ໂຮມບ້ານນ້ອຍເປັນບ້ານໃຫຍ່ ມີບັນຫາ

ໄຊຍາ
2018.06.19
F-Hiem ເມືອງຫ້ຽມ ແຂວງຫົວພັນ
RFA/PN

ປະຊາຊົນຜູ້ທີ່ຖືກຍົກຍ້າຍ ຈາກບ້ານນ້ອຍໄປຢູ່ບ້ານໃຫຍ່ ໃນແຜນການພັທນາຂອງຣັຖບານ ທີ່ແຂວງຫົວພັນ ຫຼາຍຄອບຄົວ ໄດ້ກັບຄືນໄປ ບ້ານເດີມ ຫລືໄປຕັ້ງບ້ານໃຫມ່ເອງ ຍ້ອນໃນບ້ານໃຫຍ່ ມີຄົນຫຼາຍເກີນໄປ ຂາດທີ່ດິນໃນການທຳມາຫາກິນ ແລະ ຊັພຍາກອນທັມມະຊາດ ກໍບໍ່ພຽງພໍ ກັບຄວາມຕ້ອງການຂອງຊາວບ້ານ. ດັ່ງເຈົ້າຫນ້າທີ່ຫ້ອງການປົກຄອງ ແຂວງຜົ້ງສາລີ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ມິຖຸນາ ວ່າ:

"ແຕ່ກີ້ບ້ານຫັ້ນກໍໂຮມເຂົ້າຢູ່ ແຕ່ກະສ່ວນຫລາຍບ້ານນ້ອຍ ກໍແຍກອອກເປັນບ້ານນ້ອຍອີກຫັ້ນນ່າ ຄືແຕ່ກີ້ຫລາຍບ້ານໂຮມ ເປັນບ້ານໃຫຍ່ ດຽວນີ້ເຂົາແຍກອອກອີກເດ ເພາະວ່າເຂົາບໍ່ຢາກໄປໂຮມຫັ້ນນ່າ ບ້ານບໍ່ມີກໍແຍກໄປແລ້ວ ມີຫລາຍເມືອງຢູ່ນໍ ທຸກໆເມືອງົກມີຢູ່ບ້ານເອີ ມີ 7 ເມືອງນີ້ ແຂວງຜົ້ງສາລີ ເມືອງໃດກະຫາກມີບ້ານນື່ງ ສອງບ້ານສາມບ້ານນີ້ແຫລະ."

ທ່ານກ່າວຕື່ມວ່າ ບັນຫາດັ່ງກ່າວ ສ່ວນໃຫຍ່ເກີດຢູ່ບ້ານຈັດສັນ ທີ່ມີປະຊາກອນກວ່າ 200 ຄອບຄົວ ຊາວບ້ານຜູ້ທີ່ແຍກ ອອກໄປນັ້ນມີຢູ່ ປະມານ 2 ຫາ 10 ຄອບຄົວ ຫລາຍທີ່ສຸດປະມານ 18 ຄອບຄົວ ຍ້າຍອອກໄປ ຈາກບ້ານແສງດາວ ເມືອງສັມພັນ ປະມານ 10 ຫລັກ ໄປຕັ້ງຖິ່ນຖານໃຫມ່ ໃນບ້ານທີ່ບໍ່ມີຜູ້ຢູ່ອາສັຍ ຢູ່ເຂດຝາແດງ. ເມື່ອຂະເຈົ້າໂຍກຍ້າຍໄປແລ້ວ ຂະເຈົ້າກໍພາກັນບຸກເບີກທີ່ດິນ ໃນສະຖານທີ່ ແຫ່ງໃຫມ່ ເພື່ອການປູກຝັງລ້ຽງຄອບຄົວ.

ກ່ຽວກັບບັນຫານີ້ ທາງການກໍໄດ້ໄປອົບຮົມຊາວບ້ານ ໃຫ້ກັບຄືນໄປບ້ານໃຫຍ່ ແຕ່ຂະເຈົ້າກໍບໍ່ກັບຄືນຍ້ອນບໍ່ມີ ທີີ່ດິນທຳມາຫາກິນ ແລະ ຊັພຍາກອນທັມມະຊາດ ບໍ່ພຽງພໍແລະປະຊາຊົນ ຢູ່ນຳກັນຫລາຍເກີນໄປ ໃນບ້ານໃຫຍ່ ຕ້ອງໄດ້ແຍ້ງກັນ ທຳມາຫາກິນ ຊອກຫາເຄື່ອງປ່າ ຂອງດົງ ໃນແຕ່ລະມື້. ທ່ານກ່າວເພີ້ມວ່າ:

"ຂະເຈົ້າກໍຕິດພັນກັບການຜລິດ ຂອງຂະເຈົ້າຫັ້ນນ່າ ຂະເຈົ້າກໍແຍກຈາກບ້ານ ໃຫ້ຫັ້ນເປັນບ້ານນ້ອຍອີກ ບັນຫາຫລັກກໍແມ່ນ ເຮັດໃຫ້ນັກຮຽນ ນີ້ນ້ອຍລົງ ຄັນບໍ່ມີນັກຮຽນ 12 ຄົນ ເຮົາກໍໃຫ້ຄຣູຜູ້ນຶ່ງບໍ່ໄດ້ ນັກຮຽນ 30 ຄົນ ມັນຄາຢູ່ບ່ອນນີ້ ເວົ້າເຣື້ອງສິ້ນເປືອງຄຣູ ນີ້ນະ ດຳຣັດເກົ່າ ຂອງນາຍົກ 285 ກໍຕ້ອງໄດ້ບໍຣິການ ໄປຕາມຕົວນີ້."

ບັນຫາທີ່ເກີດຂຶ້ນໃນການໂຮມບ້ານນ້ອຍ ໄປຢູ່ຮ່ວມກັນໃນບ້ານໃຫຍ່ ໃນປັດຈຸບັນນີ້ ກໍເກີດຂຶ້ນຢູ່ແຂວງອຸດົມໄຊ ເຊັ່ນກັນ ທາງການບໍ່ສາມາດ ຍ້າຍຊາວມົ້ງກວ່າ 200 ຄົນໄປຢູ່ຮ່ວມກັບຊາວອາຂ່າ ໃນເຂດດັ່ງກ່າວໄດ້ ຍ້ອນວັທນະທັມ ແຕກຕ່າງກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.