ຊາວປະມົງ ມ.ໂຂງ ເວົ້າວ່າ ປາ ຫາຍາກ
2019.08.15
ຊາວປະມົງຢູ່ເມືອງໂຂງ ແຂວງຈຳປາສັກ ມີຣາຍໄດ້ຫລຸດລົງເຫລືອພຽງ ເດືອນລະ 7-8 ແສນກີບ ຫລັງຈາກມີການສ້າງເຂື່ອນດອນສະໂຮງ ໃສ່ແມ່ນ້ຳຂອງ ຊຶ່ງມາເຖິງປັດຈຸບັນ ຄືບໜ້າໄປແລ້ວ 80 ປາຍ ສ່ວນຮ້ອຍ ທີ່ເຮັດໃຫ້ຈຳນວນປາຫຼຸດລົງຫຼາຍ ຫາກິນຍາກ ແລະມີຣາຍໄດ້ ບໍ່ພໍລ້ຽງຄອບຄົວS ດັ່ງຊາວປະມົງ ບ້ານຫາງດອນ ເມືອງໂຂງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ສິງຫານີ້ວ່າ:
"ອຶດຢາກດຽວນີ້ ຫາກິນກໍໂອລຳບາກ ເຂື່ອນເຮັດປາມັນກໍບໍ່ຂຶ້ນມາ ມັນຖືກກິ່ນນ້ຳໂມກນ້ຳມັນ ຂອງທີ່ມັນມີກິ່ນມັນກໍສິໜີໄປເລີຍນະ."
ທ່ານກ່າວວ່າ ແຕ່ກີ້ຢູ່ເມືອງໂຂງ ຫາປາໄດ້ມື້ລະ 20-30 ກິໂລ, ມີຣາຍໄດ້ສເລັ່ຽເດືອນນຶ່ງແຕ່ 2 ຫາ 4 ລ້ານກີບ. ແຕ່ດຽວນີ້ຫາໄດ້ສເລັ່ຽ ເດືອນລະ 1 ລ້ານກີບ ເທົ່ານັ້ນ. ຢູ່ບ້ານ ດອນຄອນ ມີ 100 ປາຍຄອບຄົວ, ພາກັນໄປເຮັດວຽກຢູ່ໄທ ຫຼາຍແລ້ວ ຫລັງຈາກ ປາຫຼຸດລົງ ຍ້ອນ ເຂື່ອນດອນສະໂຮງ ດັ່ງທີ່ທ່ານ ກ່າວວ່າ:
"ຫາປາບໍ່ໄດ້ ໄປຫາເງິນເມືອຝັ່ງນັ້ນ ເຮັດບັດໄປຫຍັງໄປ ເງິນມັນກໍແພງກວ່າເງິນເຮົາ ເກັບເງິນມາສ້າງຄອບຄົວ ທາງບ້ານເຮົາ ຢູ່ບ້ານກໍໄປ ຫຼາຍຄືກັນ ໄປຊາວກວ່າຄົນ ຜູ້ຫາປາເດືອນນຶ່ງ 7-8 ແສນ ກໍເຮັດບັດໄປ ກໍໄປທາງຊ່ອງທາງ ທາງຣັຖການໝົດ."
ນອກຈາກຈຳນວນປາ ຈະຫລຸດລົງ ແລະ ຫາກິນຍາກແລ້ວ ກໍຍັງມີບັນຫາອື່ນອີກ ຍ້ອນມີໂຮງງານ ພຽງແຫ່ງດຽວ ແລະຄ່າແຮງງານກໍຖືກ, ເຮັດໃຫ້ຊາວບ້ານ ຕ້ອງໄດ້ໄປຊອກຫາວຽກເຮັດ ງານທຳຢູ່ປະເທດໄທ; ດັ່ງ ປະຊາຊົນເມືອງໂຂງ ທີ່ໄປເຮັດວຽກຢູ່ ບາງກອກ ປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
"ກໍຢູ່ບ້ານມັນຫລຸດລົງດ້ວຍແຫລະ ຄ່າແຮງມັນກໍຖືກນໍ ອີກຢ່າງນຶ່ງມັນບໍ່ມີໂຮງຈັກໂຮງງານ ບາງ ເທື່ອຄົນບ້ານເຮົາເອງ ເຮັດວຽກມັນກໍດູຖູກ ດູອິຫຍັງ ໃຫ້ກັນ ກໍໜີຈາກບ້ານໄປເຮັດບ່ອນອື່ນ ມັນກໍໄຄແນ່ ໄປໄທມັນກໍມເງິນ ຄ່າແຮງງານ ມັນກໍແພງແດ່."
ກ່ຽວກັບບັນຫາດັ່ງກ່າວ ເມື່ອໄວໆມານີ້ ເຈົ້າໜ້າທີ່ຂແນງແຮງງານ ແລະ ສະຫວັດດິການສັງຄົມ ເມືອງໂຂງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ປັດຈຸບັນ ຊາວເມືອງໂຂງ ພາກັນໄປເຮັດວຽກຢູ່ໄທ ຫຼາຍພັນຄົນ ຊຶ່ງກ່ອນໜ້ານີ້ປະມານປີ 2014-2015 ມີພຽງ 2,000 ຄົນ ສາເຫດ ແມ່ນເປັນຍ້ອນ ຈຳນວນປາຫລຸດລົງ ຫລັງຈາກມີການສ້າງ ເຂື່ອນ ດອນສະໂຮງ ເມື່ອປີ 2015 ແລະ ໂຮງງານໃນເມືອງໂຂງ ກໍມີພຽງ ແຫ່ງດຽວ ແລະໃຫ້ຄ່າແຮງງານໜ້ອຍ ມື້ລະ 40,000 ກີບເທົ່ານັ້ນ.
ເຂື່ອນດອນສະໂຮງ ຂນາດ 260 ເມກາວັດ, ມູນຄ່າ 500 ລ້ານໂດລາ ສະຫະຣັຖ ເປັນໂຄງການ ຂອງບໍຣິສັດ ເມກາເຟິສ ຂອງມາເລເຊັຍ, ໄດ້ເລິ່ມກໍ່ສ້າງມາ ຕັ້ງແຕ່ປີ 2015 ແລະຈະຂາຍກະແສໄຟຟ້າ ທີ່ຜລິດໄດ້ ໃຫ້ປະເທດມາເລເຊັຽ ແລະໃຊ້ພາຍ ໃນລາວ.