ທຸຣະກິດຫ້າງຮ້ານຍັງບໍ່ໄດ້ ຊົດເຊີຍ ຈາກເຂື່ອນແຕກ

ໄຊຍາ
2018.10.22
F-Sanamxay ເມືອງສນາມໄຊ ແຂວງອັດຕະປື ກໍາລັງເລັ່ງສ້ອມແປງ ຖນົນຫົນທາງ ແລະ ຂົວ ທີ່ຖືກຕັດຂາດ ຍ້ອນເຂື່ອນແຕກ
RFA/TP

ທຸຣະກິດຂນາດນ້ອຍ ແລະຂນາດກາງ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບ ຈາກເຫດການ ເຂື່ອນເຊປຽນ -ເຊນໍ້ານ້ອຍ ແຕກຍັງບໍ່ໄດ້ ຄ່າຊົດເຊີຍເທື່ອ ເຖິງວ່າເຫດການ ດັ່ງກ່າວ ຈະຜ່ານມາເກືອບ 3 ເດືອນ ແລ້ວກໍ່ຕາມ. ດັ່ງ ເຈົ້າຂອງທຸຣະກິດ ແຫ່ງນຶ່ງ ຢູ່ ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບ ຜົລກະທົບ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 22 ຕຸລາ ນີ້ວ່າ:

"ມີແຕ່ພວກຈີນ ພວກອັນນີ້ວຽດ ແລ້ວການສ້ອມແປງ ອັນໃດນຶ່ງ ເຄື່ອງຂາຍຍ່ອຍ ແລ້ວກໍ່ຮ້ານຂາຍເຄື່ອງຈີນ ສອງປໍ້ານຳມັນ ແລ້ວກໍ່ຮ້ານ ສ້ອມແປງ ແລ້ວກໍ່ຮ້ານຂາຍຍ່ອຍ ຫຼາຍຮ້ານຢູ່ດອກ ປະເພດ ຮ້ານຂາຍຍ່ອຍ ຂາຍສັງ ນີ້ກໍ່ບໍ່ທັນມີຫຍັງ ທຸກໆຢ່າງບໍ່ທັນໄດ້ ອີສັງດອກ ຄ່າຊົດເຊີຍ ອີສັງຕ່າງໆ ຫັ້ນນ່າ ເພິ່ນບໍ່ທັນແຈ້ງ."

ທ່ານກ່າວຕື່ມວ່າ ປັດຈຸບັນຍັງບໍ່ມີ ພາກສ່ວນໃດເລີຍ ລົງມາເວົ້າເຣື່ອງ ຄ່າຊົດເຊີຍ ກັບບັນດາເຈົ້າຂອງທຸຣະກິດ ທີ່ຕ້ອງປິດກິຈການ ຍ້ອນ ໄດ້ຮັບຜົລກະທົບ ຈາກເຫດເຂື່ອນແຕກ, ບັນດາເຈົ້າຂອງ ທຸຣະກິດ ຕ່າງກໍຍັງມີຄວາມຫວັງ ຈະໄດ້ຄ່າຊົດເຊີຍ ແລະຍັງລໍຖ້າຢູ່ ເນື່ອງຈາກ ກິຈການຕ່າງໆ ເສັຽຫາຍໝົດ. ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ ປະຈໍາສູນ ຜູ້ປະສົບພັຍ ຊົ່ວຄາວ ທ່ານນຶ່ງເວົ້າວ່າ ຄ່າຊົດເຊີຍຈະມີໃຫ້ແຕ່ ຫຼັງຈາກ ໄດ້ຮີບໂຮມຂໍ້ມູນ ເປັນທີ່ຮຽບຮ້ອຍກ່ອນ ແຕ່ຍັງບໍ່ຮູ້ວ່າ ຈະໃຫ້ມື້ໃດ.

"ທຸຣະກິດຫັ້ນເວົ້າເຣື່ອງຄ້າຂາຍ ຫັ້ນສີວ່າເນາະ ໂອ້ໂຕນີ້ມັນກໍ່ມີສ່ວນນ້ອຍຢູ່ ເສັຽຫາຍນີ້ນະ ກໍ່ເສັຽຫາຍຫັ້ນແຫຼະ ແຕ່ວ່າຂໍ້ມູນຍັງຕອບ ບໍ່ທັນໄດ້ ເພາະວ່າພວກພລັງງານ ເພີ່ນກໍ່ເກັບກຳຂໍ້ມູນ ເພີ່ນກໍ່ມີແລ້ວ ຄ່າຊົດເຊີຍສິ ແມ່ນຍັງດົນ ຍັງດົນໃດໂຕນີ້ນະ."

ທ່ານກ່າວຕື່ມວ່າປັດຈຸບັນ ເມືອງສນາມໄຊ ແຂວງອັດຕະປື ຕ້ອງເນັ້ນໃສ່ ການສ້າງບ້ານເຮືອນ ແລະ ຊ່ອຍເຫຼືອທົດແທນ ຜູ້ທີ່ໄດ້ຮັບຜົລ ກະທົບກ່ອນ ສ່ວນຄ່າຊົດເຊີຍ ພາກສ່ວນອື່ນນັ້ນເປັນຕົ້ນ ຜົລກະທົບ ຕໍ່ນັກທຸຣະກິດ ຈະຊົດເຊີຍໃຫ້  ຫຼັງຈາກ ແລ້ວວຽກທີ່ຈຳເປັນກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.