມ ສົມບູນ ໃນການ ປູກພືດ ຊນິດຕ່າງໆ ເພື່ອສ້າງ ຄວາມ ໝັ້ນຄົງ ທາງດ້ານ ອາຫານ ໃຫ້ຕົນເອງ.
ສປປລາວ ຍັງເປັນ ປະເທດ ກະສິກັມ ໂດຍພື້ນຖານ ຢູ່ ຊຶ່ງມີ 33 ສ່ວນຮ້ອຍ ຂອງ ຍອດຜົລ ຜລິດຮ່ວມ ຂອງ ປະເທດ ໄດ້ມາຈາກ ການກະເສດ ແຕ່ ເຖິງຢ່າງໃດ ກໍດີ ການ ກະສິກັມ ໃນລາວ ສ່ວນໃຫຍ່ ແມ່ນ ຜລິດເພື່ອ ອຸປໂພກ ພາຍໃນ ປະເທດ ຫລາຍກວ່າ ຍັງຂາດ ອຸດສາຫະກັມ ດ້ານການ ກະເສດ ແລະ ມີການ ຄາດຄະເນວ່າ ເຄີ່ງນຶ່ງ ຂອງພຶ້ນທີ່ ໃນລາວ ຍັງເປັນປ່າໄມ້ ແລະ ພຶ້ນທີ່ ທີ່ເຫມາະສົມ ທາງດ້ານ ການກະເສດ ເພື່ອປູກພືດ ຊນິດ ຕ່າງໆ.
ອິງຕາມ ສິຖີຕິ ຂອງ ທາງການລາວ ຣະຫວ່າງ ປີ 2005 ຫາປີ 2011 ພຶ້ນທີ່ ໃນລາວ ຖືກໃຫ້ ສຳປະທານ ໃນການ ປູກຕົ້ນໄມ້ ເສຖກິດ ໃນມູນຄ່າ ປະມານ 1 ຕື້ ຫາ 1 ຕື້ 7 ຮ້ອຍລ້ານ ໂດລາ ແຕ່ນັກ ຊ່ຽວຊານ ຈາກ ທະນາຄານ ພັທນາ ເອເຊັຽ ເຊື່ອວ່າ ສປປລາວ ຍັງມີ ໂອກາດ ການເຕີບໂຕ ທາງດ້ານ ການກະເສດ ຫລາຍຢູ່ ຍ້ອນຍັງມີ ພຶ້ນທີ່ ສຳລັບ ການກະສິກັມ ຢ່າງ ຫລວງຫລາຍ ສຳລັບ ນັກລົງທຶນ ຕ່າງຊາດ.