ມ.ວັງວຽງນັກທ່ອງທ່ຽວ ວັນປີໃໝ່ ຫຼຸດລົງ
2019.04.22
ໃນໂອກາດບຸນປີໃໝ່ລາວປີນີ້ ທຽບໃສ່ປີກາຍ ຈໍານວນນັກທ່ອງທ່ຽວ ມາທ່ຽວເມືອງວັງວຽງ ແຂວງວຽງຈັນ ຫລຸດລົງຫລາຍ. ນັກທ່ອງທ່ຽວ ທີ່ມາທ່ຽວວັງວຽງປີນີ້ ສ່ວນຫລາຍແມ່ນມາຈາກ ແຂວງໃກ້ຄຽງ, ບໍ່ຄ່ອຍເຫັນມີນັກທ່ອງທ່ຽວ ຕ່າງປະເທດຫລາຍ ຄືແຕ່ກ່ອນ ຊຶ່ງຫຼາຍຄົນ ເວົ້າວ່າ ສາເຫດທີ່ເຮັດໃຫ້ຈໍານວນນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງວັງວຽງ ໜ້ອຍລົງນັ້ນ ກໍມີຫຼາຍຢ່າງ ເປັນຕົ້ນຄ່າໂຮງແຮມ ບ້ານພັກແພງ, ອາຫານການກິນແພງ, ຄ່າບໍຣິການຕ່າງໆ ແລະຄ່າປະມູນ ສະຖານທີ່ກໍແພງ.
ເຈົ້າໜ້າທີ່ຫ້ອງການຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ເມືອງວັງວຽງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ເມສາ ນີ້ວ່າ ສາເຫດຕົ້ນຕໍ ທີ່ເຮັດໃຫ້ຈໍານວນ ນັກທ່ອງທ່ຽວມາທ່ຽວວັງວຽງ ຫລຸດລົງນັ້ນກໍມີຫລາຍຢ່າງ ຮວມທັງຄ່າທີ່ພັກ ຄ່າອາຫານ ແລະສະຖານທີ່ ທ່ອງທ່ຽວຢູ່ລາວ ກໍໄດ້ຮັບການປັບປຸງດີຂຶ້ນ ຢູ່ຫລາຍແຫ່ງ ດັ່ງທີ່ທ່ານກ່າວວ່າ:
"ສາເຫດຕົ້ນຕໍນັ້ນ ສະພາບຜ່ານມານັ້ນ ຖ້າມີງານເທສການສໍາຄັນຕ່າງໆ ບັນດາເຮືອນພັກ ໂຮງຮຽມຕ່າງໆສວຍໂອກາດ ຂຶ້ນຣາຄາຫ້ອງພັກ ຫລືຄ່າອາຫານການກິນຕ່າງໆ ຫລື ສະຖານທີ່ທ່ອງທ່ຽວນັ້ນນະ ບັດນີ້ກະຢູ່ລາວ ເຮົານີ້ໜ່າໄດ້ມີການພັທນາ ການປັບປຸງ ສະຖານທີ່ທ່ອງທ່ຽວ ຫຼາຍບ່ອນ ສະນັ້ນຖືວ່ານັກທ່ອງທ່ຽວ ຂະເຈົ້າກໍຢາກໄປ ເຫັນຫລາຍບ່ອນ ຍ້ອນມີການປັບປຸງ ສະຖານທີ່ທ່ອງທ່ຽວ ຢູ່ຫລາຍບ່ອນຄືແນວນັ້ນ ພວກນັກທ່ອງທ່ຽວ ທັງລາວ ແລະຕ່າງປະເທສ ຈຶ່ງບໍ່ຢາກມາທ່ຽວວັງວຽງ ນີ້ຫລາຍຄືແຕ່ກ່ອນ."
ແຕ່ເຖິງຢ່າງໃດກໍຕາມ ທ່ານກໍກ່າວວ່າ ເຖິງແມ່ນຈໍານວນນັກທ່ອງທ່ຽວ ມາທ່ຽວວັງວຽງຫລຸດລົງກວ່າປີກາຍ ແຕ່ບັນຍາກາດໃນໄລຍະບຸນ ປີໃໝ່ລາວ ປີນີ້ ກໍບໍ່ໄດ້ງຽບເຫງົາ ເນື່ອງຈາກມີກິຈກັມຕ່າງໆ ທີ່ເຮັດໃຫ້ມີຄວາມຄຶກຄື້ນ ຄືກັນກັບປີທີ່ຜ່ານມາ.
