ຊາວບ້ານຫ້ວຍຂຸມຍັງບໍ່ ເຫັນເງິນ ໃນບັນຊີ

ປ້າຍໂຄສະນາ ໂຄງການທາງຣົດໄຟ ລາວ-ຈີນ
ປ້າຍໂຄສະນາ ໂຄງການທາງຣົດໄຟ ລາວ-ຈີນ (RFA/LX)

0:00 / 0:00

ຈົນມາຮອດປັຈຈຸບັນ ຊາວບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ຈໍານວນ 12 ຄອບຄົວ ຍັງບໍ່ໄດ້ຮັບການໂອນເງິນ ເຂົ້າບັນຊີ ທະນາຄານເທື່ອ ເຖິງແມ່ນມີກໍານົດວ່າຈະໄດ້ ໃນວັນທີ 25 ມິຖຸນາ ທີ່ຜ່ານມາກໍຕາມ ແຕ່ກໍຍັງບໍ່ໄດ້ຢູ່ຄືເກົ່າ ໂດຍບໍ່ມີພາກສ່ວນ ກ່ຽວຂ້ອງໃດໆອອກມາ ຊິ້ແຈງກ່ຽວກັບສາເຫດທີ່ເງິນ ບໍ່ເຂົ້າບັນຊີຂອງຊາວບ້ານ. ດັ່ງເຈົ້າໜ້າທີ່ ເມືອງໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ:

“ບໍ່ໄດ້ເທື່ອ ເຂົາຍັງບໍ່ແຈ້ງມາເທື່ອ ຈັກສິເຮັດຫຍັງ ປ່ຽນແປງແນວໃດ ກໍບໍ່ແຈ້ງມາ ກະວ່າວັນທີ່ 25 ສິໄດ້ ກໍບໍ່ຮູ້ ແລະບໍ່ມີຄໍາຕອບມາ.”

ເຈົ້າໜ້າທີ່ທ່ານນີ້ກ່າວວ່າ ຫລ້າສຸດປະຊາຊົນ 12 ຄອບຄົວ ໄດ້ທວງຖາມໄປຍັງພາກສ່ວນກ່ຽວຂ້ອງ ເພື່ອຂໍຄໍາຊິ້ແຈງ ເຣື້ອງການໂອນເງິນ ເຂົ້າບັນຊີ ຂອງເຂົາເຈົ້າ ຖືກເລື່ອນໄປໃສ່ມື້ໃດກັນແທ້, ຊຶ່ງກ່ອນໜ້ານີ້ ກໍານົດວ່າເງິນຈະຖືກໂອນ ເຂົ້າບັນຊີ ແຕ່ວັນທີ່ 18 ມິຖຸນາ 2018 ແຕ່ຖືກເລື່ອນໄປໃສ່ວັນທີ່ 25 ມິຖຸນາ ຍ້ອນບັນຫາເຣື້ອງເລກບັນຊີ ທານະຄານ ຜິດພາດ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ກ່າວວ່າ:

”ຍັງບໍ່ທັນ ເຊັກ ເພາະວ່າຍັງບໍ່ທັນຮູ້ຣະອຽດ ວ່າ ມັນໄດ້ຊົດເຊີຍແນວໃດຫັ້ນນະ ເພິ່ນອະນຸມັດແນວໃດ ຫັ້ນນະ ບໍ່ຮູ້ເພິ່ນສັງລວມກັນ ແນວໃດຄູ່ມື້ຫັ້ນນະ.”

ທ່ານອະທິບາຍເພີ້ມຕື່ມວ່າ ປັຈຈຸບັນ ເຈົ້າໜ້າທີ່ ຫລາຍພາກສ່ວນທີ່ກ່ຽວຂ້ອງ ຍັງຢູ່ໃນຂັ້ນຕອນສໍາຣວດຂໍ້ມູນ ຂອງປະຊາຊົນທີ່ຈະຖືກ ຜົນກະທົບຈາກໂຄງການສ້າງຣົຖໄຟລາວ-ຈີນ. ແລະວ່າລ່າສຸດມີຂໍ້ມູນວ່າ ສະເພາະຢູ່ເມືອງໄຊ ຈະມີຜູ້ໄດ້ຮັບ ຜົນກະທົບປະມານ 400 ປາຍ ຫາ 500 ຄອບຄົວ ທັງໃນເຂດຕົວເມືອງ ແລະເຂດຊາຍແດນ ຕິດກັບເມືອງນາໝໍ້.