ຄົນວ່າງງານຍັງບໍ່ໄດ້ ຮັບເງິນ ອຸດໜຸນ
2020.05.14
ຄົນງານລາວທີ່ມີສິດ ຕາມຣະບົບ ປະກັນສັງຄົມ ຍັງບໍ່ໄດ້ຮັບເງິນອຸດໜຸນ ໃນໄລຍະວ່າງງານ ເນື່ອງຈາກ ໄດ້ຮັບຜົລກະທົບ ຈາກການແຜ່ ຣະບາດຂອງພຍາດໂຄວິດ-19 ເທື່ອ ເບື້ອງຕົ້ນ ຕາມນະໂຍບາຍຂອງ ທາງການ ຈະໃຫ້ເງິນດັ່ງກ່າວ ແກ່ຜູ້ທີ່ມີສິດປະກັນຕົນ ຄົນລະ 5 ແສນກີບ ແຕ່ມາຮອດປັດຈຸບັນ ຍັງບໍ່ມີຂ່າວຄາວໃດໆ ອອກມາເລີຍ, ອີງຕາມຄໍາເວົ້າ ຂອງຊາວລາວ ທີ່ມີປະກັນສັງຄົມ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ພຶສພາ ນີ້:
“ຍັງບໍ່ໄດ້ຮັບ ລໍຖ້າຢູ່ ກະຖືວ່າຊ້າແຫຼະ ບໍ່ໄດ້ຍິນຂ່າວຫຍັງເລີຍ ປະກັນສັງຄົມ ກໍບໍ່ເຫັນວ່າຈະປະກາດ ຊົດເຊີຍຈັ່ງໃດເທື່ອ ບໍ່ເຫັນມີການ ຖແລງຂ່າວບໍ່ມີການແຈ້ງການຫຍັງເລີຍ ເຣື່ອງເດືອດຮ້ອນກະເດືອດ ຮ້ອນຊ່ວງວ່າງງານ 1 ເດືອນ 2 ເດືອນ ເຮົາບໍ່ມີຣາຍໄດ້ ບໍ່ໄດ້ຍິນ ຂ່າວຫຍັງເລີຍ ທີ່ເຂົາເຈົ້າຈະແຈ້ງມາ.”
ໃນຂນະທີ່ຊາວລາວ ທີ່ມີສິດຕາມຣະບົບປະກັນສັງຄົມ ອີກຜູ່ນຶ່ງກ່າວວ່າ ກໍຢາກໃຫ້ຣັຖບານ ມີການຊ່ອຍເຫຼືອ ແຈກເຂົ້າສານອາຫານແຫ້ງ ໃຫ້ປະຊາຊົນທີ່ໄດ້ຮັບ ຄວາມເດືອດຮ້ອນ ເພາະຫຼາຍຄົນກໍຍັງບໍ່ທັນໄດ້ ເຮັດວຽກ ຕົນລະຄົນອື່ນໆ ທີ່ວ່າງງານ ກໍຍັງລໍຖ້າເງິນອຸດໜຸນນັ້ນຢູ່ ທຸກມື້ແຕ່ກໍບໍ່ມີວີ່ແວວ ວ່າຈະໄດ້ຮັບແທ້ ຫຼືບໍ່:
“ບໍ່ມີເລີຍເດ້ ບໍ່ໄດ້ຕີ້ ເຮົາກະຍັງບໍ່ເຫັນວີ່ແວວຫຍັງເລີຍ ເພິ່ນກະຊິວ່າ ຊ່ອຍຫຍ້ງ ບໍ່ເຫັນເທື່ອ ຄັນບໍ່ມີກະອົດຫັ່ນແຫຼະ ກະຈັ່ງແຫຼະ ກະບໍ່ມີ ວຽກເຮັດ.”
ກ່ຽວກັບເຣື້ອງດັ່ງກ່່າວນີ້ ເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງກ່າວວ່າ ປັດຈຸບັນຂັ້ນເທິງກໍາລັງປະຊຸມກັນ ແລະ ຕ້ອງລໍຖ້າແຈ້ງການອອກມາກ່ອນ, ດັ່ງທ່ານກ່າວວ່າ:
“ເພິ່ນກໍາລັງປະຊຸມກັນຢູ່ ກໍຣະນີຜູ້ທີ່ມີຜົລກະທົບ ຕໍ່ການແຜ່ຣະບາດນີ້ນາ ເພາະວ່າມັນຍັງຍາກຫຼາຍອັນ ເພິ່ນຊິຍົກເລີກເງື່ອນໄຂ ຫຼາຍໆ ອັນນ່າຊິມີ ຜົລກະທົບກ່ຽວກັບ ເງິນກອງທຶນເພິ່ນ ເພິ່ນຕ້ອງຂໍທິດຊີ້ນໍາ ຈາກຂັ້ນເທິງກ່ອນ ຖ້າຂັ້ນເທິງອະນຸມັດແລ້ວ ເພິ່ນຈະອອກແຈ້ງ ການໂຕນີ້.”
ທາງດ້ານເຈົ້າໜ້າທີ່ ກົມປະກັນສັງຄົມ ທ່ານນຶ່ງກ່າວວ່າ ຂັ້ນເທິງກໍາລັງຫາລື ປະຊຸມກັນຢູ່ ສໍາລັບຜູ້ທີ່ມີສິດຕາມຣະບົບ ປະກັນສັງຄົມ ຖ້າຫາກ ຂັ້ນເທິງອະນຸມັດ ແມ່ນຈະໄດ້ຮັບ 2 ເດືອນ ຄືເດືອນພຶສພາ ແລະ ມິຖຸນາ:
“ມີສອງເດືອນ ເດືອນ 5 ກັບເດືອນ 6 ຄືກັນກັບວ່າງງານ ຫັ່ນແຫຼະ 60% ຂອງເງິນເດືອນປະກັນຕົນ ແຕ່ວ່າຍັງບໍ່ມີແຈ້ງການອອກມາ ໃຫ້ບໍ່ໄດ້ ຈົນກວ່າເພິ່ນຈະມີແຈ້ງການອອກມາ ຢ່າງເປັນທາງການ.”
ຢ່າງໃດກໍຕາມ ກະຊວງແຮງງານ ແລະ ສວັດດີການສັງຄົມ ຍັງຢູ່ຣະຫວ່າງ ການປະຊຸມປຶກສາຫາລືກັນ ແລະ ລໍຖ້າທິດຊີ້ນໍາຈາກນາຍົກ ຣັຖມົນຕຣີ ວ່າຈະຊ່ອຍເຫຼືອຊາວລາວ ຜູ່ທີ່ຢູ່ໃນຣະບົບ ປະກັນສັງຄົມ ແລະ ບໍ່ມີປະກັນສັງຄົມ ໃນໄລຍະການແຜ່ຣະບາດ ຂອງພຍາດ ໂຄວິດ-19 ນີ້ແນວໃດ ຕ້ອງລໍຖ້າແຈ້ງການ ອອກມາຢ່າງເປັນທາງການກ່ອນ.