ໃນຂນະດຽວກັນ ຜູ້ປະກອບການທຸຣະກິດບ້ານພັກ ຢູ່ເມືອງວັງວຽງທ່ານນຶ່ງ ຜູ້ຂໍສງວນຊື່ແລະສຽງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 18 ເມສາ ນີ້ວ່າ ໃນປີ 2019 ນີ້ ຖືວ່າຈໍານວນນັກທ່ອງທ່ຽວ ຫລຸດລົງກວ່າປີກາຍ ທັງລາວທັງຕ່າງປະເທສ, ຄ່າທີ່ໂຮງແຮມ ບ້ານພັກ, ຄ່າ ອາຫານການກິນ ແລະຄ່າບໍຣິການຕ່າງໆ ຂ້ອນຂ້າງແພງຂຶ້ນ ເພາະວ່າຄ່າປະມູນ ສະຖານທີ່ ແລະ ຄ່າອື່ນໆແພງ. ການປະມູນໄດ້ເສັຽໃຫ້ ຣັຖກໍອ່າວສູງ ເຮັດໃຫ້ຜູ້ປະກອບການໄ ດ້ປັບຣາຄາຂຶ້ນ.
ແລະເຈົ້າຂອງເຮືອນພັກຢູ່ເມືອງວັງວຽງທ່ານນຶ່ງ ກໍເວົ້າວ່າ ໃນແຕ່ລະປີ ຫ້ອງນອນຂອງເຮືອນພັກ ຂອງທ່ານ ຊຶ່ງເປັນເຮືອນທີ່ຕັ້ງ ຢູ່ກາງ ເມືອງຈະເຕັມຕັ້ງແຕ່ ກ່ອນປີໃຫ່ມ. ແຕ່ມາປີນີ້ ຫ້ອງພັກຍັງຫວ່າງຫລາຍກ່ວາ 60%, ບໍ່ຮູ້ວ່ານັກທ່ອງທ່ຽວ ໄປໃສຫມົດ ຕາມທາງກໍ່ບໍ່ຄ່ອຍ ມີຄືດັ່ງທຸກໆປີຜ່ານມາ. ເມື່ອເວົ້າເຖິງຣາຄາ ເຄື່ອງຂອງແພງຂຶ້ນ ທ່ານກໍໃຫ້ຕົວຢ່າງວ່າ ໃນມື້ວັນທີ 16 ເມສາ 2019 ຢູ່ຮ້ານອາຫານ ເຂດຖໍ້າຈັງ ຕອນເຊົ້າຄົນມາ ບໍ່ທັນຫຼາຍ ນໍ້າກ້ອນຂາຍ ກິໂລລະ 10,000 ກີບ, ເບັຽແກ້ວໃຫ່ຍ 15,000 ກີບ. ພໍຮອດຕອນແລງ ເລີ່ມມີຄົນມາຫລາຍ ນໍ້າກ້ອນກໍຂຶ້ນຣາຄາ ເປັນ 15,000 ກີບຕໍ່ກິໂລ ແລະເບັຽກໍຂຶ້ນເປັນ ແກ້ວນຶ່ງ 20,000 ກີບ -ຕາມຣາຍງານຂອງ ຂ່າວອັບເດດ ວັນທີ 18 ເມສາ 2019.
ເຈົ້າຂອງບ້ານພັກຢູ່ວັງວຽງ ແລະຫລວງພຣະບາງທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ເມສາ 2019 ນີ້ວ່າ ນັກທ່ອງທ່ຽວ ມາທ່ຽວບຸນປີໃໝ່ຫລຸດລົງ:
"ໃນຣະຍະບຸນປີໃໝ່ລາວປີນີ້ ເບິ່ງລວມແລ້ວ ຈໍານວນນັກທ່ອງທ່ຽວ ທີ່ມາທ່ຽວທັງຢູ່ເມືອງວັງວຽງ ແລະຢູ່ເມືອງຫລວງພຣະບາງ ແມ່ນ ຫລຸດລົງ ໃນຈໍານວນທີ່ຫລຸດລົງນັ້ນ ສ່ວນໃຫຍ່ກໍແມ່ນ ນັກທ່ອງທ່ຽວລາວ."
ແລະ ເຈົ້າໜ້າທີ່ຂແນງທ່ອງທ່ຽວ ເມືອງວັງວຽງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 18 ເມສາ 2019 ນີ້ວ່າ:
"ເມື່ອທຽບໃສ່ປີກາຍກໍເຫັນວ່າ ຈໍານວນນັກທ່ອງທ່ຽວ ກະມາຫລາຍຢູ່ ແຕ່ຫລຸດລົງໜ້ອຍນຶ່ງ."
