ໂຄງການເດີ່ນບິນ ຂ.ຫົວພັນ
2013.06.26

ປັຈຈຸບັນ ຢູ່ ແຂວງຫົວພັນ ເລີ່ມມີຝົນ ຕົກແຮງ ຕິດຕໍ່ກັນ ຫລາຍມື້ ເຮັດໃຫ້ ໂຄງການ ເດີ່ນບິນ ສາກົລ ໜອງຄ້າງ ໃນເມືອງ ຊໍາເໜືອ ມີອຸປສັກ ຍ້ອນເປັນ ຊ່ວງ ຂອງການ ກວດຫາ ຣະເບີດ ຝັງດິນ ໃນ ບໍຣິເວນ ໂຄງການ ແລະ ເວລາ ຝົນຕົກ ທາງ ເຈົ້າໜ້າທີ່ ກໍ ບໍ່ສາມາດ ເຮັດວຽກໄດ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ຫົວພັນ. ທ່ານກ່າວວ່າ:
"ມີແຕ່ ສໍາຣວດ ຣະເບີດ ຕົກຄ້າງ ເຂົາກໍ ສໍາຣວດ ຕາມວຽກ ຂອງເຂົາຢູ່ ມື້ໃດຝົນຕົກ ເຂົາກໍພັກ ເຂົາເຮັດບໍ່ໄດ້ ເຂົາກໍພັກ ມື້ໃດບໍ່ນັ້ນ ເຂົາກໍເຮັດວຽກ".
ທ່ານກ່າວ ຕໍ່ໄປວ່າ ການສໍາຣວດ ແລະ ຂຸດຄົ້ນ ຣະເບີດ ໃນເຂດ ໂຄງການ ນັ້ນ ຍັງຄາດການ ບໍ່ໄດ້ວ່າ ຈະສໍາເຣັດ ໃນຍາມໃດ ຍ້ອນ ອຸປສັກ ໃນຊ່ວງ ຣະດູຝົນ ເພາະ ເຄື່ອງກວດຫາ ຣະເບີດ ບໍ່ມີ ປະສິດທິພາບ ຫາກ ຝົນຕົກ ແລະ ດິນຂີ້ຕົມ ກໍ່ສ້າງ ຄວາມລໍາບາກ ຕື່ມອີກ.
ຢ່າງໃດ ກໍຕາມ ທ່ານວ່າ ພາຍຫລັງ ການເກັບກູ້ ຣະເບີດ ໂຄງການ ເດີ່ນບິນ ກໍຈະເລີ່ມ ກໍ່ສ້າງ ທັນທີ ຊຶ່ງໄດ້ມີ ການວາງ ສີລາລຶກ ເມື່ອເດືອນ ມີນາ ຜ່ານມາ. ສ່ວນວຽກງານ ສ້າງທາງ ເຂົ້າເດີ່ນບິນ ນັ້ນ ເກືອບຈະ ສໍາເຣັດ ຮຽບຮ້ອຍ ແລ້ວ.
ເຣື່ອງຄົນງານ ກໍ່ສ້າງ ນັ້ນ ກໍມີ ແນວໂນ້ມສູງ ທີ່ຈະໃຊ້ ຄົນງານ ວຽດນາມ ຫລາຍກວ່າ ຄົນລາວ, ຖ້າເປັນດັ່ງນັ້ນ ກໍຈະບໍ່ ເປັນໄປ ຕາມ ກົດຣະບຽບ ການນໍາເຂົ້າ ແຮງງານ ຕ່າງປະເທດ ທີ່ໄດ້ມີ ຂໍ້ກໍານົດ ໄວ້ວ່າ ຫ້າມນໍາ ແຮງງານ ຕ່າງປະເທດ ເຂົ້າມາ ເກີນ 20 ສ່ວນຮ້ອຍ ຂອງ ຈໍານວນ ຄົນງານ ທັງໝົດ.