ຄົນວຽດນາມເຂົ້າມາ ຝັງຮາກ ຢູ່ລາວ
2017.05.11
ປະຈຸບັນ, ຊາວວຽດນາມ ຍັງພາກັນເຂົ້າມາ ຊອກວຽກເຮັດ ໃນນະຄອນຫຼວງວຽງຈັນ ຫຼາຍຂຶ້ນນັບມື້, ຈໍານວນນຶ່ງ ເຂົ້າມາຕັ້ງ ຮ້ານຄ້າ ຕາມຕະຫຼາດຕ່າງໆ ເພື່ອຂາຍສິນຄ້າ ແຂ່ງກັບຄົນລາວ ມີທັງ ຈີ່ປາມຶກແຫ້ງ ເລາະຂາຍຕາມຖນົນ, ບໍຣິການ ເສີມສວຍ ເຄື່ອນທີ່ ແລະ ບໍຣິການນວດ ຕາມແຄມຂອງ ຫຼື ສວນສາທາຣະນະ. ດັ່ງຊາວ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ວ RFA ເມື່ອວັນທີ 8 ພຶສພາ ນີ້ວ່າ:
"ຫຼາຍໆ ໂຕນີ້ເຫັນຫຼາຍຢູ່, ສ່ວນຫຼາຍ ຈະຢູ່ແຄມຂອງ ຫຼາຍກວ່າ. ສ່ວນຫຼາຍແມ່ນ ຂະເຈົ້າ ຈະຂາຍປະເພດ ເສື້ອຜ້າ ລະກະ ເຄື່ອງໃຊ້ ສອຍ ຣາຄາຖືກ. ສ່ວນຫຼາຍແມ່ນ ມາຊື້ຕໍ່ຮ້ານ ນຳຂະເຈົ້າ ຄົນລາວ ຈະເປັນຜູ້ໄດ້ ຮ້ານເນາະ, ລະຂະເຈົ້າ ກະມາຊື້ຕໍ່".
ແລະ ມີແມ່ຄ້າຊາວລາວ ອີກນາງນຶ່ງ ຢູ່ເຂດຕລາດມືດ ແຄມຂອງ ກໍໄດ້ເວົ້າ ໃນວັນດຽວກັນວ່າ ແຕ່ກ່ອນແມ່ນ ເຫັນຫຼາຍ ພວກເຮັດເລັບ ແລະ ຂາຍປາມຶກ, ແຕ່ດຽວນີ້ ກໍໃຄແດ່ແລ້ວ ເພາະທາງ ຜູ້ຈັດສັນຕລາດ ເຂັ້ມງວດຂຶ້ນຕື່ມ:
"ໂຕເຮັດເລັບ ເຮັດຫຍັງຫວາ? ແຕ່ກີ້ເຫັນຫຼາຍຢູ່, ແຕ່ຊ້ວງນີ້ ບໍ່ຄ່ອຍສັງເກດເຫັນ ຫຼາຍໄດ໋ ເຫັນດ້າມໜ້ອຍ ບໍ່ເຫັນຫຼາຍ ຄືແຕ່ກ່ອນ. ປາມຶກປາຫຍັງ ກະບໍ່ເຫັນຫຼາຍ ຄືແຕ່ກ່ອນ ພວກເຮັດເລັບ ເຮັດຫຍັງ ກະເຫັນຢູ່. ເຮົາໄປຂາຍ ກາງຄືນເນາະ ກະບໍ່ຄ່ອຍ ເຫັນຂະເຈົ້າ ເລາະ ເພາະວ່າຢູ່ຫັ້ນ ຂະເຈົ້າ ກະປາບໄດ້ ພວກຈັດສັນ ອີ່ຫຍັງ ຂະເຈົ້າກະຄຸມ ໄດ້ໄດ໋”.
ໃນເວລາດຽວກັນ, ເຈົ້າໜ້າທີ່ຄຸ້ມຄອງແຮງງານ ປະຈຳ ນະຄອນຫຼວງວຽງຈັນ ກໍໄດ້ກ່າວຕໍ່ RFA ກ່ຽວກັບ ບັນຫານີ້ວ່າ ການຄຸ້ມຄອງ ຄົນງານ ຕ່າງດ້າວ ຕາມສວນ ສາທາຣະນະ ກໍໄດ້ມີ ມາຕການ ເຂັ້ມງວດຢູ່ ແລະ ການເຂົ້າມາ ຂອງຄົນງານ ວຽດນາມ ກໍເປັນພຽງບາງ ຣະດູການ:
"ໂຕນີ້ສ່ວນຫຼາຍເຮົາ ກະເບິ່ງຢູ່ໄດ໋ອ້າຍ, ເພາະວ່າທີ່ຈິງສວນ ສາທາຣະນະນີ້ມັນ ເປັນຂອງຣັຖເນາະ. ເຮົາກະເບິ່ງແຍງ ຢູ່ເນາະ, ອັນໃດ ມັນເກີນ ຂອບເຂດບໍ່ ເຮົາຈັ່ງປຶກສາກັນ ຫາທາງ ແກ້ໄຂກັນຢູ່. ໂຕນີ້ກະຫຼຸດລົງຢູ່ ຄືນ້ອງວ່າແຫຼະ ກະອີງຕາມ ບາງຄາວ ຊື່ໆເນາະ ບາງຣະດູການ”.
ບັນຫາການຫຼັ່ງໄຫຼ ເຂົ້າມາຊອກວຽກເຮັດ ຂອງຊາວວຽດນາມ ຫຼື ຄົນງານເຖື່ອນ ບໍ່ພຽງແຕ່ ຢູ່ໃນ ນະຄອນຫຼວງ ວຽງຈັນ ເທົ່ານັ້ນ, ແຕ່ ຕາມເມືອງໃຫ່ຍ ເປັນຕົ້ນ ເມືອງປາກເຊ, ທ່າແຂກ ແລະ ສວັນນະເຂດ ກໍ່ນັບມື້ ນັບຫຼາຍຂຶ້ນຈົນ ນາຍົກຣັຖມົນຕຼີ ທ່ານ ທອງລຸນ ສີສຸລິດ ຮຽກຮ້ອງ ໃຫ້ມີມາຕການ ຕໍ່ຄົນງານເຖື່ອນ ຢ່າງເຂັ້ມງວດ ກ່ອນທີ່ ຈະແກ້ໄຂ ບັນຫາ ຄົນງານ ພາຍໃນປະເທດໄດ້.