ກຸ່ມຕົກງານຮຽກຮ້ອງໃຫ້ ຊ່ອຍເຫຼືອ
2020.04.28
ຜູ້ປະກັນຕົນຫລາຍ 10 ພັນຄົນ ທີ່ໄດ້ຈ່າຍເງິນເຂົ້າຣະບົບ ປະກັນສັງຄົມ ແລະ ໄດ້ຢຸດພັກວຽກມາໄດ້ 1 ເດືອນແລ້ວ, ຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງ ເລັ່ງຊ່ອຍເຫຼືອພວກຕົນ ຕາມສິທຂອງສະມາຊິກ ປະກັນ ສັງຄົມ ໃນເວລາຫວ່າງງານ. ປັດຈຸບັນ ພວກຕົນບໍ່ມີຣາຍຮັບ ແລະ ພວມເດືອດຮ້ອນໜັກ ພາຍຫຼັງທີ່ບໍຣິສັດ ແລະ ໂຮງງານຫຼາຍແຫ່ງ ປິດຊົ່ວຄາວ ຕາມມາຕການປ້ອງກັນ ການແຜ່ຣະບາດຂອງເຊື້ອໄວຣັສ ໂຄວິດ-19.
ພະນັກງານໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ເມສາ ນີ້ວ່າ ຍານາງ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເຫັນໃຈ ແລະ ເລັ່ງຊ່ອຍເຫຼືອ ຜູ້ທີ່ໄດ້ ສົມທົບເງິນເຂົ້າປະກັນສັງຄົມ ໃນແຕ່ລະເດືອນ ແລະມີສິທໄດ້ຮັບເງິນ ປະກັນຕົນ ເວລາຫວ່າງງານ ເພາະຫຼາຍຄົນ ທີ່ບໍ່ໄດ້ເຮັດວຽກ ເປັນເວລາ 1 ເດືອນແລ້ວນັ້ນ, ບໍ່ມີເງິນຊື້ຢູ່ຊື້ກິນ ພາຍໃນຄອບຄົວ.
“1,5% ບໍ? ເພິ່ນເວົ້າຈັ່ງຊີ້ແຫຼະ ລະບໍຣິສັດຂະເຈົ້າຈ່າຍຊ່ອຍເຮົາອີກ, ຫັ້ນນ່າ ເພາະວ່າປະກັນສັງຄົມ ເພິ່ນກະເກັບນຳເຮົາທຸກເດືອນ ທຸກເດືອນ, ຫັ້ນນ່າ. ຖາມເບິ່ງຄົນເຮັດວຽກນຳກັນ ກະຄືວ່າບໍ່ທັນມີຜູ້ໃດໄດ້ ມີແຕ່ວ່າເພິ່ນ ລໍຖ້າເພິ່ນ, ຫັ້ນນ່າ. ມີແຕ່ຮຽກຮ້ອງໃຫ້ເພິ່ນ ເຫັນໃຈເຮົາ ຫັ້ນແຫຼະ ເພາະວ່າເຮົາກະເປັນແນວນີ້ເນາະ ເຮົາພັກວຽກເປັນເດືອນລະ. ເຮົາບໍ່ໄດ້ໄປແບບນີ້ ເຮົາກະບໍ່ມີເງິນຊື້ຢູ່ຊື້ກິນ ຊື້ເຂົ້າຊື້ນ້ຳໃຫ້ລູກ ໃຫ້ເຕົ້າເຮົາກິນ, ຫັ້ນນ່າ.”
