ໂຄງການສນາມບິນ ຂ.ຫົວພັນ
2013.03.13

ໂຄງການ ສນາມບິນ ທີ່ ແຂວງຫົວພັນ ກະຕຽມ ເປິດພິທີ ການກໍ່ສ້າງ ຢ່າງເປັນ ທາງການ.
ເຈົ້າຫນ້າທີ່ ແຂວງຫົວພັນ ທ່ານນຶ່ງ ເວົ້າວ່າ ໂຄງການ ເດີ່ນເຮືອບີນ ໃນເຂດບ້ານ ຫນອງຄ້າງ ເມືອງຊຳເຫນືອ ແຂວງຫົວພັນ ໄດ້ຕຽມຈັດພິທີ ເປີດການ ກໍ່ສ້າງ ຢ່າງເປັນ ທາງການ ຫລັງຈາກ ທາງການແຂວງ ໄດ້ປະຊຸມກັນ ໃນອາທິດ ທີ່ຜ່ານມາ ເຖິງແມ່ນວ່າ ທາງການ ຍັງບໍ່ຮູ້ວ່າ ຈະມີຈັກ ບໍຣິສັດ ເຂົ້າຮ່ວມ ການລົງທຶນ ໃນການ ກໍ່ສ້າງກໍຕາມ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ມື້ອຶ່ນ ມື້ຮືນີ້ ເຂົາຊີ່ເປີດ ໂຄງການ ການກໍ່ສ້າງ ຈະເປີດ ການກໍ່ສ້າງ ເປັນທາງການ ຊື່ໆ ບໍຣິສັດໃດ ຊີ່ເຮັດ ຍັງບໍ່ຮູ້ເທື່ອ".
ທ່ານກ່າວ ຕໍ່ໄປວ່າ ກ່ອນຫນ້ານີ້ ໃນປີ 2012 ບໍຣິສັດ ຫົງອານ ໄກລາຍ ຈາກ ວຽດນາມ ໄດ້ສເນີ ຈະເປັນຜູ້ ກໍ່ສ້າງ ສນາມບີນ ດັ່ງກ່າວ ແຕ່ຕໍ່ມາ ຍັງບໍ່ມີ ຄວາມຄືບຫນ້າ ເລີຍ ໃນປັດຈຸບັນ ຍັງບໍ່ຮູ້ວ່າ ບໍຣິສັດໃດ ຈະເປັນຜູ້ ລົງທຶນ ກໍ່ສ້າງ. ເຖິງຢ່າງໃດ ກໍຕາມ ທ່ານວ່າ ທາງການ ແຂວງ ຍັງບໍ່ມີ ການຕົກລົງກັນ ເທື່ອວ່າ ສນາມບິນ ແຫ່ງນີ້ ຈະຖືກສ້າງ ພາຍໃນ ປີນີ້ຫລືບໍ ຊຶ່ງຕ້ອງໄດ້ ລໍຖ້າ ບໍຣິສັດ ເຂົ້າມາລົງທຶນ ກໍ່ສ້າງກ່ອນ ຈຶ່ງຈະສາມາດ ບອກເວລາ ແລະ ແຮງງານ ທີ່ຈະໃຊ້ ໃນການ ກໍ່ສ້າງ ດັ່ງກ່າວໄດ້.
ແຕ່ ສຳລັບ ວຽກງານ ການກໍ່ສ້າງ ຖນົນ ເຂົ້າໄປຫາ ພື້ນທີ່ ທີ່ຈະສ້າງ ສນາມບິນ ນັ້ນໄດ້ ສຳເຣັດເກືອບ ສົມບູນ ຫມົດແລ້ວ. ຂ່າວທີ່ວ່າ ຊາວບ້ານຈຳນວນ 100 ກວ່າຄອບຄົວ ທີ່ຈະຖືກ ໂຍກຍ້າຍນັ້ນ ເທົ່າເຖິງ ປັດຈຸບັນ ຍັງບໍ່ທັນ ໂຍກຍ້າຍ ເທື່ອ ແຕ່ກຸ່ມຊາວບານ ທຸກຄົນ ກໍຕຽມພ້ອມ ທຸກເມື່ອ ຖ້າມີຄຳສັ່ງ ໃຫ້ໂຍກຍ້າຍ ດ້ວຍຄ່າຊົດເຊີຍ ທີ່ເໝາະສົມ, ສນາມ ບິນດັ່ງກ່າວ ເປັນສາມບິນ ພາຍໃນ ປະເທດ.