ກ່ຽວກັບເຣຶ່ອງຈໍານວນນັກທ່ອງທ່ຽວມາທ່ຽວເມືອງວັງວຽງຫລຸດລົງ ໃນໂອກາດບຸນປີໃໝ່ລາວປີນີ້ ຜູ້ປະກອບການທຸຣະກິດ ບ້ານພັກ ຢູ່ເມືອງວັງວຽງ ຜູ້ຂໍສະຫງວນ ຊື່ ແລະສຽງທ່ານດຽວ ກັນນັ້ນ ກໍເວົ້າວ່າ:
"ປີນີ້ນັກທ່ອງທ່ຽວມາທ່ຽວ ໜ້ອຍກວ່າປີກາຍ ສເລັ່ຍລວມທັງລາວ ທັງຕ່າງປະເທສ ປີກາຍນີ້ມີ ຫຼາຍກວ່າ."
ແລະເມື່ອເວົ້າເຖິງສາເຫດທີ່ພາໃຫ້ ຈໍານວນນັກທ່ອງທ່ຽວມາທ່ຽວ ຫລຸດໜ້ອຍລົງນັ້ນ ທ່ານກໍເວົ້າວ່າ ມີຫລາຍສາເຫດ ຮວມທັງຄ່າຢູ່ ຄ່າກິນແພງ ແລະການໄປມາບໍ່ສະດວກ ດັ່ງທີ່ທ່ານກໍເວົ້າວ່າ ຄັນສົມທຽບໃສ່ບ່ອນອື່ນຄ່າເຄື່ອງດື່ມ, ຄ່າອາຫານ ກໍຂ້ອນຂ້າງຈະສູງແດ່. ຍ້ອນຄ່າຄອງຊີບແພງ ອາຫານກໍແພງ. ເຣຶ່ອງຣາຄາອາຫານ ທ່ານຍອມຮັບວ່າ ຢູ່ວັງວຽງແພງກວ່າຢູ່ວຽງຈັນ ບາງເທື່ອສູງກວ່າເກືອບເຄິ່ງ. ຕາມສະຖານທີ່ທ່ອງທ່ຽວ ຣາຄາປານິນຊຸດນຶ່ງ ບາງເທື່ອຮອດ 70 ພັນ 80 ພັນກີບ ໂຕນ້ອຍໆ ກະຖືວ່າຣາຄາມັນສູງ.
ບາງເທື່ອຕົ້ມໃກ່ລາດໂຕນຶ່ງກໍຮຶດ 1 ແສນ ຫ້າໝື່ນກີບກໍມີຣາຄາມັນຂ້ອນຂ້າງຢາກສູງ. ແຕ່ນັກທ່ອງທ່ຽວຕ່າງປະເທສ ກໍບໍ່ສູ້ຈົ່ມນໍາ ເຣຶ່ອງຣາຄາ ອາຫານແພງນີ້ ປານໃດ ເພາະພວກເຂົາກິນໜ້ອຍ ກິນພໍຢູ່ໄດ້ ອາສັຍເລາະ ອາສັຍທ່ຽວ ບໍ່ຄືນັບຄົນລາວ ທີ່ມາທ່ຽວ ແມ່ນກິນຫລາຍ. ເວົ້າເຖິງຄ່າບ້ານພັກ ແລະຄ່າໂຮງແຮມກໍແພງຄືກັນ ແຕ່ສໍາລັບໂຮງແຮມໃຫຍ່ໆ ຣາຄາກໍເປັນປົກກະຕິ. ສໍາລັບຄ່າເຊົ່າ ໂຮງແຮມ ທີ່ບໍ່ຕັ້ງຢູ່ແຄມນໍ້າຊອງ ກໍບໍ່ແພງປານໃດ ຫ້ອງນຶ່ງ 1 ແສນປາຍກີບ, 2 ແສນກີບ, 3 ແສນ ກີບກໍມີ. ຖ້າແມ່ນໂຮງແຮມທີ່ ຕັ້ງຢູ່ແຄມນໍ້າຊອງ ຄ່າຫ້ອງກໍ 4-5 ແສນກີບຂຶ້ນເມືອ 6-7 ແສນກີບ, 2-3 ລ້ານກີບກໍມີ ຄືໂຮງແຮມໃຫຍ່ໆ.