ພະນັກງານເອກຊົນ ທ່ານນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ໃນໄລຍະທີ່ເກີດວິກິດໂຄວີດ-19 ນີ້ ຍັງບໍ່ເຫັນຣັຖບານ ປະຕິບັດຈິງ ເປັນຕົ້ນ ຈະ ຫລຸດຄ່ານໍ້າ ຄ່າໄຟ ໃຫ້ປະຊາຊົນ ຄືຍັງບໍ່ເຫັນວ່າຫລຸດ. ສ່ວນເງິນຊ່ອຍ ເຫລືອ ຈາກປະກັນສັງຄົມ ສໍາລັບຜູ້ທີ່ມີສິດຈະໄດ້ ຫລາຍຄົນກໍມີ ຄວາມຫວັງວ່າຈະໄດ້ຢູ່ ເຖິງວ່າຈະເປັນເງິນຈໍານວນ ບໍ່ຫລາຍ ແຕ່ກໍຍັງບໍ່ເຫັນປະຕິບັດໂຕຈິງເທື່ອ:
“ນ້ອຍເນື້ອຕໍ່າໃຈ ໄປແຕ່ລະຄົນຫັ້ນແຫລະເນາະ ຊ່ວງນີ້ມັນກໍວິກິດເນາະ ວຽກກະບໍ່ໄດ້ເຮັດ ຣາຍໄດ້ກະບໍ່ມີ. ຫຼາຍໆຄົນກະຫວັງຢູ່, ຖ້າໄດ້ ກະດີ ບໍ່ເຖິງວ່າຈະເປັນເງິນຫລາຍເນາະ ແຕ່ຢ່າງໜ້ອຍກໍມີມາຈຸນເຈືອ ໃນຊ່ວງທີ່ເຮົາຂາດຣາຍໄດ້ໄປ. ມີແຕ່ວ່າຂ່າວຊື່ໆ ແຕ່ວ່າການ ປະຕິບັດ ໂຕຈິງ ເພິ່ນດໍາເນີນງານຈັ່ງໃດເນາະ.”
ຜູ້ຫາເຊົ້າກິນຄໍ່າ ທ່ານນຶ່ງ ກໍຫວັງວ່າ ຣັຖບານຈະຊ່ອຍເຫລືອ ຜູ້ທີ່ບໍ່ມີປະກັນສັງຄົມ ນໍາດ້ວຍ ເພາະຕົນເອງ ກໍຫາເຊົ້າກິນຄໍ່າ ຣາຍຮັບ ຫລຸດລົງ ປັດຈຸບັນ ເພິ່ງພາອາສັຍລູກ. ເບື້ອງຕົ້ນເຫັນແຕ່ພາກເອກຊົນ ນໍາເຄື່ອງຂອງອາຫານແຫ້ງ ມາແຈກໃຫ້ປະຊາຊົນ ແລະ ຍ້ອນ ສະພາບເປັນແນວນີ້ ຕົນເອງ ກໍຢາກໄປກູ້ເງິນທະນາຄານ ເພື່ອມາໃຊ້ຈ່າຍໃນໄລຍະໂຄວິດວິກິດນີ້ ແຕ່ກໍບໍ່ຜ່ານຍ້ອນຕ້ອງມີຫຼັກຊັບຫຼາຍ ຄໍ້າປະກັນ, ດັ່ງທີ່ທ່ານກ່າວວ່າ:
“ພໍຖູໄຖໄປໄດ້ນີ້ແຫລະ ກໍບໍ່ຊ່າງຈະວ່າເນາະ ອ່ສັຍນໍາລູກແນ່. ຄືຫາເຊົ້າກິນຄໍ່ານີ້ ກໍຢາກໃຫ້ພິຈາຣະນາ ເປັນພິເສດ. ສົມມຸດວ່າໄປຂໍກູ້ຢືມ ສິນະ. ພິຈາຣະນາວ່າ ມີຄວາມຈໍາເປັນໜ້ອຍ-ຫລາຍ ຈັ່ງໃດ. ຄັນດິນໜ້ອຍ ໜ້ອຍຫລາຍເພິ່ນກະບໍ່ເອົາ. ກູ້ເພິ່ນກະເອົາດິນຫຼາຍໆເປັນ ມູນຄ່າຫລາຍໆເພິ່ນບໍ່ໄດ້ພິຈາຣະນາໂຕນັ້ນ.”
