ຊາວບ້ານຈາກເຂື່ອນນໍ້າເທີນ 1 ໄດ້ຄ່າຊົດເຊີຍ
2020.09.14

ຊາວບ້ານທັງ 7 ບ້ານ ມີ 624 ຄອບຄົວ ທີ່ໄດ້ຮັບຜົລກະທົບ ແລະຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ ຫ້ວຍຫອຍ ຈາກໂຄງການກໍ່ສ້າງເຂື່ອນ ນໍ້າເທີນ 1 ຢູ່ເມືອງວຽງທອງ ແຂວງບໍຣິຄໍາໄຊ ໄດ້ຮັບເງິນ ຄ່າຊົດເຊີຍ 100% ຄົບໝົດທຸກຄອບຄົວແລ້ວ ເມື່ອເດືອນສິງຫາ ຜ່ານມານີ້, ແຕ່ຊາວບ້ານ ສ່ວນຫຼາຍ ຍັງບໍ່ມີວຽກເຮັດ, ບໍ່ມີອາຊີບ ແລະ ຄິດຮອດບ້ານເກົ່າ ທີ່ເຄີຍເຮັດໄຮ່ ເຮັດນາ, ດັ່ງຊາວບ້ານທີ່ໄດ້ ຮັບຜົລກະທົບ ແລະຖືກໂຍກຍ້າຍ ມາຢູ່ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍຣິຄໍາໄຊ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ກັນຍານີ້ວ່າ:
“ໄດ້ໝົດແລ້ວບໍ ໝົດແລ້ວ, ໂອ້...ກະບໍ່ຢາກອັນນັ້ນປານໃດແຫຼະ ຈໍານວນນຶ່ງ ກະບໍ່ຢາກກຸ້ມກິນປານໃດແຫຼະ ຜູ້ມີດິນໜ້ອຍກະໄດ້ໜ້ອຍ, ມັນກະຄິດຮອດບ້ານເກົ່າ ບ້ານຫຍັງແລ້ວ ຫົນທາງສະດວກ ມັນຈິດໃຈຄິດຮອດທ້ອງຖິ່ນເກົ່າ, ກະມີແຕ່ ແຕ່ລະເດືອນກະລໍຖ້າ ແຕ່ເບັ້ຍລ້ຽງ ຫັ້ນແຫຼະ ເພາະວ່າໄຮ່ນາເຮົາ ກະບໍ່ໄດ້ເຮັດເດ້ ປີນີ້.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ສໍາລັບເຮືອນຫຼັງໃໝ່ ພ້ອມກັບໂຄງສ້າງພື້ນຖານ ທີ່ບໍຣິສັດ ແລະ ແຂວງສ້າງໃຫ້ນັ້ນ ມັນກໍດີ, ແຕ່ຍັງຄິດຮອດ ເຮືອນຫຼັງເກົ່າທີ່ເຄີຍຢູ່ ເຄີຍກິນຢູ່ມາຫຼາຍ 10 ປີ, ເຄີຍເຮັດໄຮ່ເຮັດນາ ລ້ຽງເປັດລ້ຽງໄກ່, ແຕ່ມາດຽວນີ້ ບໍ່ມີຮອດວຽກເຮັດງານທໍາ ເພາະ ທາງການຍັງບໍ່ໄດ້ ຈັດສັນທີ່ດິນໃຫ້ເທື່ອ ໄດ້ແຕ່ລໍຖ້າເງິນອຸດໜຸນຣາຍເດືອນ ຈາກບໍຣິສັດ ແລະ ແຂວງເທົ່ານັ້ນ.
ການຊົດເຊີຍເງິນໃຫ້ກັບຊາວບ້ານທີ່ໄດ້ຮັບຜົລກະທົບ ແລະ ຖືກໂຍກຍ້າຍນັ້ນ, ບໍຣິສັດ ໄດ້ຊົດເຊີຍໃຫ້ໃນອັດຕຣາ ທີ່ຣັຖບານກໍານົດ ຄື: ດິນໄຮ່-ດິນນາ ຈໍານວນ 120 ລ້ານກີບ ຕໍ່ ເຮັກຕ່າຣ, ດິນເຮືອນ ດິນປຸກສ້າງ ຈໍານວນ 20 ພັນກີບ ຕໍ່ຕາແມັດ, ແຕ່ລະຄອບຄົວ ກໍຈະ ຮັບເງິນຊົດເຊີຍ ຕ່າງກັນ ຂຶ້ນກັບວ່າ ຄອບຄົວໃດ ມີດິນໜ້ອຍດິນຫຼາຍ.
