300 ຄອບຄົວເສັຽດິນ ລໍຖ້າ ຄ່າຊົດເຊີຍ
2018.10.23
ປະຊາຊົນປະມານ 300 ຄອບຄົວ ຢູ່ເມືອງພິນ ແຂວງສວັນນະເຂດ ທີ່ ໄດ້ຮັບຜົນກະທົບ ຈາກການສ້າງຣະບົບ ຊົລປະທານ ອ່າງເກັບນໍ້າ ຫ້ວຍອາໃກ້ ຍັງບໍ່ໄດ້ຮັບເຮືອນຊົດເຊີຍ ແລະ ພື້ນທີ່ທໍາມາຫາກິນ ຈາກໂຄງການໂດຍສະເພາະ ບ້ານທີ່ຢູ່ລຸ່ມອ່າງ ຊົລປະທານ ເປັນຕົ້ນ: ບ້ານໂນນຍາງ, ບ້ານນາຄະລັງ, ບ້ານນາກະຫານ ແລະ ບ້ານພິນ. ດັ່ງ ປະຊາຊົນເມືອງພິນ ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າ:
“ມີແຕ່ຊົດເຊີຍບ້ານທີ່ວ່າ ເຂົາຊິເຮັດເຂື່ອນ ແລ້ວບ້ານເຂົາຖືກນໍ້າຖ້ວມ ແລ້ວເຂົາຍ້າຍຂື້ນມາຢູ່ໃໝ່ ໂຕນັ້ນເພິ່ນເຮັດໃຫ້ ມີການຊົດເຊີຍ ມີຫຍັງ ຣົຖຍົກ ມາເໝິດ ເຮືອນຊານເຂົາຫັ້ນ ບ້ານອາປອກຫັ້ນ ບ້ານພິນ ນີ້ມັນກໍຢູ່ໄກ ເພິ່ນກໍບໍ່ໄດ້ ອັນນັ້ນຈັກເທື່ອ ມີແຕ່ມາເກັບກໍາ ຂໍ້ມູນວ່າ ເຂດທ້າຍຫ້ວຍອາໃກ້ ມັນຈະຖຶກສາຍຊົລປະທານ ໄດ້ ຫ້ວຍອາໃກ້ກົກ ອັນເນີ້ ປາຍຖືວ່າແຕກກໍພຸ້ນ ໄຫລມາພິ້ເມິດໃດ.”
ເມື່ອ ເດືອນພຶສພາ ປີ 2018 ປະຊາຊົນ ບ້ານໂນນຍາງ ຜູ້ນຶ່ງກໍເວົ້າເຊັ່ນດຽວກັນວ່າ ບ້ານຫມາກປອກ ແລະ ບ້ານຫມາກຮົວ ໄດ້ເຮືອນ ຊົດເຊີຍ ແລະ ທີ່ດິນແລ້ວ ແຕ່ວ່າບ້ານ ທີ່ ຢູ່ໃຕ້ອ່າງ ບໍ່ທັນໄດ້ຮັບຄ່າຊົດເຊີຍເທື່ອ ມີແຕ່ປະຊາຊົນ ທີ່ຢູ່ໜ້າອ່າງເກັບນໍ້າ ເທົ່ານັ້ນທີ່ໄດ້, ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຂະແໜງ ຊົລປະທານ ແຂວງສວັນນະເຂດ ທ່ານນຶ່ງ ເວົ້າວ່າ ບໍ່ມີຂໍ້ມູນ ຣະອຽດ ກ່ຽວກັບເຣື້ອງນີ້ ເທື່ອ:
“ມັນຮຽບຮ້ອຍແລ້ວເດ້ ແລ້ວແຕ່ຕັ້ງເຮືອນ ຕັ້ງຊານ ໃຫ້ເຂົາເຈົ້າ ໂອ້… ກໍມີຫລາຍຢູ່ ຕ້ອງຂໍຈາກທິດຊິ້ນໍາ ຂອງຂັ້ນເທິງ ເພິ່ນກ່ອນ.”
ອິງຕາມຂໍ້ມູນ ຂອງເຈົ້າໜ້າທີ່ ຂະແໜງຊົລປະທານ ແຂວງສວັນນະເຂດ ເມື່ອກາງເດືອນ ພຶສພາ 2018 ຜ່ານມາ ການຈັດສັນບ້ານ ແລະ ພື້ນທີ່ກະສິກັມ ຂອງປະຊາຊົນ ຈະເຣີ້ມແຕ່ບ້ານ ທີ່ ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມໜັກກ່ອນ ເປັນຕົ້ນ: ບ້ານຫມາກປອກ ແລະ ບ້ານ ຫມາກຮົວ ທີ່ມີຜູ້ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມປະມານ 106 ຫຼັງຄາເຮືອນ ໃນພື້ນທີ່ນໍ້າຖ້ວມ 10 ປາຍເຮັກຕ່າ ທາງການຈະຈັດສັນ ກະສິກັມ ໃຫ້ 1.5 ເຮັກຕ່າ ຕໍ່ຄອບຄົວ ໃນພື້ນທີ່ ຂອງເຂດໜ້າເຂື່ອນ ຊຶ່ງບຸກເບີກ ໄດ້ແລ້ວ 75 ເຮັກຕ່າ ຈາກທັງໝົດ 114 ເຮັກຕ່າ ພ້ອມທັງບ້ານຈັດສັນ ອີກຈໍານວນນຶ່ງ.
ຕົວອ່າງເກັບນໍ້າຫ້ວຍອາໃກ້ ສ້າງເປັນເຂື່ອນ ດິນອັດແໜ້ນ ກັກນໍ້າຈາກ ຫ້ວຍອາໃກ້ ມີຄວາມກວ້າງ 1,300 ແມັດ, ມີຄວາມສູງ 21 ແມັດ ສາມາດເກັບນໍ້າໄດ້ 91 ລ້ານ ແມັດກ້ອນ ຈະສາມາດນໍາໃຊ້ປະໂຫຍດ ຈາກການເຮັດນາປີ 1,200 ເຮັກຕ່າ ແລະ ຈະສາມາດນໍາໃຊ້ ເຮັດນາແຊງ ໄດ້ 700 ເຮັກຕ່າ.
ເຖິງຢ່າງໃດກໍຕາມ ໂຄງການດັ່ງກ່າວ ເຣີ້ມກໍ່ສ້າງໃນປີ 2013 ກວມພື້ນທີ່ ຂອງປະຊາຊົນ 6 ບ້ານ ຂອງເມືອງພິນ ໄດ້ແກ່ບ້ານ ອາໃກ້, ບ້ານໂນນຍາງ, ບ້ານນາກະຫານ, ບ້ານ ນາຄະລັງ, ບ້ານກະຄວງ ແລະ ບ້ານພິນ ມີປະຊາຊົນ ປະມານ 400 ຄອບຄົວ ຖືກຜົນກະທົບ ແລະ ເຈົ້າໜ້າທີ່ ຄາດວ່າ ຈະສ້າງສໍາເຣັດ ໃນທ້າຍປີ 2019 ນີ້.