ກ່ຽວກັບການຊ່ອຍເຫລືອເງິນ ຜູ້ທີ່ມີສິດໃນປະກັນສັງຄົມ ເມື່ອມີການຫວ່າງງານ ກໍມີກະແສຂ່າວອອກມາກ່ອນໜ້ານີ້ວ່າ ພາກສ່ວນກ່ຽວຂ້ອງ ມີແຜນຈະຊ່ອຍເຫລືອຜູ້ມີສິດ ຈໍານວນ 5 ແສນກີບ ຕໍ່ຄົນຕໍ່ເດືອນ ເປັນເວລາ 2 ເດືອນນັ້ນ ຖືເປັນຂໍ້ມູນທີ່ຄາດເຄື່ອນ ແລະຈົນມາເຖິງວັນທີ 27 ເມສາ ທາງການຍັງບໍ່ອະນຸມັດເທື່ອ ຍ້ອນເປັນພຽງການສເນີ ໃນກອງປະຊຸມຣັຖບານເມື່ອວັນທີ 23 ເມສາ ຊຶ່ງທາງກະຊວງແຮງງານ ແລະສວັດດິການສັງຄົມ ກໍາລັງສຶກສາຄົ້ນຄວ້າ ແລະ ພິຈາຣະນາກັນຢູ່, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກົມປະກັນສັງຄົມທ່ານນຶ່ງຕໍ່ RFA ໃນມື້ວັນທີ 27 ເມສາ ນີ້:
“ປັດຈຸບັນນີ້ ເພິ່ນຍັງຄົ້ນຄວ້າພິຈາຣະນາຢູ່ນ່າ. ຂ່າວຄາດເຄື່ອນວ່າຊັ້ນສະ. ເພິ່ນມອບໃຫ້ກະຊວງແຮງງານ ຄົ້ນຄວ້າ ແຕ່ວ່າຈະມີໃຫ້ຫລືບໍ່ໃຫ້ ເຮົາຍັງບໍ່ສາມາດເວົ້າໄດ້ ບໍ່ທັນໄດ້ມີຣາຍລະອຽດ ຂອງການຄົ້ນຄວ້າ ໂຕນີ້ອອກມາເທື່ອ.”
ເຈົ້າໜ້າທີ່ກະຊວງແຮງງານ ແລະສວັດດິການສັງຄົມ ຜູ້ຂໍສງວນຊື່ແລະສຽງ ທ່ານນຶ່ງກ່າວວ່າ ທາງການກໍາລັງສຶກສາຄົ້ນຄວ້າ ຂໍ້ມູນກັນຢູ່ ແລະລໍຖ້າຄໍາຊີ້ນໍາ ຈາກນາຍົກຣັຖມົນຕຣີ ສໍາລັບຜູ້ທີ່ມີສິດໃນຣະບົບ ປະກັນສັງຄົມນັ້ນຄາດວ່າ ຈະໄດ້ຮັບແນ່ນອນແຕ່ຈະໄດ້ຮັບ 5 ແສນ ກີບ ຫລື ບໍ່ນັ້ນຍັງບໍ່ສາມາດຢືນຢັນໄດ້ ແລະຕ້ອງໄດ້ລໍຖ້າແຈ້ງການ ອີກເທື່ອໃໝ່ໃນສັປດານີ້. ສ່ວນເຣື່ອງການຊ່ອຍເຫຼືອຜູ້ທີ່ວ່າງງານ ນອກຣະບົບປະກັນສັງຄົມ ທາງການກໍມີການປະຊຸມ ເພື່ອຫາແນວທາງຊ່ອຍເຫລືອ ເຊັ່ນກັນ.
ອີງຕາມຂໍ້ມູນຈາກກະຊວງແຮງງານ ແລະ ສວັດດີການສັງຄົມ ທີ່ໄດ້ສຳຣວດ ເມື່ອປີ 2017 ນັ້ນ, ໃນປີນັ້ນ ມີຄົນງານຢູ່ໃນຣະບົບປະກັນ ສັງຄົມ ພາກວິສາຫະກິຈທັງໝົດ 116,979 ຄົນ, ເຊິ່ງປັດຈຸບັນຄາດວ່າ ຈະມີຄົນງານປະມານ 96,174 ຄົນ ທີ່ໄດ້ຢຸດພັກວຽກຍ້ອນ ໂຣຄໂຄວິດ-19 ຣະບາດ. ຖ້າຫາກໃຫ້ເງິນອຸດໜູນໃນໄລຍະຢຸດງານ ຜູ້ລະ 5 ແສນກີບ ຕໍ່ຄົນຕໍ່ເດືອນ ໄລຍະ 2 ເດືອນ ຄືເດືອນພຶສພາ ແລະ ມິຖຸນາ, ຣັຖບານຈະໃຊ້ງົບປະມານຫຼາຍກວ່າ 48 ຕື້ກີບຕໍ່ເດືອນ.