ສນາມບິນບໍ່ແກ້ວຈະລົງມືແລ້ວ
2014.03.25

ພິທີ ວາງ ສີລາເຣີກ ສ້າງ ສນາມບິນ ຢູ່ເຂດ ເສຖກິດ ພິເສດ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ມີຂຶ້ນ ເມື່ອ ຕົ້ນເດືອນ ມິນາ ນີ້, ຕາມລາຍ ງານ ໜັງສືພິມ ຜູ້ຈັດການ ທີ່ ອ້າງຕາມ ແຫລ່ງຂ່າວ ທ້ອງຖິ່ນ ຊຽງຣາຍ.
ຣາຍງານວ່າ ໃນພິທີ ວາງ ສີລາເຣີກ ມີທ່ານ ຈອມສີ ຣັດຕະນະປັນ ເຈົ້າເມືອງ ເມືອງ ຕົ້ນເຜິ້ງ ຮ່ວມກັບ ທ່ານ ຈ້າວເຫວີຍ ປະທານ ກຸ່ມ ທຸຣະກິດ ດອກງີ້ວ ຄໍາ ທີ່ ເປັນເຈົ້າຂອງ ລົງທຶນ ທຸຣະກິດ ຄາຊີໂນ ຄິງສ໌ໂຣມັນ, ໂຮງແຮມ, ຮ້ານຄ້າ ຄົບວົງຈອນ ຮ່ວມທັງ ສະຖານທີ່ ທ່ອງທ່ຽວ. ໂຄງການ ຄາຊີໂນ ຄິງສ໌ໂຣມັນ ຕັ້ງຢູ່ໃນ ພື້ນທີ່ ປະມານ 1,200 ເຮັກຕາ.
ຣາຍງານວ່າ ກ່ອນ ຈະລົງມື ສ້າງນີ້ ບໍຣິສັດ ຈະຈ່າຍຄ່າ ຊົດເຊີຽ ທີ່ດິນ ໃຫ້ຊາວບ້ານ ສີບຸນເຮືອງ ແລະ ບ້ານກວ້ານ 46 ຄອຍຄົວ ໄຮ່ລະ 116,400 ບາດ ແລ້ວໃຫ້ ຍ້າຍໄປ ຫາຢູ່ ຫາກິນ ບ່ອນໃໝ່ ຫລັງຈາກ ເຈົ້າແຂວງ ບໍ່ແກ້ວ ໄດ້ໄປ ເຈຣະຈາ ກັບ ຊາວບ້ານ, ແຕ່ວ່າ ຣະຫ່ວາງ ວັນທີ່ 20-25 ເດືອນ ມົກຣາ
ຜ່ານມາ ຊາວບ້ານ 6 ບ້ານ ໃນເຂດ ເມືອງ ຕົ້ນເຜິ້ງ ໄດ້ອອກມາ ຄັດຄ້ານ ບໍ່ໃຫ້ ບໍຣິສັດ ມາດຸດ ໄຮ່ນາ ຂອງ ເຂົາເຈົ້າ ເພື່ອສ້າງ ສນາມບິນ.
ຊາວບ້ານ ຮຽກຮ້ອງ ຄ່າຊົດເຊີຽ ທີ່ດິນ ໄຮ່ລະ 300,000 ບາດ. ຊາວບ້ານວ່າ ເງິນຄ່າ ຊົດເຊີຽ ທີ່ ໄດ້ມາ ຈະໄປຫາ ຊື້ທີ່ດິນ ບ່ອນໃດ ກໍບໍ່ໄດ້ ອີກແລ້ວ. ໂຄງການ ສ້າງ ສນາມບິນ ແຫ່ງນີ້ ທາງການລາວ ໄດ້ ລົງນາມ ສັນຍາ ໃຫ້ ບໍຣິສັດ ຂອງຈີນ ລົງທຶນ ກ່ອນ ແລ້ວ ທາງ ການລາວ ຈະຈ່າຍຄືນ ໂດຍຫັກ ເອົາຈາກ ຄ່າເຊົ່າ ທີ່ດິນ ຄ່າ ທໍານຽມ ແລະ ຄ່າພາສີ ຕ່າງໆ.
ສນາມບິນ ນີ້ ທາງແລ່ນ ຂື້ນ-ລົງ ມີ ຄວາມຍາວ ປະມານ 2,700 ແມັດ ແລະ ສາມາດ ຂຍາຍໄດ້ ເຖິງ 3,000 ແມັດ.