ເຂື່ອນນໍ້າງຽບ-1 ແກັສລະເບິດ ແມ່ນ ອຸບັດຕິເຫດ

ໄມຊູລີ
2017.08.08
f-nam-ngiep-1 ການກໍ່ສ້າງເຂື່ອນ ນໍ້າງຽບ-1 ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ
Screen captured Namngiep1 Power Company video

ຜົນການກວດສອບຄົ້ນຫາສາເຫດ ຂອງທໍ່ແກັສລະເບິດ ໃນບໍຣິເວນການກໍ່ສ້າງ ເຂື່ອນນໍ້າງຽບ-1 ຢູ່ແຂວງບໍຣິຄໍາໄຊ ນັ້ນ ເຈົ້າໜ້າທີ່ ຕໍາຣວດ ສັນນິຖານ ວ່າເປັນຍ້ອນ ອຸບັດຕິເຫດ ຣະຫວ່າງ ການປະຕິບັດ ວຽກງານ ທີ່ເຮັດໃຫ້ ຄົນງານວຽດນາມ ເສັຽຊີວິດ 6 ຄົນ ແລະບາດເຈັບ 2 ຄົນ. ດັ່ງເຈົ້າໜ້າທີ່ ໂຄງການເຂື່ອນນໍ້າງຽບ-1 ກ່າວວ່າ:

“ເຂົາເຈົ້າວ່າເປັນອຸບັຕຕິເຫດເນາະ ເຂົາເຈົ້າຄົນງານຂອງຊົງດານ່າ ຫາມໂຕອັນຊິລິນເດີ້ໄປ ໄປຈາກບ່ອນ ທີ່ເຂົາເຈົ້າເຄື່ອນຍ້າຍ ອີກບ່ອນນຶ່ງ ກັບບ່ອນທີ່ເກິດເຫດ ກະບ່ອນດຽວກັນຫັ້ນນະ ປົງມັນລົງພໍດີ ໃນຣະຍະທີ່ ປົງມັນລົງຫັ້ນ ຕົວນີ້ຕໍາຣວດເຂົາເຈົ້າ ສັນນິຖານວ່າ ມັນອາດຈະ ຫລຸດມື ຫລຸດມືແລ້ວພໍດີ ມັນກໍແຕກເລີຍ”.

ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ທໍ່ແກັສລະເບີດຄັ້ງນີ້ ສ້າງຄວາມເສັຽຫາຍ ເຮັດໃຫ້ເກີດຫລຸມ ກວ້າງກວ່າ 2 ແມັດ ແລະເລິກປະມານ 50 ຊັງຕີ ແມັດ ຢູ່ເທິງຜນັງຄອນກຣີດ ຂອງຕົວເຂື່ອນນ້ໍາງຽບ-1 ຊຶ່ງປັຈຈຸບັນນີ້ ຕ້ອງໄດ້ໂຈະ ການກໍ່ສ້າງເຂື່ອນ ຊົ່ວຄາວຈົນກວ່າ ຈະມີການກວດ ສອບຢ່າງຣະອຽດ ອີກເທື່ອນຶ່ງ ຈຶ່ງຈະເລີ້ມປະຕິບັດ ວຽກງານໄດ້ ທ່ານກ່າວວ່າ:

“ຕອນນີ້ຍັງຢຸດຢູ່ ໃຫ້ເຂົາເຈົ້າເບິ່ງ ຄວາມປອດພັຍກ່ອນ ເຂົາເຈົ້າກໍາລັງຢຸດວຽກ ຂ້ອນຂ້າງຢຸດວຽກດົນແດ່ ເຮົາຈະມີ 4 contractor ເນາະ ການໂຍທານີ້ ຈະຢຸດເລີຍ”.

ທ່ານວ່າ ຕອນນີ້ບໍຣິສັດທີ່ເປັນ sub-contract ຕົວຢ່າງບໍຣິສັດຊົງດາ ຈາກວຽດນາມ ທີ່ເປັນນາຍຈ້າງ ຂອງຄົນງານວຽດນາມ ທີ່ເສັຍຊີວິດ ນັ້ນທາງບໍຣິສັດ ກໍາລັງທົບທວນ ເບິ່ງສັນຍາປະກັນພັຍ ຂອງເຂົາເຈົ້າ ເພື່ອຈະຈ່າຍຄ່າຊົດເຊີຍ ໃຫ້ທາງຄອບຄົວ ແລະວ່າທີ່ຜ່ານມາທາງ ບໍຣິສັດກໍໄດ້ ອອກຄ່າໃຊ້ຈ່າຍ ເພື່ອເຂື່ອນຍ້າຍສົພ ຂອງຜູ້ຕາຍ ແລະຈ່າຍຄ່າປິ່ນປົວ ແກ່ຄົນງານ 2 ຄົນ ທີ່ຮັບບາດເຈັບ ຈາກອຸບັດຕິເຫດ ໃນຄັ້ງນີ້ ຮຽບຮ້ອຍແລ້ວ.

ເຂື່ອນນໍ້າງຽບ-1 ເປັນໂຄງການເຂື່ອນໄຟຟ້າຂນາດໃຫຍ່ ຢູ່ແຂວງບໍຣິຄໍາໄຊ ຈະມີພລັງຜລິດ ກະແສໄຟຟ້າ 272 megawatt. ເບື້ອງຕົ້ນ ມີກໍານົດຈະສ້າງສໍາເຣັດ ພາຍໃນທ້າຍປີ 2018 ແລະຄາດວ່າຈະເລີ້ມຜລິດ ກະແສໄຟຟ້າ ໃນຕົ້ນປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.