ວຽດນາມ ຍັງຍາດ​ອາ​ຊີບ ຄົນ​ລາວ ເຮັດຫຼາຍ​ຢູ່

ມະນີຈັນ
2018.10.08
f-vietnamese ສ່ວນນຶ່ງຂອງການ ບໍຣິການ ເສີຍສວຍເຮັດເລັບເຄື່ອນທີ່ ຂອງຊາວວຽດນາມ ໃນສວນສາທາຣະນະ ແລະ ຕາມບ້ານເຮືອນ
RFA

ປັດຈຸບັນ ມີຊາວວຽດນາມ ເຂົ້າມາເປີດ ທຸຣະກິດ ໃນລາວ ຢ່າງຫລວງຫລາຍ ເປັນຕົ້ນ ຮ້ານເສີມສວຍ ຮ້ານຂາຍເຄື່ອງ ຂາຍອາຫານ ອັນເປັນການຍາດວຽກງານ ຂອງຄົນລາວໄປ.
ຊາວນະຄອນຫລວງ ວຽງຈັນ ທ່ານນຶ່ງເວົ້າວ່າ ຮ້ານເສີມສວຍ ຂອງຄົນຕ່າງປະເທດ ເປັນຕົ້ນ ຄົນວຽດນາມ ນັບມື້ ມີຫລາຍຂຶ້ນ, ຢາກໃຫ້ເຈົ້າໜ້າທີ່ ລົງກວດກາ ຢ່າງຕໍ່ເນື່ອງ ແລະ ເຂັ້ມງວດ ໂດຍສະເພາະ ພວກທີ່ມາລັກເປີດ ທຸຣະກິດ ຜິດກົດໝາຍD

"ຫລາຍອີ່ຫລີ ຕລາດຫັ້ນ ຮ້ານລາວ ບໍ່ພໍ 10 ຮ້ານດອກ ຂາຍອີ່ຫຍັງ ກໍມີແຕ່ພວກນີ້ເໝິດ ຫລາຍເຮັດຫຍັງກະແມ່ນພວກນີ້ ມັນຂາຍຮອດສິ້ນໄໝ ເຂົາກໍກວດໄປຈັ່ງຊັ້ນລະ ຄັນຮຽກເງິນຮຽກຄໍາ ເຂົາກະສິໃຫ້ກັນບໍ່ ຫລືຈັ່ງໃດ ກະບໍ່ຮູ້ ກໍຢາກໃຫ້ສງວນໄວ້ ລະເນາະ ກໍຢາກໃຫ້ ແຕ່ລະຄົນລາວນັ້ນລະ ຂາຍຄັນສິເວົ້າແລ້ວ ກະດາຍ ໃກ້ສິບໍ່ມີວຽກເຮັດງານທໍາແລ້ວ ກໍດີແຫລະ ຄັນເຮັດໄດ້ສິເຮັດ ໄດ້ບໍ່ ແນວເຂົາເງິນຫລາຍເນາະ ເຂົາເອົາເງິນຫວ່ານ ແພງເຂົາກໍຊື້ຮ້ານ ບ່ອນໃດມັນເໝາະ."

ຊາວວຽດນາມ ເຂົ້າມາລາວ ມັກເປີດທຸຣະກິດໄລຍະສັ້ນ ແລະ ຍ້າຍໄປບ່ອນໃໝ່ເລື້ອຍໆ, ໄປຫາຕາມບ້ານເຮືອນປະຊາຊົນກໍມີ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກ ກວດກາ ກົມການຄ້າພາຍໃນ ເວົ້າວ່າຜ່ານມາ ເຈົ້າໜ້າທີ່ ກໍເຂັ້ມງວດ ກວດກາຢູ່ ແຕ່ຍ້ອນຫລາຍຮ້ານ ເປັນທຸຣະກິດ ຂນາດນ້ອຍ ມາເປີດໄລຍະສັ້ນ ແລ້ວກໍຍ້າຍໄປເຮັດຢູ່ບ່ອນອື່ນເລື້ອຍໆ ເຮັດໃຫ້ມີຄວາມຫຍູ້ງຍາກ ໃນການກວດກາ.

"ຮ້ານເສີມສວຍ ກໍຫລາຍຢູ່ ແຕ່ວ່າ ຕົວເລກນີ໋ ບໍ່ຮູ້ບໍ່ແນ່ໃຈ ເພາະວ່າ ມັນມີບາງຮ້ານ ທີ່ເຂົາເປັນຮ້ານແບບນ້ອຍ ແລ້ວເຂົາ ກໍຢູ່ໄດ້ບໍ່ດົນ ແລ້ວເຂົາຍ້າຍໄປຕລອດ ມັນຈະບໍ່ເປັນ ຮ້ານປະຈໍາ ບາງເທື່ອກະດາຍ ຕັ້ງສິເຮັດ ກໍໄດ້ ແຕ່ວ່າ ມັນຕ້ອງ ໄດ້ມີເຈົ້າໜ້າທີ່ຫລາຍໆ ມາຊ່ອຍກັນ ອາສັຍແຕ່ສະເພາະການຄ້າ ແຕ່ບໍ່ໄດ້ ເຂົາກໍລົງກວດໃດ໊ ແຕ່ວ່າ ພື້ນທີ່ມັນກວ້າງ ແຕ່ວ່າ ພື້ນທີ່ ມັນກວ້າງເຮົາໄປບໍ່ໄດ້ ແບບນີ້."

ທີ່ຜ່ານມາ ເຈົ້າໜ້າທີ່ ໄດ້ລົງໄປກວດຕາມບ້ານ ແລະ ຕາມເມືອງ ປະມານ 3 ເດືອນ ເທື່ອນຶ່ງ ຫລື ໄປກວດກາຕາມທີ່ນາຍບ້ານ ແຈ້ງມາ. ສ່ວນຫລາຍ ຈະພົບເຫັນ ລັກເປີດຮ້ານ ໃນຫ້ອງເຮືອນ ຫລື ເຊົ່າເຮືອນປະຊາຊົນ ໃນໄລຍະສັ້ນໆ 5-6 ເດືອນ ເຮັດໃຫ້ເຈົ້າໜ້າທີ່ ລົງກວດກາ ກໍບໍ່ທົ່ວເຖິງ.

ຕາມຣະບຽບທຸຣະກິດ, ທີ່ຄົນວຽດນາມເຂົ້າເຮັດ ຢູ່ລາວນີ້ ເປັນວຽກ ທີ່ທາງການລາວ ສງວນ ໃຫ້ແຕ່ປະຊາຊົນລາວເຮັດ. ແຕ່ວຽກງານ ທີ່ຊາວວຽດນາມ ເຂົ້າມາເຮັດ ເຊັ່ນວຽກເສີມສວຍ ຕັດເຄື່ອງ ຄົນລາວເຮັດໜ້ອຍ ແລະ ມັກເອົາຄົນວຽດນາມ ເຂົ້າມາ ເຮັດໃຫ້. ເຈົ້າໜ້າທີ່ ກໍພະຍາຍາມ ກວດກາ ເຣື່ອງໃບອະນຸຍາດເຮັດວຽກ ແລະ ໜັງສື ຕັ້ງຮ້ານຕ່າງໆ. ຖ້າກວດພົບວ່າ ເຮັດຜິດຣະບຽບ ກໍສັ່ງໃຫ້ໂຈະ ແລະ ສັ່ງປິດຮ້ານໄປແລ້ວ ຈໍານວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.