ປັດຈຸບັນ ຊາວບ້ານທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນຫ້ວຍຫອຍ ໄດ້ຮັບເງິນອຸດໜຸນ ຄ່າເຂົ້າແລະຄ່າອາຫານ ປະມານ 200,000 ກີບ ຕໍ່ຄົນຕໍ່ເດືອນ ເປັນໄລຍະເວລາ 3 ປີ ຈາກບໍຣິສັດ ເຂື່ອນນໍ້າເທີນ 1 ເຊິ່ງເຣີ່ມຈ່າຍມາ ແຕ່ເດືອນ ພຶສພາ ປີ 2020.
ຊາວບ້ານທີ່ຖືກໂຍກຍ້າຍ ອີກຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄດ້ ຮັບເງິນຊົດເຊີຍຄົບໝົດທຸກ ຄອບຄົວແລ້ວ, ແລະ ດຽວນີ້ກໍາລັງຂຶ້ນແຜນ ຂໍເງິນກັບບໍຣິສັດ ເຂື່ອນ ນໍ້າເທີນ 1 ຈໍານວນ 3 ລ້ານ ກີບຕໍ່ເດືອນ ເພື່ອນໍາມາໃຊ້ ບໍຣິຫານວຽກງານຕ່າງໆ ພາຍໃນບ້ານຈັດສັນ ຫ້ວຍຫອຍ ເຊັ່ນ: ກອງປະຊຸມບ້ານ ແລະການຄຸ້ມຄອງ-ກວດກາເວນຍາມ ເຂດ ຈັນສັນ ແຕ່ ບໍຣິສັດ ກໍຍັງບໍ່ ອະນຸມັດເງິນ ໃຫ້ເທື່ອ:
“ເອີ່ໄດ້ໝົດແລ້ວໆ ຂອງປະຊາຊົນຫັ້ນແກ້ໝົດແລ້ວ, ບ້ານກະຍັງມີແຕ່ເພິ່ນ ແຈ້ງຕອບມາ ເຫັນດີແກ້ເປັນເງິນອຸດໜຸນ ຄະນະບ້ານກໍາລັງ ຂຶ້ນແຜນໄປ ກະບໍ່ເຫັນເພິ່ນອະນຸມັດ ມາປານນີ້.”
ເຈົ້າໜ້າທີ່ ຫ້ອງການເມືອງວຽງທອງ ແຂວງບໍຣິຄໍາໄຊ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ຈ່າຍເງິນຊົດເຊີຍ ໃຫ້ຊາວບ້ານທີ່ໄດ້ຮັບ ຜົລກະທົບ ແລະຖືກໂຍກຍ້າຍຄົບແລ້ວ 100% ໃນເດືອນສິງຫາ ຜ່ານມາ ພາຍຫຼັງວ່າຈະຈ່າຍ ແຕ່ເດືອນມິນາ-ເມສາ ແຕ່ເກີດລ້າຊ້າ ຍ້ອນການຣະບາດຂອງເຊື້ອ ໄວຣັສໂຄວິດ-19, ແລະ ປັດຈຸບັນ ກໍກໍາລັງຊອກຫາດິນ ປະມານ 1,000 ປາຍ ເຮັກຕ່າຣ ເພື່ອບຸກເບີກເນື້ອທີ່ ທໍາການຜລິດ ໃຫ້ຊາວບ້ານທີ່ຖືກໂຍກຍ້າຍ ຄາດວ່າຈະໃຊ້ໄລຍະ ເວລາ 3 ປີ ຈຶ່ງຈະຈັດ ສັນໃຫ້ຊາວບ້ານໄດ້ໝົດ 100% ເນື່ອງຈາກເປັນເຂດພູສູງ ບໍ່ມີທົ່ງພຽງ:
“ເອີ່; ກະຈ່າຍດົນແລ້ວ, ຄືວ່າຕາມໄດ້ຍິນຄ້າວໆ ຢູ່ໃນໂຄງການມີປະມານ 1,000 ກວ່າເຮັກຕ່າຣນີ້ແຫຼະ ອັນນີ້ລະຕ້ອງໄດ້ສເນີຫາຣັຖບານ ອະນຸມັດ.”
ກ່່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກພະລັງງານແລະບໍ່ແຮ່ ແຂວງບໍຣິຄໍາໄຊ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າເງິນຊົດເຊີຍ ທີ່ຊາວບ້ານຫ້ວຍຫອຍ ໄດ້ຮັບນັ້ນ ຖືວ່າເປັນເງິນຊົດເຊີຍ ສູງກວ່າ ໂຄງການອື່ນໆ ຜ່ານມາ ແລະຢາກໃຫ້ຊາວບ້ານຮູ້ຈັກ ເກັບອອມ ແລະຊອກຊື້ດິນບ່ອນໃໝ່ ບໍ່ແມ່ນນໍາເງິນໄປໃຊ້ຈ່າຍຟຸມເຟືອຍ.
