ຊາວບ້ານບາງຄອບຄົວ ປະຕິເສດ ຄ່າຊົດເຊີຍ
2019.03.19

ປະຊາຊົນ 7 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນນໍ້າເທີນ 1 ເມືອງວຽງທອງ ແຂວງບໍຣິຄໍາໄຊ ແລະຕ້ອງໂຍກຍ້າຍ ໄປຢູ່ບ້ານ ຈັດສັນ ພາຍໃນເດືອນທັນວາ ນີ້ນັ້ນ, ປັຈຈຸບັນປະມານ 125 ຄອບຄົວ ຍັງບໍ່ຍອມຮັບຂໍ້ສເນີ ກ່ຽວກັບຄ່າຊົດເຊີຍ ຂອງທາງການ ເພາະ ເຫັນວ່າ ຣາຄາບໍ່ເໝາະສົມ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທ້ອງຖິ່ນ ບ້ານນຶ່ງທີ່ໄດ້ຮັບ ຜົນກະທົບ ໃນວັນທີ່ 19 ມີນາ ນີ້:
“ຈໍານວນນຶ່ງ ຍັງຂັດຂ້ອງ ເປັນຫລາຍພາກສ່ວນ, ສ່ວນຫລາຍເຂົາກໍເປິດບັນຊີແລ້ວ, ບັນຊີທະນານຄານແລ້ວ, ແຈ້ງຊັບສິນຫມົດແລ້ວເດ້ ເຂົາກໍມາແຈ້ງໝົດແລ້ວເດ້ ຍັງຈໍານວນນຶ່ງ ຂັດຂ້ອງຫັ້ນນະ 100 ເຮືອນ ແລ້ວຂັດຂ້ອງ 20 ຫລັງຄາເຮືອນ ປະມານ 20 ສ່ວນຮ້ອຍ ນີ້ລະ.”
ເຣື້ອງຄ່າຊົດເຊີຍນັ້ນ ທາງການຕີຣາຄາ ດິນເຮືອນ ໃຫ້ປະຊາຊົນ ເຮັກຕາຣ໌ ລະ 68 ລ້ານກີບ, ດິນນາເຟືອງ ເຮັກຕາຣ໌ ລະ 120 ລ້ານກີບ, ສ່ວນດິນເຮັດ ສວນນັ້ນ ເຮັກຕາຣ໌ ລະ 40-80 ລ້ານກີບ ຂຶ້ນຢູ່ກັບວ່າ ປູກພຶດ ຊນິດໃດ. ຕໍ່ຣາຄາ ທີ່ກ່າວມານີ້ ສ່ວນໃຫຍ່ແລ້ວ ປະຊາຊົນ ກໍພໍໃຈ ແຕ່ຜູ້ທີ່ບໍ່ພໍໃຈນັ້ນ ແມ່ນ ຜູ້ທີ່ຢາກ ສ້າງເຮືອນພັກ ຫຼື ບ່ອນທ່ອງທ່ຽວ.
ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ປັຈຈຸບັນຜູ້ທີ່ຍັງບໍ່ພໍໃຈ ຈາກການຊົດເຊີຍນີ້ ຍັງບໍ່ມາແຈ້ງຣາຍການຊັບສິນ ແລະ ຍັງບໍ່ຍື່ນຕໍ່ອໍານາດການປົກຄອງ ບ້ານແລະເມືອງ ເທື່ອ, ວ່າຈະຂໍໃຫ້ ທາງການປັບຄ່າຊົດເຊີຍໃຫ້ອີກ ເຮັກຕາຣ໌ ລະ 20-50 ລ້ານກີບທັງດິນເຮືອນ ແລະ ດິນສວນ.
ເຖິງຢ່າງໃດກໍຕາມ ກ່ຽວກັບເຣື້ອງ ຮຽກຮ້ອງຂອງຊາວບ້ານ 125 ຄອບຄົວທີ່ວ່ານີ້ ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງບໍຣິຄໍາໄຊ ເວົ້າວ່າ ຄົງເປັນໄປບໍ່ໄດ້ ເພາະທາງການ ກໍຕີຣາຄາ ຕາມມາຕຖານ ຂອງຣັຖ ແລ້ວ:
“ການທົດແທນຫັ້ນ ກໍທົດແທນຕາມນະໂຍບາຍແຂວງຫັ້ນແລ້ວ, ຂໍກໍຈະເຮັດແນວໃດ ກໍມີຂໍ້ກໍານົດ ມາໝົດແລ້ວ ເຂົາເຊັນສັນຍາໝົດແລ້ວ ໃດ໋ ແຕ່ລະບ່ອນ ຄັນວ່າ ເຈົ້າຂັດຂ້ອງ ແລ້ວ ຂັດຂ້ອງເປັນຂະບວນ ຮ້ອຍໆ ເຮືອນແລ້ວຂັດຂ້ອງ ນໍາແຕ່ 20 ມັນກໍເປັນໄປບໍ່ໄດ້.”
ສໍາລັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນນໍ້າເທິນ 1 ແລະ ຕ້ອງໂຍກຍ້າຍ ໄປຢູ່ບ້ານຈັດສັນນັ້ນມີທັງໝົດ 624 ຄອບຄົວ, ໃນນັ້ນ ເປັນປະຊາຊົນ ບ້ານທ່າເດື່ອ, ບ້ານພຽງໂຕນ, ບ້ານສົມບັດ, ບ້ານກົກໂຕນ, ບ້ານວັງມາກ, ບ້ານ ນໍ້າມຶດ ແລະ ບ້ານໂພນໂຮງ.
ເຂື່ອນນໍ້າເທີນ 1 ມີພລັງການຜລິດ 640 ເມກາວັດ (Mega Watt) ເຣີ້ມກໍ່ສ້າງມາແຕ່ ປີ 2016 ໂດຍບໍຣິສັດໄຟຟ້ານໍາເທິນ 1 ຈໍາກັດ ເປັນຜູ້ ຮັບຜິດຊອບໂຄງການ. ຕາມແຜນຈະເປີດຜລິດໄຟຟ້າ ໃນປີ 2022.
ປັຈຈຸບັນສໍາເຣັດໄປແລ້ວເກືອບ 40 ເປີເຊັນ ແຕ່ ສໍາລັບບ້ານຈັດສັນນັ້ນ ສໍາເຣັດພຽງແຕ່ 50 ເປີເຊັນ ແລະພ້ອມທີ່ ຈະໂຍກຍ້າຍຊາວບ້ານ ອອກຈາກ ພື້ນທີ່ ພາຍໃນເດືອນ ພຶສຈິກາ 2019 ນີ້.