ເມື່ອເວົ້າເຖິງເຣຶ່ອງສາເຫດ ຂອງການຂຶ້ນຣາຄາ ຄືທີ່ວ່ານັ້ນ ທ່ານເວົ້າວ່າ ກະຂຶ້ນແດ່ ເພາະວ່າຄ່າປະມູນ ຂອງຂະເຈົ້າແພງ ມາປະມູນ ກໍໄດ້ເສັຽໃຫ້ ຣັຖບາລອ່າວສູງແດ່. ດັ່ງນັ້ນຕ້ອງໄດ້ປັບຣາຄາຂຶ້ນ. ຂະເຈົ້າຕ້ອງໄດ້ເສັຍຄ່າປະມູນ ໃຫ້ເມືອງ. ຕົວຢ່າງ ວົງດົນຕຣີນ້ອຍ ເຂົາໄປເສບ ທາງເມືອງກໍໄປເກັບເອົາ 5-6-7 ລ້ານ. ເມື່ອເກັບເອົານໍາ 5-6-7 ລ້ານ ແລະຈ້າງຄົນອີກຜູ້ນຶ່ງ 2-3 ແສນກີບ ຄືແນວນັ້ນ ເມື່ອເຂົາເຈົ້າຂາຍເບັຍບໍ່ໄດ້ຮອດ 200-300 ລັງ ກໍບໍ່ໄດ້ກໍາໄລຮອດ 5 ລ້ານ 6 ລ້ານ. ມັນຂຶ້ນກັບຄ່າປະມູນ ຄັນຄ່າປະມູນ ບໍ່ຫລາຍ ຂະເຈົ້າກະບໍ່ຂາຍແພງ, ອັນນີ້ເຂົາເຈົ້າ ປະມູນແພງ ເຂົາເຈົ້າຕ້ອງໄດ້ຂາຍແພງ ບໍ່ດັ່ງນັ້ນກໍບໍ່ໄດ້ກໍາລັຍ.
ຖ້າເວົ້າເຖິງຖນົນຫົນທາງ ໄປຫາສະຖານທີ່ທ່ອງທ່ຽວ ບາງເທື່ອກໍມາຍາກ ຫລືວ່າຍັງກັນດານຢູ່, ຄືຂີ່ຣົດໄປຊົນນະບົດ ຫົນທາງກໍຍັງ ມະລຸງຍຸງຍາງຢູ່ ຫລາຍຢ່າງປະກອບກັນ. ບາງເທື່ອເດີນທາງ ໄປໃນໄລຍະດ້າມ 10 ກິໂລແມັດຈັ່ງຊີ້ ບາງ ເທື່ອກໍໃຊ້ເວລາ ເປັນຊົ່ວໂມງ ຈຶ່ງໄປຮອດ ເພາະວ່າມັນໄປຍາກ. ສະຖານທີ່ທ່ອງທ່ຽວ ຢູ່ເມືອງວັງວຽງ ມີຫຼາຍບ່ອນ ແຕ່ຫົນທາງຍັງເປ່ເພ ຫລາຍຢູ່ ບໍ່ທັນເປັນເມືອງ ທ່ອງທ່ຽວ ຄັນສິວ່າໄປແລ້ວ -ທ່ານກ່າວ.
ແຕ່ເຖິງຢ່າງໃດກໍຕາມ ປີ 2019 ນີ້ ທາງການ ສປປລາວ ແລະ ສ.ປ.ຈີນ ກໍຈັດໃຫ້ເປັນປີທ່ອງທ່ຽວຮ່ວມກັນ ໂດຍທີ່ຣັຖບາລ ສປປລາວ ມີໂຄງການທີ່ຈະດຶງດູດນັກທ່ອງທ່ຽວ ຕ່າງປະເທສ ເຂົ້າມາທ່ຽວລາວ ໃຫ້ໄດ້ຫລາຍຂຶ້ນ ຄືທັງໝົດປະມານ 4 ລ້ານ 5 ແສນຄົນ.
ເວົ້າສະເພາະນັກທ່ອງທ່ຽວຈີນ ທາງການລາວກໍຄາດວ່າ ຈະເຂົ້າມາທ່ຽວລາວ ຫລາຍກວ່າ 1 ລ້ານຄົນ. ປີກາຍ ນັກທ່ອງທ່ຽວຕ່າງປະເທສ ເຂົ້າມາທ່ຽວລາວທັງໝົດ 4 ລ້ານ 1 ແສນປາຍຄົນ ຄືບໍ່ໄດ້ຕາມເປົ້າໝາຍ ທີ່ຣັຖບາລ ສປປລາວ ວາງເອົາໄວ້ ວ່າຈະໃຫ້ໄດ້ເຖິງ 5 ລ້ານຄົນ.