ທາງການປິດປັ້ມນໍ້າມັນ ຂາດ ມາຕຖານ

ສຸພັດຕາ
2019.02.15
ປັ້ມນໍ້າມັນ ໃນພາກເໜືອ ຂອງ ສປປ ລາວ
RFA

ເຈົ້າໜ້າທີ່ກະຊວງວິທຍາສາດ ແລະເຕັກໂນໂລຊີ, ລົງກວດກາປັ້ມນໍ້າມັນ ໃນທົ່ວປະເທດປີ 2019 ນີ້ ພົບວ່າ, ຢູ່ຫຼາຍແຂວງຂອງລາວ ມີ ປັ້ມນໍ້າມັນຫຼາຍແຫ່ງ, ຂາຍນໍ້າມັນບໍ່ໄດ້ມາຕຖານ, ໂດຍສະເພາະໃນນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຈຶ່ງໄດ້ປັບໃໝ ແລະ ສັ່ງປິດຊົ່ວຄາວ, ໂດຍບໍ່ໄດ້ກໍານົດວ່າ ໃຫ້ປິດຈັກມື້, ຂຶ້ນຢູ່ກັບຜູ້ປະກອບການ, ຈະນໍານໍ້າມັນທີ່ບໍ່ໄດ້ມາຕຖານອອກໄປໃຫ້ໝົດເມື່ອໃດ, ແລະໃຫ້ຂໍ້ມູນແກ່ ເຈົ້າໜ້າທີ່ ຢ່າງຄົບຖ້ວນເສັຍກ່ອນ.

ຖ້າຫາກກວດພົບອີກ ເປັນຄັ້ງທີ່ສອງ, ຄັ້ງທີ່ສາມ, ກະຊວງການຄ້າຈະສັ່ງປິດປັ້ມນໍ້ານັ້ນແບບຖາວອນ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງ ວິທຍາສາດ ແລະເຕັກໂນໂລຊີ ນະຄອນຫຼວງວຽງຈັນ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 15 ກຸມພາ ນີ້ວ່າ:

“ເພາະວ່າມັນມີການລັກລອບເຂົ້າມາ, ເອົານໍ້າມັນກ໊າດແຄລໂລຊິນນີ້ມາປະສົມ, ໃນນໍ້າມັນເພື່ອເອົາລົງຂາຍ, ເມື່ອເຮົາເຈີປຸບເຮົາກໍລ໊ອກປັບ, ໄດ້ປິດຊົ່ວຄາວ, ໃຫ້ຂະເຈົ້າເອົານໍ້າມັນບໍ່ສອດຄ່ອງ, ຕາມມາຕຖານອອກໃຫ້ໝົດ, ຖ້າໃຫ້ຂໍ້ມູນຄົບຖ້ວນ ເຮັດກ່າວເຕືອນປັບໃໝ, ແລ້ວກໍ່ໃຫ້ ດໍາເນີນການຕໍ່ ຮອດຄັ້ງທີ່ 3 ກໍ່ຖືວ່າເຮົາປິດເລີຍແຫຼະ.”

ທ່ານກ່າວຕື່ມວ່າ, ຜູ້ປະກອບການປັ້ມນໍ້າມັນສ່ວນຫຼາຍ ນໍານໍ້າມັນເຂົ້າມາຈາກໄທ 85% ແລະວຽດນາມ 15%, ຊຶ່ງນໍ້າມັນທີ່ນໍາເຂົ້າມານັ້ນມີ ຄຸນນະພາບ, ແຕ່ຜູ້ປະກອບການ ຫຼືເຈົ້າຂອງປັ້ມນໍ້າມັນ ປົນນໍ້າມັນ ກ່ອນທີ່ຈະນໍາໄປຂາຍເພື່ອຫາກໍາໄລ ເຮັດໃຫ້ ປະຊາຊົນ ທີ່ໃຊ້ຍານ ພະນະຫະ ໄດ້ຮັບຜົນກະທົບ ຣົດແລ່ນບໍ່ອອກ ແລະ ມອດກາງທາງ, ດັ່ງທ່ານກ່າວວ່າ:

“ເມື່ອກ່ອນເຮົາຍັງບໍ່ມີໜ່ວຍງານກວດກາ ມັນແຜ່ລະບາດຫຼາຍຢູ່ ທີ່ວ່າຣົດເຂົາ ໄປໃຊ້ນໍ້າມັນແລ້ວມີບັນຫາ, ຣົດແລ່ນບໍ່ອອກ ສ້ອມມາຈັກດັບ ເລີຍ ຫຼັງຈາກເຮົາກວດກາປັບໂຕ ໃຫ້ບັນດາຜູ້ປະກອບການ ບັນດາເຈົ້າຂອງປັ້ມນັ້ນ ກໍເລີ້ມມີສະຕິ ແລະເຂົາກໍ ຫຼຸດຜ່ອນລົງ.”

ຢ່າງໃດກໍຕາມ ອີງຕາມຂໍ້ມູນຂອງທາງການລາວ ເຈົ້າຂອງປັ້ມນໍ້າມັນ ທີ່ປົນນໍ້າມັນເພື່ອສ້າງກໍາໄລນັ້ນ, ໄດ້ຫຼຸດໜ້ອຍລົງແລ້ວ ໃນປີ 2018, ຫາກທຽບໃສ່ ປີ 2017 ແລະ ໃນປີ 2019 ນີ້ ທາງການຕັ້ງເປົ້າໝາຍໄວ້ວ່າ ຈະໃຫ້ຫຼຸດລົງເຫຼືອ 10%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.