ໄຟໄໝ້ ກອງໄມ້ດູ່ ທີ່ໜອງແຮດ

ຈໍາປາທອງ
2020.02.06
F-wood-fire ກອງ​ໄມ້ດູ່ ທີ່​ເມືອງ​ໜອງ​ແຮດ ຖືກ​ໄຟ​ໄໝ້ ໂດຍບໍ່​ຮູ້​ສາ​ເຫດ.
ນັກ​ຂ່າວ ​ພົ​ລ​ເມືອງ

ໄຟໄໝ້ ກອງໄມ້ດູ່ໃຫຍ່ ຈໍານວນຫລາຍທ່ອນ ຢູ່ໃກ້ກັບ ໂຮງຮຽນ ບ້ານພະແຄະ ເມືອງໜອງແຮດ ແຂວງຊຽງຂວາງF ຊຶ່ງຊາວບ້ານ ຜູ້ເຫັນ ເຫດການ ເຊື່ອວ່າ ເປັນການລັກຈູດ ຍ້ອນເຄີຍເຫັນໄຟໄໝ້ ກອງໄມ້ ມາຫຼາຍເທື່ອແລ້ວ ແຕ່ມອດທັນ ຢູ່ຕລອດ. ແຕ່ມາໃນເທື່ອນີ້ ແມ່ນບໍ່ມີ ຜູ້ໃດມາມອດ, ປ່ອຍໃຫ້ໄຟໄໝ້ ດັ່ງຊາວບ້ານ ທີ່ເຫັນເຫດການ ເວົ້າໃນ ຄລິບວີດີໂອ ຕອນນຶ່ງວ່າ:

"ຢູ່ພີ້ຈົນຮ້ອນນໍ ຟືນມີແຕ່ທ່ອນໃຫຍ່ໆນໍ ໄມ້ດູ່ທ່ອນນຶ່ງ ເກືອບສິບຄິວກະມີຕິບໍ ໄໝ້ແລ້ວບໍໄມ້ໃຫຍ່ໆ ຊໍ່ານີ້ຢູ່ປ່າບໍ່ມີແລ້ວບໍ."

ຊາວບ້ານຄົນດັ່ງກ່າວ ໄດ້ຖ່າຍວີດີໂອ ເອົາເຫດການໄຟໄໝ້ ກອງໄມ້ດູ່ ໃນຍາມກາງເວັນນັ້ນ ເອົາໄວ້ ໂດຍມີຣົດຂົນໄມ້ ຈອດຢູ່ໃກ້ໆ ກັບກອງໄຟ ໃນຂນະດຽວກັນ ກໍມີຄົນກຸ່ມນຶ່ງ ໂດຍທີ່ບໍ່ຮູ້ວ່າ ເປັນເຈົ້າໜ້າທີ່ ຫຼືວ່າ ຄົນທໍາມະດາ ມາສັງເກດເບິ່ງໄຟໄໝ້ນັ້ນ ໂດຍບໍ່ມີ ທ່າທີວ່າ ຈະມອດໄຟ ແລະ ພະຍາຍາມ ເຮັດໃຫ້ຊາວບ້ານ ບໍ່ເຫັນເຫດການ.

ກ່ຽວກັບ ເຫດການໄຟໄໝ້ ທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ ຫ້ອງການອຸດສາຫະກັມ ແລະ ການຄ້າ ເມືອງໜອງແຮດ ເພື່ອຂໍຮູ້ຣາຍລະອຽດ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ວ່າ ກອງໄມ້ດູ່ດັ່ງກ່າວ ເປັນຂອງບໍຣິສັດ ຈັນລາ ຊຶ່ງນັກທຸຣະກິຈລາວ ເປັນເຈົ້າຂອງ.

ແຕ່ກ່ອນ ບໍຣິສັດນີ້ ໄດ້ສົ່ງໄມ້ອອກໄປຂາຍຕ່າງປະເທດ. ແຕ່ໃນປັດຈຸບັນ ໄດ້ຍຸຕິໄປແລ້ວ ພາຍຫຼັງ ມີຄໍາສັ່ງ ຂອງນາຍົກຣັຖມົນຕຣີ ເລຂທີ 15/ນຍ ອອກມາ. ສ່ວນເຫດໄຟໄໝ້ກອງໄມ້ນັ້ນ ກໍາລັງສືບສວນຢູ່ ດັ່ງທີ່ທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກຸມພານີ້ວ່າ:

"ຂະເຈົ້າວ່າ ໄໝ້ຕອນສວຍ ຍັງບໍ່ຮູ້ໃດ໋ ດຽວນີ້ມັນລະດູແລ້ງ ຈັກເຂົາເຈົ້າຈູດປ່ານ້ອຍຫັ້ນໄປໄໝ້ ຫລືວ່າ ເຂົາເຈົ້າລັກຈູດ ຍັງເອົາຂໍ້ມູນບໍ່ໄດ້ນະ ໄມ້ດູ່ຫັ້ນ ຣັຖບານ ບໍ່ໃຫ້ເອົາອອກແລ້ວ ມາທ້ອນໂຮມ ເອົາໄວ້ບ່ອນນຶ່ງນະ ຈັນລານີ້ຄົນລາວ.”

ທ່ານກ່າວ ຕື່ມອີກວ່າ ປັດຈຸບັນ ໄມ້ດູ່ທັມມະຊາດ ຢູ່ຕາມປ່າ ໃນເຂດເມືອງໜອງແຮດນີ້ ຍັງເຫຼືອໜ້ອຍ ຍ້ອນທີ່ຜ່ານມາ ໄດ້ຖືກຕັດສົ່ງຂາຍ ອອກໄປຕ່າງປະເທດ ແລະ ສ່ວນນຶ່ງ ກໍຖືກສົ່ງໄປຂາຍ ຢູ່ພາຍໃນປະເທດ. ແລະວ່າ ທຸກມື້ນີ້ ທາງການ ເມືອງໜອງແຮດ ມີການຄຸ້ມຄອງໄມ້ ຊນິດນີ້ ເປັນພິເສດ ເພື່ອບໍ່ໃຫ້ມີການລັກຕັດຕື່ມອີກ. ຫາກຜູ້ໃດ ຫລື ພາກສ່ວນໃດຝ່າຝືນ ກໍຈະຖືກລົງໂທດ ຢ່າງໜັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.