"ຄັນເວົ້າໂຕນີ້ ມັນກະຍາກຫັ້ນແຫຼະ ດຽວນີ້ເຂົາໄດ້ເງິນແລ້ວ ເຂົາກະໄປຊອກນາໃດ໋, ຈັກຊິເປັນແນວໃດ ຫຼັງຈາກໝົດສັນຍາເຂົາລ້ຽງ ໃຊ້ເງິນບໍ່ເປັນ ແລ້ວໄປຊື້ຄໍາໃສ່ ຊື້ຣົດຂີ່ຫັ້ນ, ເງິນຝາກ ທະນາຄານເບາະ ຫຼືວ່າຊື້ໄຮ່ຊື້ນາເຮັດເບາະ ເອີ່....ໄຄອັນນັ້ນນະ.”
ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາ ບໍຣິສັດເຂື່ອນນໍ້າເທີນ 1 ເພື່ອຖາມເຖິງຣາຍຣະອຽດ ໃນການຈ່າຍເງິນຊົດເຊີຍ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຄວາມເຫັນໃດໆ.
ແຕ່ສືບເນື່ອງຈາກການຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ເຮັດໃຫ້ການກໍ່ສ້າງ ໂຄງການເຂື່ອນນໍ້າເທີນ 1 ເກີດຄວາມລ່າຊ້າ ແລະອາຈ ກະທົບຕໍ່ ການຊື້-ຂາຍໄຟຟ້າ ກັບໄທຍ ໃນປີ 2022 ນັ້ນ, ເຊິ່ງເຈົ້າໜ້າທີ່ ຝ່າຍໂຄງການກໍ່ສ້າງ ເຂື່ອນນໍ້າເທີນ 1 ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ການກໍ່ສ້າງມີຄວາມຄືບໜ້າ ໄປແລ້ວປະມານ 45% ແຕ່ຍັງບໍ່ ສາມາດໃຫ້ຄໍາຕອບໄດ້ວ່າ ຈະສໍາເຣັດຕາມແຜນ ຫຼືບໍ່ ແລະກໍາລັງເລັ່ງມືກໍ່ສ້າງ ເພື່ອໃຫ້ໂຄງການ ສໍາເຣັດຕາມແຜນ:
“ແມ່ນແຫຼະ ແມ່ນແຫຼະ ເລັ່ງກໍ ເພິ່ນວ່າ 2 ປີໃຫ້ມັນແລ້ວ ວ່າຊັ້ນ ທັງເວັນທັງຄືນເລີຍ ສຸມໃສ່ຂນາດ ເລັ່ງໃສ່ຢູ່ດຽວນີ້.”
ຫຼ້າສຸດນີ້ ໃນມື້ວັນທີ 31 ສິງຫາ 2020 ຜ່ານມາ, ກຸ່ມບໍຣິສັດ ຜູ້ລົງທຶນໂຄງການເຂື່ອນນໍ້າເທີນ 1 ໄດ້ມອບອາຄານຮຽນ ແລະໂຮງໝໍນ້ອຍ ໃຫ້ກັບຊາວບ້ານ ບ້ານຫ້ວຍຫອຍ ໂດຍມີທາງ ການແຂວງບໍຣິຄໍາໄຊ, ທາງການເມືອງວຽງທອງ ແລະຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈໍານວນນຶ່ງເຂົ້າຮ່ວມ ແລະໃນໂອກາດດຽວກັນນີ້ ທ່ານຄໍາເຕີມ ອິນທິລາດ ຜູ້ຈັດການພາກສນາມ ໂຄງການ ເຂື່ອນນໍ້າເທີນ 1 ກ່າວວ່າ ໂຄງການດັ່ງກ່າວ ເຣີ່ມກໍ່ສ້າງມາແຕ່ເດືອນ ກຸມພາ ປີ 2019 ໂດຍກຸ່ມບໍຣິສັດ ພອນສັກ ໃຫ້ເງິນກໍ່ສ້າງ ທັງໝົດ.
ໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 ມີຂນາດ 650 ເມກາວັດ ມູນຄ່າ ລົງທຶນ 934,5 ລ້ານ ໂດລ່າ ສະຫະຣັຖ ເຣີ່ມກໍ່ສ້າງມາ ແຕ່ປີ 2014 ແລະ ມີກໍານົດສ້າງສໍາເຣັດ ແລະ ຊື້ຂາຍໄຟຟ້າ ໃນປີ 2022 ໂດຍມີການຮ່ວມທຶນ ຣະຫວ່າງປະເທດ ຄື: ກຸ່ມບໍຣິສັດພອນສັກ 60%, ບໍຣິສັດເອັກໂກ ກລຸ໊ບ ຂອງໄທຍ 25% ແລະ ບໍຣິສັດຜລິດໄຟຟ້າລາວ 15%, ອີງຕາມສັນຍາ ຊື້-ຂາຍ ຈະຂາຍໄຟຟ້າໃຫ້ ໄທຍ 520 ເມກາວັດ ແລະ ຣັຖວິສາຫະກິຈໄຟຟ້າລາວ 130 ເມກາວັດ ເປັນໄລຍະເວລາ 27 ປີ.